ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກເດໂມແຄຣັດ ເລີ້ມຕົ້ນ ການສືບສວນ ສອບສວນ ປ. ທຣຳ ໃນເລື້ອງຕ່າງໆ ຢ່າງກວ້າງຂວາງ


ທ່ານ ເຈີ​ໂຣ​ລ ແນດ​ເລີ ສະມາຊິກສະພາຕ່ຳ ປະທານຄະນະກຳມະການຕຸລາການຂອງສະພາຕ່ຳ ສັງກັດພັກເດໂມແຄຣັດ ຈາກລັດນິວຢອກ, (ຊ້າຍ), ແລະ ທ່ານ ດັກ ຄໍລິນ, ສະມາຊິກສະພາ ພັກຣີພັບບລີກັນ ລະດັບສູງ ປຶກສາ ໃນລະຫວ່າງ ກອງປະຊຸມ ຮັບຟັງຄຳໃຫ້ການ ຂອງຮັກສາການຊົ່ວຄາວ ລມຕ ກຊ ຍຸຕິທຳ, ວັນທີ 8 ກຸມພາ 2019 in Washington.
ທ່ານ ເຈີ​ໂຣ​ລ ແນດ​ເລີ ສະມາຊິກສະພາຕ່ຳ ປະທານຄະນະກຳມະການຕຸລາການຂອງສະພາຕ່ຳ ສັງກັດພັກເດໂມແຄຣັດ ຈາກລັດນິວຢອກ, (ຊ້າຍ), ແລະ ທ່ານ ດັກ ຄໍລິນ, ສະມາຊິກສະພາ ພັກຣີພັບບລີກັນ ລະດັບສູງ ປຶກສາ ໃນລະຫວ່າງ ກອງປະຊຸມ ຮັບຟັງຄຳໃຫ້ການ ຂອງຮັກສາການຊົ່ວຄາວ ລມຕ ກຊ ຍຸຕິທຳ, ວັນທີ 8 ກຸມພາ 2019 in Washington.

ບັນດາສະມາຊິກພັກເດໂມແຄຣັດ ຢູ່ໃນສະພາຕ່ຳສະຫະລັດ ໃນວັນຈັນວານນີ້ ໄດ້ເລີ້ມ
ການສືບສວນສອບສວນ ໃນຫຼາຍໆເລື້ອງ ກ່ຽວກັບການໂຄສະນາຫາສຽງ ປີ 2016
ຂອງປະທານາທິບໍດີ ດໍໂນລ ທຣຳ ເຊັ່ນວ່າ ທຸລະກິດຕ່າງໆຂອງທ່ານ ການເຂົ້າ​ຮັບ
ອຳນາດຂອງທ່ານ ແລະ ໃນຂະນະທີ່ເປັນ ປະທານາທິບໍດີ ທ່ານໄດ້ຂັດຂວາງ ຂະບວນ
ການຍຸຕິິທຳ ເພື່ອໃຫ້ຍົກເລີກການກວດສອບທ່ານ ຫຼືບໍ່.

ຄະນະກຳມະການຕຸລາການຂອງສະພາຕ່ຳໄດ້ສົ່ງໜັງສືຫຼາຍສະບັບໄປໃຫ້ 81 ຄົນ
ແລະ ອົງການຕ່າງໆ ທີ່ເຊື່ອມໂຍງກັບ ທ່ານທຣຳ ໂດຍຮຽກຮ້ອງໃຫ້ມອບເອກະສານ
ບັນຊີຂອງເຫດການຕ່າງໆ ໄລຍະຍາວ ທີ່ກ່ຽວຂ້ອງກັບປະທານາທິບໍດີ ຄົນທີ 45 ຂອງ
ປະເທດ ພາຍໃນສອງສັບປະດາ. ນອກຈາກນັ້ນ ຄະນະກຳມະການ ຈະເພັ່ງເລັງໃສ່
ເລື້ອງຂໍ້ກ່າວຫາ ໃນການຂັດຂວາງຕ່າງໆ ທີ່ຄະນະກຳມະການ ໄດ້ກ່າວວ່າ ຕົນກຳລັງ
ເບິ່ງວ່າ ເປັນໄປໄດ້ບໍ່ວ່າ ມີການສໍ້ລາດບັງຫຼວງໂດຍເຈົ້າໜ້າທີ່ຂອງລັດ ແລະການໃຊ້
ອຳນາດເກີນ​ຂອບ​ເຂດ ໃນລະຫວ່າງ ການດຳລົງຕຳແໜ່ງເປັນປະທານາທິບໍດີ ໄລຍະ
2 ປີ ຂອງທ່ານທຣຳ.

“ຕະຫຼອດໄລຍະສອງປີຜ່ານມານີ້ ປະທານາທິບໍດີ ທຣຳ ໄດ້ຫລີກລ່ຽງຄວາມຮັບຜິດ
ຊອບ ສຳລັບການໂຈມຕີ ຕໍ່ພື້ນຖານຫຼັກການຂອງກົດໝາຍ ຕໍ່ຈັນຍາບັນ ແລະ ຕໍ່ກົດ
ລະບຽບ ແລະມາດຕະຖານຂອງລັດຖະທຳມະນູນ ຂອງພວກເຮົາ ໃນແຕ່ລະວັນ”

ສະ​ມາ​ຊິກ​ສະ​ພາ​ຕ່ຳ ທ່ານ ເຈີ​ໂຣ​ລ ແນດ​ເລີ ປະທານຄະນະກຳມະການດັ່ງກ່າວ ໄດ້
ກ່າວໄປໃນການປະກາດ ກ່ຽວ​ກັບການສືບສວນສອບສວນນັ້ນ.

ທ່ານກ່າວອີກວ່າ “ການສືບສວນເບິ່ງໄພຂົ່ມຂູ່ ຕໍ່ຕົວບົດກົດໝາຍເຫຼົ່ານີ້ ແມ່ນເປັນ
ພັນທະຂອງລັດຖະສະພາ ແລະ ເປັນໜ້າທີ່ຫລັກ ຂອງຄະນະກຳມະການ ຕຸລາການ
ຂອງສະພາຕ່ຳ.”

ທ່ານທຣຳ ໄດ້ປະຕິເສດຕໍ່ການກຳທຳຜິດໃດໆ ຕະຫຼອດມາ ທີ່ກ່ຽວຂ້ອງກັບ ຄະນະໂຄ
ສະນາຫາສຽງຂອງທ່ານ ໃນການເຊື່ອມໂຍງກັບຣັດເຊຍ ແລະໃນ ລະຫວ່າງການດຳລົງ
ຕຳແໜ່ງເປັນປະທານາທິບໍດີຂອງທ່ານ. ເມື່ອຖືກຖາມ ກ່ຽວກັບ ການສືບສວນສອບສວນ
ຂອງທ່ານແນດເລີ ໃນວັນຈັນວານນີ້ ທ່ານ ທຣຳ ໄດ້ຕອບວ່າ “ຂ້າພະເຈົ້າ ໃຫ້ການຮ່ວມ
ໄມ້ຮ່ວມມື ກັບໝົດທຸກຄົນ ໃນ ທຸກໆຄັ້ງ....ພວກເຈົ້າກໍຮູ້ ສິ່ງທີ່ສວຍສົດງົດງາມ ບໍ່ມີ
ການສົມຮູ້ຮ່ວມຄິດ. ມັນເປັນເລື້ອງຫລອກລວງທັງໝົດ.”

ໂຄສົກທຳນຽບຂາວ ທ່ານນາງ ຊາຣາ ແຊນເດີສ໌ ໄດ້ກ່າວໃນຖະແຫລງການ ສະບັບນຶ່ງ
ວ່າ ບັນດາສະມາຊິກພັກເດໂມແຄຣັດ ໄດ້ເລີ້ມການສືບສວນສອບ ສວນ “ຍ້ອນວ່າ ພວກເພິ່ນຢ້ານແທ້ໆວ່າ ເລື້ອງລາວຕະຫລອດໄລຍະສອງປີ ຂອງ ‘ການສົມຮູ້ຮ່ວມ
ຄິດ ກັບຣັດເຊຍ’ ທີ່ບໍ່ແມ່ນຄວາມຈິງ ຂອງພວກເພິ່ນນັ້ນ ແມ່ນກຳລັງພັງລົງ. ການ
ຂູ່ເຂັນຂອງພວກເພິ່ນ ແລະການລະເມີດຕໍ່ພວກພົນລະເມືອງ ຂອງອາເມຣິກາ ແມ່ນ
ເປັນທີ່ໜ້າລະອາຍໃຈ.ບັນດາສະມາຊິກ ພັກເດໂມແຄຣັດ ກຳລັງຂົ່ມເຫັງຮາວີ ທ່ານ
ປະທານາທິບໍດີ ເພື່ອຫັນຄວາມສົນໃຈ ໄປຈາກເປົ້າໝາຍຂອງພວກເຂົາເຈົ້າ ໃນ
ການເຮັດໃຫ້ອາເມຣິກາ ກາຍເປັນປະເທດສັງຄົມນິຍົມ ການຂ້າພວກທາລົກ ຫຼັງ
ຈາກທີ່ພວກເຂົາໄດ້ເກີດມາ ແລະ ການຊຸກຍູ້ຂໍ້ຕົກລົງໃໝ່ສີຂຽວ’ ຊຶ່ງອັນນັ້ນ ຈະ
ເປັນການທຳລາຍວຽກເຮັດງານ ທຳ ແລະ ເຮັດໃຫ້ອາເມຣິກາລົ້ມລະລາຍ”.

ທຳນຽບຂາວ ໄດ້ກ່າວວ່າ ບັນດາທະນາຍຄວາມຂອງຕົນ ແລະ “ບັນດາເຈົ້າໜ້າທີ່ ທີ່
ກ່ຽວຂ້ອງທັງຫຼາຍ”
ຈະທົບທວນຄືນ ຄຳຮຽກຮ້ອງຂອງຄະນະກຳມະການຕຸລາການ
ສຳລັບເອກະສານຕ່າງໆ ແລະ “ຈະຕອບຄືນ ພາຍໃນເວລາ ອັນເໝາະສົມ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG