ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ມີການຮ້ອງເພງ ຮ້ອງໂຮ ໃຫ້ຄຳໝັ້ນ ສັນຍາ ທີ່ຈະປ່ຽນກົດໝາຍ ໃນຂະນະທີ່ ນັ່ງປະທ້ວງ

ຈາກຊ້າຍ ຜູ້ຊ່ວຍຜູ້ນຳສຽງສ່ວນນ້ອຍສະພາຕໍ່າ ທ່ານ James Clyburn, ສະມາຊິກສະພາຕໍ່າ ທ່ານ John Lewis ພັກເດໂມແຄຣັດຈາກລັດ South Carolina ແລະຜູ້ນໍາສຽງສ່ວນນ້ອຍ ໃນສະພາຕ່ຳ ທ່ານນາງ Nancy Pelosi ຈາກລັດ California ແລະສະມາຊິກສະພາຕໍ່າ ທ່ານ Charles Rangel ຈາກລັດ New York ພາກັນຮ້ອງເພງ "We Shall Overcome."

ສະມາ​ຊິກ​ສະພາ​ຕໍ່າພັກ​ເດ​ໂມ​ແຄຣັດພາກັນ​ຮ້ອງໂຮ ຮ້ອງ​ຂໍຕໍ່​ບັນດາເພື່ອນ​ຮ່ວມ ງານພັກ​ຣີພັບລລິ​ກັນ ​ແລະ​ໃນ​ທີ່​ສຸດ ພວກ​ເຂົາ​ເຈົ້າ​ໄດ້​ຢຸດ​ເຊົາການ​ນັ່ງ​ປະ​ທ້ວງ​ເປັນ​ເວລາ 26 ຊົ່ວ​ໂມງຢູ່​ນອກຕຶກ​ລັດ​ຖະສະພາ​ສະຫະລັດ ​ໃນ​ວັນ​ພະຫັດ​ວານ​ນີ້ ​ໂດຍພາກັນ​ຮ້ອງ​ເພງ.

ສະມາຊິກສະພາຕໍ່າພັກເດໂມແຄຣັດ ທ່ານນາງ Debbie Dingell.
ສະມາຊິກສະພາຕໍ່າພັກເດໂມແຄຣັດ ທ່ານນາງ Debbie Dingell.

ສະມາຊິກ​ສະພາ​ຕໍ່າ ທ່ານ John Lewis ຜູ້ນຳ​ຄົນ​ສຳຄັນ​ໃນ​ການ​ຕໍ່ສູ້​ເພື່ອ​ສິດທິ​ພົນ​ລະ​ເມື​ອງ ​ໄດ້​ນຳພາ​ສະມາຊິ​ພັກ​ເດ​ໂມ​ແຄຣັດ ອອກ​ມານັ່ງ​ຢູ່​ຂັ້ນ​ໄດ​ ຂອງ​ຕຶກ ລັດຖະສະພາ ບ່ອນ​ທີ່​ເຂົາ​ເຈົ້າ​ຖືກ​ຫ້ອມ​ລ້ອມ​ໄປ​ດ້ວຍ​ບັນດາ​ຜູ້​ສະໜັບສະໜູນ ທີ່​ພາກັນ​ຮ້ອງ​ອອກ​ມາ​ວ່າ “ຂອບ​ໃຈ! ຂອບໃຈ!” ບັນດາ​ສະມາຊິກ​ສະພາ​ທີ່ພາກັນ ​ປະ​ທ້ວງ ​ໄດ້ສະໜອງຕອບໂດຍ​ພາກັນ​ຮ້ອງ​ເພງ​ທີ່​ເຈົ້າ​ເຈົ້າ​ຮ້ອງ​ຢູ່​ໃນ​ຫ້ອງ​ສະພາ ຫລາຍ​ຊົ່ວ​ໂມງ​ກ່ອນ​ໜ້າ​ນັ້ນ.

​ແຕ່​ວ່າ​ເວລາ​ນີ້ ​ເຂົ້າ​ເຈົ້າ​ໄດ້​ເພີ້​ມຄຳ​ເວົ້າ ທີ່ເບິ່ງ​ໄປ​ໜ້າໃນກອງ​ປະ​ຊຸມ​ເທື່ອ​ຕໍ່​ໄປ ຢູ່​ໃນ​ສະພາ​ວ່າ “ພວກ​ເຮົາ​ຕ້ອງຮັບ​ຜ່ານ​ຮ່າງ​ກົດໝາຍນີ້.”

ພວກປະທ້ວງປະມານ 100 ຄົນລໍຖ້າຢູ່ນອກ ລັດຖະສະພາ ທີ່ນະຄອນຫລວງ ວໍຊິງຕັນ.
ພວກປະທ້ວງປະມານ 100 ຄົນລໍຖ້າຢູ່ນອກ ລັດຖະສະພາ ທີ່ນະຄອນຫລວງ ວໍຊິງຕັນ.

ແຕ່​ວ່າ​ເວລາ​ນີ້ ​ເຂົ້າ​ເຈົ້າ​ໄດ້​ເພີ້​ມຄຳ​ເວົ້າ ທີ່ເບິ່ງ​ໄປ​ໜ້າໃນກອງ​ປະ​ຊຸມ​ເທື່ອ​ຕໍ່​ໄປ ຢູ່​ໃນ​ສະພາ​ວ່າ “ພວກ​ເຮົາ​ຕ້ອງຮັບ​ຜ່ານ​ຮ່າງ​ກົດໝາຍນີ້.”

ການ​ຮ້ອງ​ເພງ ​ໄດ້​ເຮັດ​ໃຫ້ການ​ປະ​ທ້ວງ​ເທື່ອ​ທຳ​ອິດ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ ​ແລະ​ມັກ​ຈະ​ເກີດ​ຄວາມເຄັ່ງ​ຕຶງ ຢູ່​ໃນ​ສະພາ​ຕໍ່າ​ສະຫະ​ລັດ ​ເປັນ​ເວລາ​ນຶ່ງ​ມື້ ​ແລະ​ນຶ່ງ​ຄືນ​ ​ນັ້ນສິ້ນ​ສຸດ​ລົງ ໃນ​ຂະ ນະທີ່ພວກ​ຜູ້ນຳຂອງ​ພັກຣີພັບ​ບລິກກັນໄດ້​ປິດ​ກ້ອງຖ່າຍ ຮູບທີ່ສະ​ແດງໃຫ້​ເຫັນ​ຫ້​ອງປະຊຸມ​ສະພາ ​ເປັນ​ເຫດ​ໃຫ້​ບັນດາ​ສະມາຊິກ​ພັກ​ເດ​ໂມ​ແຄຣັດ ​ຫັນ​ໄປໃຊ້ສື່​ສັງຄົມ ​ແລະ​ຖ່າຍ​ວີ​ດີ​ໂອສົດ​ ອອກ​ອິນ​ເ​ຕີແນັດ ຜ່ານ​ທາງ Twitter ກ່ຽວ​ກັບການ​ປະ​ທ້ວງ​ຂອງ​ເຂົາ​ເຈົ້າ.

Congressman John Lewis Leads Supporters in Singing 'We Shall Overcome'
please wait

No media source currently available

0:00 0:00:17 0:00

ສະມາຊິກ​ສະພາ​ຕໍ່າ ທ່ານ​ນາງ Debbie Dingell ​ທີ່​ມີ​ປະສົບ​ການ​ກັບຄວາມ ຮຸນ​ແຮງ​ເລື້ອງ​ປືນ ​ແມ່ນຜູ້​ນຶ່ງ​ທີ່​ໄດ້​ສະ​ແດງ​ອອກ​ເຖິງ​ຄວາມ​ຮູ້ສຶກ​ຢ່າງ​ແຮງທີ່​ສຸດໃນ​ການ​ອອກ​ອາກາດ​ສົດ​ກ່ຽວ​ກັບການ​ນັ່ງ​ປະ​ທ້ວງ​ນັ້ນ.

ຈາກຊ້າຍ ສະມາຊິກສະພາຕໍ່າ ທ່ານ James Clyburn ແລະຜູ້ສຽງສ່ວນນ້ອຍໃນສະພາຕ່ຳ ທ່ານນາງ Nancy Pelosi ຈາກລັດຄາລີຟໍເນຍ.
ຈາກຊ້າຍ ສະມາຊິກສະພາຕໍ່າ ທ່ານ James Clyburn ແລະຜູ້ສຽງສ່ວນນ້ອຍໃນສະພາຕ່ຳ ທ່ານນາງ Nancy Pelosi ຈາກລັດຄາລີຟໍເນຍ.

​ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG