ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມົສກູ ເຕືອນ ສະຫະລັດ ແລະ ຈະຕອບໂຕ້ ຕໍ່ມາດຕະການ ລົງໂທດໃໝ່


ຣັດເຊຍ, ທີວທັດທົ່ວໄປ ສະແດງໃຫ້ເຫັນຫໍ Spasskaya ແລະ ກຳແພງວັງ ເຄຣັມລິນ ໃນໃຈກາງນະຄອນຫຼວງ ມົສກູ.
ຣັດເຊຍ, ທີວທັດທົ່ວໄປ ສະແດງໃຫ້ເຫັນຫໍ Spasskaya ແລະ ກຳແພງວັງ ເຄຣັມລິນ ໃນໃຈກາງນະຄອນຫຼວງ ມົສກູ.

ຮອງລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ Serge Ryabkov ກ່າວວ່າ ມົສກູ
ເບິ່ງຄືວ່າ ຈະທຳການຕອບໂຕ້ຕໍ່ ສະຫະລັດ ໃນມາດຕະການລົງໂທດຊຸດໃໝ່ ຕໍ່ຣັດເຊຍ
ທີ່ແຊກແຊງໃນການເລືອກຕັ້ງປະ ທານາທິບໍດີ ເມື່ອປີກາຍນີ້.

ສະພາຕໍ່າສະຫະລັດ ໄດ້ຮັບຮອງເອົາຮ່າງ​ກົດໝາຍ​ລົງ​ໂທດ ໃນວັນອັງຄານວານນີ້ທີ່ຍັງ
ຈະຂະຫຍາຍການກວດກາຂອງລັດຖະສະພາກ່ຽວກັບຄວາມສາມາດຂອງປະທານາທິ
ບໍດີ ທຣຳ ທີ່ຈະຜ່ອນຜັນການລົງໂທດຕ່າງໆນັ້ນ.

ອີງຕາມສື່ມວນຊົນລັດຖະບານ ຣັດເຊຍ, ທ່ານ Ryabkov ໄດ້ເຕືອນວ່າມາດຕະການ
ລົງໂທດໃໝ່ ຈະທຳລາຍທຸກໆໂອກາດ ກ່ຽວກັບ ການປັບປຸງສາຍພົວພັນລະຫວ່າງ
ມົສກູ ແລະ ວໍຊິງຕັນ. ທ່ານຍັງໄດ້ກ່າວວ່າ ກ່ອນໜ້ານີ້ ຣັດເຊຍ ໄດ້ເຕືອນລັດຖະບານ
ທ່ານ ທຣຳ ວ່າພວກເຂົາເຈົ້າຈະເພີ່ມການຕອບໂຕ້ ຖ້າສະມາຊິກສະພາ ສະຫະລັດ
ອະນຸມັດກົດໝາຍດັ່ງກ່າວ.

ອຳນາດ​ໃນ​ການ​ຄວບ​ຄຸມໃໝ່ ແມ່ນໄດ້ຖືກຂຽນເປັນກົດໝາຍ ຫຼັງຈາກການເຈລະຈາ
ດົນກວ່າໜຶ່ງເດືອນຂອງສອງພັກການເມືອງ ແລະ ການເລື່ອນເວລາຂອງຂັ້ນຕອນ
ຕ່າງໆ. ກົດໝາຍສະບັບກ່ອນໜ້ານີ້ ໄດ້ຖືກອະນຸມັດຢ່າງຖ້ວມລົ້ນໂດຍສະພາສູງ
ສະຫະລັດ ໃນເດືອນມິຖຸນາທີ່ຜ່ານມາ ດ້ວຍຄະແນນສຽງ 97 ຕໍ່ 2.

ຮ່າງ​ກົດໝາຍ​ທີ່​ໄດ້​ຮັບ​ການອະນຸມັດໂດຍສະພາຕໍ່າ, ດ້ວຍ​ຄະ​ແນນ​ສຽງ 419 ຕໍ່ 3 ນັ້ນ,
ລວມມີມາດຕະການລົງໂທດຕໍ່ ອີີຣ່ານ ແລະ ເກົາຫຼີເໜືອ, ນອກຈາກມາດຕະການລົງ
ໂທດຕໍ່ ຣັດເຊຍ ສຳລັບການກະທຳຕ່າງໆຫຼາກຫຼາຍນັ້ນ.

ປະທານຄະນະ​ກຳມະການ​ຄວາມ​ສຳພັນ​ກັບຕ່າງປະເທດຂອງສະພາຕໍ່າທີ່​ສັງກັດພັກ
ຣີພັບບລີກັນ ທ່ານ Ed Royce ໄດ້ກ່າວໃນກອງປະຊຸມສະພາເມື່ອວັນອັງຄານວານນີ້
ວ່າ “ລະບອບການປົກຄອງ 3 ແຫ່ງທີ່ຕັ້ງຢູ່ພາກສ່ວນທີ່ແຕກຕ່າງກັນຂອງໂລກ ແມ່ນ
ກຳລັງເປັນໄພຂົ່ມຂູ່ຕໍ່ຜົນປະໂຫຍດທີ່ສຳຄັນຍິ່ງຂອງ ສະຫະລັດ ແລະ ພວກເຂົາແມ່ນ
ກຳລັງສ້າງຄວາມບໍ່ໝັ້ນຄົງ ໃຫ້ປະເທດທີ່ຢູ່ໃກ້ຄຽງຂອງພວກເຂົາ.”

ທ່ານ Royce ໄດ້ກ່າວວ່າ ຮ່າງກົດໝາຍນີ້ ຈະຮັບປະກັນວ່າ ມາດຕະການລົງໂທດທີ່
ໜັກທາງເສດຖະກິດ ແລະ ການທູດ ຈະບໍ່ມີການປ່ຽນແປງ, ດ້ວຍການມອບອຳນາດ
ໃຫ້ລັດຖະສະພາເພື່ອທົບທວນ ແລະ ບໍ່ອະນຸຍາດໃຫ້ມີການຫຼຸດຜ່ອນມາດຕະການ
ລົງໂທດນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Congress Russia Sanctions
please wait

No media source currently available

0:00 0:00:41 0:00

House Moves to Check Trump Russia Sanction Powers
please wait

No media source currently available

0:00 0:02:12 0:00

XS
SM
MD
LG