ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໖ ມິຖຸນາ ໒໐໒໓

ເກົາຫຼີເໜືອ ໄດ້ຍິງລູກສອນໄຟ​ຂ້າມ​ທະ​ວີບ ແລະລູກສອນໄຟອື່ນໆ ໃນຂະທີ່ທ່ານໄບເດັນ ເດີນທາງອອກຈາກເອເຊຍ


ປະຊາຊົນພາກັນເບິ່ງລາຍງານຂ່າວ ກ່ຽວກັບການຍິງລູກສອນໄຟຂອງເກົາຫຼີເໜືອ ດ້ວຍແຟ້ມຮູບຕ່າງໆ, ຢູ່ທີ່ສະຖານີລົດໄຟໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ເມື່ອວັນທີ 25 ພຶດສະພາ 2022. ພຽງບໍ່ເທົ່າໃດຊົ່ວໂມງ ລຸນຫຼັງທີ່ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ເດີນທາງອອກຈາກເອເຊຍ.

ເກົາຫຼີເໜືອ ​ໄດ້ທົດລອງຍິງລູກສອນໄຟຂີປະນາວຸດສາມລູກໃນມື້ວັນພຸດວານນີ້, ລວມເຖິງລູກສອນໄຟໃນອັນທີ່ປາກົດວ່າ ເປັນລູກສອນໄຟຂີປະນາວຸດຂ້າມທະ ວີບ ຫຼື ICBM, ເກົາຫຼີໃຕ້ກ່າວວ່າ ລຸນຫຼັງທີ່ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ສໍາເລັດການຢ້ຽມຢາມເອເຊຍຕາເວັນອອກສຽງເໜືອພຽງບໍ່ເທົ່າໃດຊົ່ວ ໂມງ.

ເຈົ້າໜ້າທີ່ຂອງສະຫະລັດ ໄດ້ມີການເຕືອນຊໍ້າແລ້ວຊໍ້າອີກວ່າ ເກົາຫຼີເໜືອ ສາ ມາດຍິງລູກສອນໄຟໄລຍະໄກ ຫຼືແມ່ນກະ​ທັງ ການທົດລອງນິວເຄລຍ ໃນລະ ຫວ່າງການເດີນທາງຢ້ຽມຢາມເອເຊຍຂອງທ່ານໄບເດັນ. ໃນຂະນະທີ່ເກົາຫຼີເໜືອໄດ້ລະ​ເວັ້ນ​ຈາກການທົດລອງຕ່າງໆໃນລະຫວ່າງການເດີນທາງຢ້ຽມຢາມເອເຊຍຂອງ ທ່ານໄບເດັນ, ການຍິງທົດ​ລອງລູກສອນໄຟ​ຫຼາຍ​ຄັ້ງນັ້ນ ມີຂຶ້ນພຽງ 12 ຊົ່ວໂມງ ລຸນຫຼັງທີ່ທ່ານໄດ້ເດີນທາງອອກຈາກປະເທດຍີປຸ່ນ.

ລູກສອນໄຟລູກທໍາອິດ ມີ​ທ່າ​ທາງວ່າ ເປັນລູກສອນໄຟຍິງຂ້າມທະວີບ ICBM, ເຊິ່ງບິນໄດ້ປະມານ 360 ກິໂລແມັດ ແລະຢູ່ໃນລະດັບຄວາມສູງ 540 ກິໂລ ແມັດ, ອີງຕາມການກ່າວຂອງກອງທັບເກົາຫຼີໃຕ້. ເກົາຫຼີເໜືອຍັງໄດ້ປະ​ສົບກັບຄວາມລົ້ມແຫຼວ ໃນການຍິງລູກສອນໄຟທີ່ໄດ້ຍິງອອກໄປພຽງໄລຍະເວລາສັ້ນໆ, ເຊັ່ນດຽວກັບລູກສອນໄຟລູກທີສາມ ທີ່ຄາດວ່າແມ່ນລູກສອນໄຟສໍາລັບຍິງໄລຍະໃກ້, ພວກເຂົາເຈົ້າກ່າວຕື່ມ.

ໃນການຕອບໂຕ້ຄືນ, ກອງທັບຂອງເກົາຫຼີໃຕ້ກ່າວວ່າ ພວກເຂົາເຈົ້າໄດ້ດໍາເນີນການຝຶກຊ້ອມກັບເຮືອບິນລົບອາຍພົ່ນ F-15K 30 ລໍາ. ເຂົາເຈົ້າກ່າວເສີມອີກວ່າ ສະຫະລັດ ແລະເກົາຫຼີໃຕ້ ຍັງໄດ້ປະຕິບັດການຍິງລູກສອນໄຟຢູ່ພາກພື້ນດິນນໍາອີກດ້ວຍ.

ເສນາທິການຮ່ວມຂອງກອງ​ທັບເກົາຫຼີໃຕ້ ກ່າວ​ໃນ​ຖະ​ແຫຼງ​ການວ່າ “ການປະຕິ ບັດງານຂອງກອງກໍາລັງຕິດອາວຸດຂອງພວກເຮົາໄດ້ສະແດງໃຫ້ເຫັນວ່າ ພວກເຮົາໄດ້ຕັດ​ສິນ​ໃຈທີ່ຈະຕອບໂຕ້ ຕໍ່ການກະຕຸ້ນຕ່າງໆເຊັ່ນ ການຍິງລູກສອນໄຟ ICBM ຂອງເກົາຫຼີເໜືອ, ແລະພວກເຮົາກໍມີຄວາມສາມາດຢ່າງ​ແນ່ນອນ ​ທີ່​ຈະ​ຍິງ​ທຳ​ລາຍທີ່​ມາ​ຂອງ​ການ​ທ້າ​ທາຍ​ເກາະ​ຜິດນັ້ນໄດ້ຢ່າງດີເລີດ ດ້ວຍພະລັງອັນຖ້ວມລົ້ນຂອງກອງທັບຂອງພວກເຮົາ.”

ອ່ານຂ່າວນີ້ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG