ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານ ຊ່ວຍຄູ່​ຜົວ​ເມຍ ຊາວຕາເວັນຕົກ ​ແລະລູກ​ 3 ຄົນ ຈາກການລັກພາຕົວ ​ຂອງ ກຸ່ມຕາລີບານ


ພາບຖ່າຍຈາກວີດິໂອທີ່ເຜີຍແຜ່ອອກມາໃນເດືອນທັນວາ 2016 ໂດຍກຸ່ມ​ຕາ​ລີ​ບານ​ໃນອັຟ​ການິ​ສຖານ​ ສະແດງໃຫ້ເຫັນ​ວ່ານາງ Caitlan Coleman, ​ສັນຊາດ​ອາ​ເມຣິກັນ ​ແລະທ່ານ Joshua Boyle, ​ສາມີຂອງ​ນາງ ​ທີ່​ເປັນ​ສັນຊາດ​ກາ​ນາ​ດາ ກໍາລັງອ່ານຄໍາຖະແຫລງຮ້ອງຂໍໃຫ້ປະທານາທິບໍດີ ດໍໂນລ ທຣໍາ ມີການ ເຈລະຈາເພື່ອຮັບປະກັນໃຫ້ເຂົາເຈົ້າຖືກປ່ອຍຕົວ ຢ່າງປອດໄພ.
ພາບຖ່າຍຈາກວີດິໂອທີ່ເຜີຍແຜ່ອອກມາໃນເດືອນທັນວາ 2016 ໂດຍກຸ່ມ​ຕາ​ລີ​ບານ​ໃນອັຟ​ການິ​ສຖານ​ ສະແດງໃຫ້ເຫັນ​ວ່ານາງ Caitlan Coleman, ​ສັນຊາດ​ອາ​ເມຣິກັນ ​ແລະທ່ານ Joshua Boyle, ​ສາມີຂອງ​ນາງ ​ທີ່​ເປັນ​ສັນຊາດ​ກາ​ນາ​ດາ ກໍາລັງອ່ານຄໍາຖະແຫລງຮ້ອງຂໍໃຫ້ປະທານາທິບໍດີ ດໍໂນລ ທຣໍາ ມີການ ເຈລະຈາເພື່ອຮັບປະກັນໃຫ້ເຂົາເຈົ້າຖືກປ່ອຍຕົວ ຢ່າງປອດໄພ.

ປາກົດວ່າ ຄູ່​ຜົວ​ເມຍ​ຊາວ​ອາ​ເມຣິກັນ ​ແລະກາ​ນາ​ດາ ​ແລະລູກ​ຂອງ​ເຂົາ​ເຈົ້າ 3 ຄົນ​
ຍັງ​ຢູ່​ໃນປາ​ກິ​ສຖານ​ໃນ​ຕອນ​ເຊົ້າວັນສຸກ​ມື້ນີ້ ​ເພື່ອ​ກຽມ​ເດີນທາງ​ກັບ​ຄືນໄປ​ປະ​ເທດ​
ຕາ​ເວັນ​ຕົກພາຍຫຼັງ​ທີ່​ຖືກ​ກຸ່ມ​ຕາ​ລີ​ບານ ກັກ​ຂັງ​ມາ​ເປັນ​ເວລາ​ຫ້າ​ປີ.

​ໂດຍ​ປະ​ຕິ​ບັດ​ຕາມຂໍ້​ມູນທີ່​ໄດ້​ມາ​ຈາກໜ່ວຍງານ​ສືບ​ລັບ​ຂອງ​ສະຫະລັດ ພວກທະ
ຫານປາ​ກິ​ສຖານ ໄດ້ບຸກເຂົ້າໄປຊ່ວຍ ​ນາງ Caitlan Coleman ​ສັນຊາດ​ອາ​ເມຣິ
ກັນ ​ແລະທ່ານ Joshua Boyle, ​ສາມີຂອງ​ນາງ ​ທີ່​ເປັນ​ສັນຊາດ​ກາ​ນາ​ດາ ອອກ​
ມາ​ຈາກ​ເຂດ​ຊົນ​ເຜົ່າ Kurram ທີ່ຢູ່​ໃກ້ຊາຍ​ແດນ​ຂອງ​ປາ​ກິ​ສຖານ ກັບອັຟ​ການິ​ສ
ຖານນັ້ນ ​ໃນ​ວັນ​ພຸດ​ຜ່ານ​ມາ.

​ເຮືອບິນ​ຂອງ​ສະຫະລັດ​ໄດ້​ກຽມຕົວ​ລໍຖ້າ​ເອົາ​ພວກ​ກ່ຽວບິນ​ໄປ​ຍັງ​ບ່ອນ​ທີ່​ຄາດ​ວ່າ​
ຈະ​ເປັນ​ຄ້າຍ​ທະຫານ​ຂອງ​ສະຫະລັດ​ຢູ່​ເຢຍຣະມັນ​ ເພື່ອ​ກວດ​ສຸຂະ​ພາບ ​ແຕ່​ກໍ​ມີ​
ລາຍ​ງານ​ຂ່າວ​ບອກ​ມາ​ວ່າ ທ່ານ Boyle ລັ່ງ​ເລ​ໃຈ​ທີ່​ຂຶ້ນ​ເຮືອບິນ​ດັ່ງກ່າວ. ໃນ​ວັນ
​ສຸກ​ມື້ນີ້ ຍັງ​ບໍ່ຮູ້ເຫດຜົນອັນ​ຈະ​ແຈ້ງວ່າ​ເປັນ​ຫຍັງ​ທ່ານຈຶ່ງເປັນແນວ​ນັ້ນ.

ນາງ Coleman ​ແລະ​ທ່ານ Boyle ​ໄດ້​ຫາຍ​ສາບ​ສູນ​ໃນ​ຂະນະ​ທີ່​ເດີນທາງ​ແບບ​
ພາຍ​ຖົງ​ຍ່າມ​ທ່ອງ​ທ່ຽວ​ເລາະ​ໄປ​ ​ຢູ່ໃນ​ອັຟ​ການິ​ສຖານ​ໃນປີ 2012. ກຸ່ມ​ຕາ​ລີ​ບານ
​ໃນອັຟ​ການິ​ສຖານ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ເວລາ​ຕໍ່ມາ.

ກຸ່ມ​ດັ່ງກ່າວ ທີ່​ໄດ້​ເອົາ​ວີ​ດິ​ໂອ​ອອກ​ມາ​ເຜີຍ​ແຜ່ໃຫ້​ເຫັນພວກ​ຕົວ​ປະກັນຢູ່​ໃນ​ລະ
ຫວ່າງການ​ກັກ​ຂັງນັ້ນ ​ໄດ້​ຮຽກຮ້ອງ​ໃຫ້​ປ່ອຍ​ນັກໂທດ​ຂອງ​ພວກ​ເຂົາ​ເຈົ້າ ​ເພື່ອ​
ເປັນ​ການ​ແລກປ່ຽນກັບ​ທ່ານ Boyle ​ແລະ​ພັນ​ລະ​ຍາ​ຂອງ​ທ່ານ. ໃນ​ຂະນະ​ທີ່​ຖືກ​
ກັກ​ຂັງຢູ່ນັ້ນ ຄູ່​ຜົວ​ເມຍ​ດັ່ງກ່າວ ​ໄດ້​ເກີດ​ລູກ​ສາມ​ຄົນ ທີ່​ໄດ້​ຖືກຊ່ວຍອອກມາ
ພ້ອມ​ກັນ​ກັບ​ເຂົາ​ເຈົ້າ.

ປະທານາທິບໍດີ ​ດໍ​ໂນ​ລ ທຣໍາ ​ໄດ້​ຍ້ອງຍໍ​ການ​ປ່ອຍ​ຕົວ​ຂອງ​ຄອບຄົວ​ດັ່ງກ່າວ​ໃຫ້​ອອກ
​ຈາກ "ການ​ກັກ​ຂັງ​ຂອງ​ເຄື​ອຂ່າຍ Haqqani ຊຶ່ງ​ເປັນ​ອົງການ​ກໍ່ການ​ຮ້າຍ​ທີ່​ມີ​ສາຍ​ພົວ
ພັນ​ກັບ​ກຸ່ມ​ຕາ​ລີ​ບານ." ທ່ານ​ຍັງ​ໄດ້​ເອີ້ນຄວາມ​ກ້າວໜ້າດັ່ງກ່າວ​ນີ້ວ່າ​ ເປັນ "ຊ່ວງ​ເວລາ
​ທີ່ເປັນ​ໄປ​ໃນ​ທາງ​ດີ" ໃນ​ສາຍ​ສໍາພັນ​ລະຫວ່າງ​ສະຫະລັດ ​ແລະ​ປາ​ກິ​ສຖານ.

ທ່ານ​ກ່າວຢູ່​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງວ່າ "ການ​ຮ່ວມ​ມື​ຂອງ​ລັດຖະບານປາ​ກິ​ສຖານ
​ເປັນສັນຍານບອກ​ໃຫ້​ຮູ້​ວ່າ ປະ​ເທດດັ່ງກ່າວ​ ໃຫ້​ຄວາມ​ສໍາຄັນແກ່​ຄວາມ​ປາດ​ຖະໜາ
ຂອງ​ສະຫະລັດ​ ທີ່​ຢາກ​ໃຫ້​ປະ​ເທດ​ນັ້ນດໍາ​ເນີນ​ການ​ເພີ້ມຂຶ້ນ​ເພື່ອ​ທໍາ​ການປ້ອງ​ກັນ
ຄວາມສະຫງົບ​ຢູ່​ໃນ​ຂົງ​ເຂດ​ດັ່ງກ່າວ." "ພວກ​ເຮົາ​ມີ​ຄວາມຫວັງ ຢາກ​ເຫັນ​ການ​ຮ່ວມ​ມື​
ແບບ​ນີ້ ​ແລະ​ການເຮັດ​ວຽກຮ່ວມ​ກັນ​ເປັນ​ທີ​ມ​ໃນ​ການ​ຊ່ວຍ​ປ້ອງ​ກັນ​ໃຫ້​ມີ​ການ​ປ່ອຍ​ຕົວ
ຢ່າງ​ປອດ​ໄພ ​ແກ່​ພວກ​ຕົວ​ປະກັນ​ທີ່​ຍັງ​ເຫລືອ​ຢູ່​ນັ້ນ ​ແລະ​ໃນ​ປະຕິບັດການ​ຮ່ວມຕ້ານ
​ການກໍ່ການ​ຮ້າຍ ​ໃນ​ອະນາຄົດ​ອີກດ້ວຍ."

​ໃນ​ເວລາ​ຕໍ່ມາ ທ່ານ​ທຣໍາກໍ​ໄດ້​ກ່າວ​ຕໍ່ພວກ​ນັກ​ຂ່າວ​ວ່າ ທ່ານ​ເຊື່ອ​ວ່າ ປາ​ກິ​ສຖານ
"​ໄດ້​ເລີ້ມ​ໃຫ້ການ​ນັບຖື​ຕໍ່ສະຫະລັດ​ຄືນອີກ​ແລ້ວ​."

ທ່ານ Jim Mattis ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສະຫະລັດ​ເກືອບ​ວ່າ
​ບໍ່​ໄດ້​ໃຫ້​ຂໍ້​ມູນ​ຫຍັງແກ່​ພວກ​ນັກ​ຂ່າວ ​ກ່ຽວກັບ​ການ​ປະຕິບັດ​ງານ ​ທີ່​ພາ​ໃຫ້​ມີການ
ປ່ອຍ​ຕົວ​ຂອງ​ຄອບຄົວ ດັ່ງກ່າວ​ໃຫ້​ເປັນ​ອິດສະຫຼະລະ ນອກຈາກ​ການ​ເວົ້າວ່າ
"ມັນ​ເປັນ​ຊ່ວງ​ເວລາທີ່​ດີ​ຫລາຍ ​ແລະ​ພວກ​ເຮົາ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ວຽກຮ່ວມ​ກັບ
ປາ​ກິ​ສຖານ ​ແບບ​ມີ​ການ​ຮ່ວມ​ມື​ກັນ​ເປັນ​ຢ່າງ​ດີ ​ໃນ​ອະນາຄົດ​ເພື່ອ​ສະກັດ​ກັ້ນການ
ກໍ່ການຮ້າຍ ທີ່​ລວມທັງ​ການ​ລັກ​ພາ​ຕົວ​ນັ້ນອີກດ້ວຍ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້

Paksitan Helps Rescue Western Hostages
please wait

No media source currently available

0:00 0:02:14 0:00

XS
SM
MD
LG