ຜູ້ພິພາກສາສານສູງສຸດ ທ່ານແຄລເຣັນສ໌ ທໍມັສ (Clarence Thomas) ທີ່ເຂົ້າຮັບການປິ່ນປົວຢູ່ໂຮງພະຍາບານ ໃນອາທິດແລ້ວນີ້ ຍ້ອນມີອາການຄ້າຍຄືກັບເປັນໄຂ້ຫວັດນັ້ນ ບໍ່ໄດ້ຕິດພະຍາດໂຄວິດ-19 ນັ້ນຄືຄຳເວົ້າໂຄສົກຂອງສານ ໃນວັນຈັນວານນີ້ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້.
ສານໄດ້ປະກາດ ໃນຄືນວັນອາທິດ ທີ່ຜ່ານມານີ້ວ່າ ທ່ານທໍມັສ ຜູ້ພິພາກສາຫົວອະນຸລັກນິຍົມອາຍຸ 73 ປີ ຖືກສົ່ງເຂົ້າຮັບການປິ່ນປົວທີ່ໂຮງພະຍາບານຊິບບລີແມັມໂມຣຽລ (Sibley Memorial) ໃນນະຄອນຫຼວງວໍຊິງຕັນເມື່ອແລງວັນສຸກທີ່ຜ່ານມາ ແຕ່ບໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບຊະນິດຂອງການອັກເສບ. ທ່ານທໍມັສ ເຄີຍໄດ້ຮັບການປິ່ນປົວໂດຍການໃຊ້ຢາຕ້ານເຊື້ອໄອວີມາກ່ອນ ອີງຕາມຄຳເວົ້າຂອງສານ.
ທ່ານນາງແພັດທຣີເຊຍ ແມັກເຄບ (Patricia McCabe) ໂຄສົກຂອງສານກ່າວຢູ່ໃນຖະແຫຼງຂ່າວ ໃນວັນອາທິດທີ່ຜ່ານນີ້ວ່າ “ອາການຂອງທ່ານ ແມ່ນຄ່ອຍບັນເທົາລົງແດ່ແລ້ວ ແລະຄາດວ່າທ່ານຄົງຈະໄດ້ຮັບອະນຸຍາດໃຫ້ອອກຈາກໂຮງໝໍ ພາຍໃນມື້ ຫຼືບໍ່ກໍສອງມື້ນີ້ຫລະ.”
ທ່ານນາງແມັກເຄບ ກ່າວໃນວັນຈັນວານນີ້ວ່າ ທ່ານທໍມັສ ບໍ່ໄດ້ເປັນພະຍາດໂຄວິດ-19.
ທ່ານທໍມັສ ທີ່ບໍ່ໄດ້ເຂົ້າຮ່ວມການໂຕ້ຖຽງຂອງສານ ໃນວັນຈັນວານນີ້ ຈະເຂົ້າຮ່ວມການພິຈາລະນາຄະດີຕ່າງໆຂອງສານທີ່ທ່ານພາດໄປໃນລະຫວ່າງທີ່ບໍ່ສະບາຍນັ້ນ ໂດຍການໃຊ້ບັນທຶກ ສຽງຂອງການໂຕ້ແຍ້ງ ແລະການສະຫຼຸບ ອີງຕາມຄຳເວົ້າຂອງສານ.
ສານສູງສຸດ ກໍຄືກັນກັບບ່ອນເຮັດວຽກຫຼາຍໆແຫ່ງ ແມ່ນເຮັດວຽກຈາກທາງໄກ ຕັ້ງແຕ່ຕອນຕົ້ນໆຂອງການລະບາດຂອງໂຄໂຣນາໄວຣັສ ໂດຍມີການໂຕ້ແຍ້ງກັນທີ່ສາມາດໄດ້ຍິນ ຜ່ານກອງປະຊຸມ ທາງໂທລະສັບ. ທ່ານແບຣັດ ຄາວານໍ
ຜູ້ພິພາກສາທີ່ນິຍົມແນວທາງເດີມ ໄດ້ກວດພົບໂຄວິດ-19 ມີຜົນເປັນບວກເມື່ອເດືອນຕຸລາປີກາຍນີ້ ບໍ່ເທົ່າໃດມື້ ກ່ອນທີ່ສານຈະເລີ້ມການໂຕ້ແຍ້ງທີ່ມີຜູ້ພິພາກສາເຂົ້າຮ່ວມ.
ສຳນັກງານຂອງສານສູງສຸດ ຍັງປິດ ບໍ່ໃຫ້ຜູ້ຄົນເຂົ້າໄປເທື່ອໃນເວລານີ້.