ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແມ່ຍິງ ປ່ຽນເພດ ເສຍຊີວິດ ຫຼາຍວັນ ຫຼັງຈາກ ຖືກປ່ອຍຕົວ ຈາກການຄວບຄຸມ ຂອງກົມ ກວດຄົນເຂົ້າເມືອງ ສຫລ


ທຸງຊາດອາເມຣິກາ ໃນຮູບພາບນີ້ ປັກຢູ່ດ້ານນອກດ່ານ ກວດຄົນເຂົ້າເມືອງທ່າ ແອລ ປາໂຊ ນໍເຕ ລັດເທັກຊັດ, ວັນທີ 7 ເມສາ, 2018.
ທຸງຊາດອາເມຣິກາ ໃນຮູບພາບນີ້ ປັກຢູ່ດ້ານນອກດ່ານ ກວດຄົນເຂົ້າເມືອງທ່າ ແອລ ປາໂຊ ນໍເຕ ລັດເທັກຊັດ, ວັນທີ 7 ເມສາ, 2018.

ແມ່ຍິງປ່ຽນເພດຄົນນຶ່ງ ຜູ້ທີ່ໄດ້ຢູ່ໃນການຄວບຄຸມໂດຍ ກົມກວດຄົນເຂົ້າເມືອງ ຂອງ
ສະຫະລັດ ຕັ້ງແຕ່ເດືອນເມສາຜ່ານມາ ໄດ້ເສຍຊີວິດໃນວັນທີ 1 ມິຖຸນາ ຜ່ານມານີ້ ຫຼັງຈາກທີ່ໄດ້ຖືກສົ່ງໄປຮັກສາຢູ່ທີ່ໂຮງໝໍເປັນເວລາ 4 ວັນ ສຳລັບອາການເຈັບໜ້າເອີກ
ໃນເມື່ອກ່ອນ ບັນດາເຈົ້າໜ້າທີ່ສະຫະລັດ ໄດ້ຢືນຢັນຕໍ່ວີ ໂອເອ ໃນວັນຈັນວານນີ້ ຫຼັງ
ຈາກເລື້ອງດັ່ງກ່າວໄດ້ຖືກນຳລົງໃນສື່ສັງຄົມ ແລະລາຍງານຕ່າງໆ ກໍໄດ້ຖືກເປີດເຜີຍ
ຫຼັງຈາກການເສຍຊີວິດຂອງນາງ.

ບັນດາເຈົ້າໜ້າທີ່ກວດຄົນເຂົ້າເມືອງໄດ້ພົບພໍ້ກັບນາງໂຈຮານາ ເມດີນາ ລີອອນ ເທື່ອ
ທຳອິດ ໃນວັນທີ 11 ເມສາ ຢູ່ທີ່ດ່ານກວດຄົນເຂົ້າເມືອງ ເມືອງ ປາໂຊ ແດລ ນໍຣ໌ເຕ
ໃນລັດເທັກຊັດ ອີງຕາມ ກົມກວດຄົນເຂົ້າເມືອງ ແລະພາສີຂອງ ສະຫະລັດ ຫຼື ICE.

ນາງ ເມດີນາ ລີອອນ ອາຍຸ 25 ປີ ໄດ້ຖືກປະຕິເສດບໍ່ໃຫ້ເຂົ້າປະເທດແລະໄດ້ຖືກດຳ
ເນີນການໃຫ້ “ສົ່ງອອກປະເທດໃນທັນທີ” ອັນເປັນຂັ້ນຕອນການເນລະ ເທດທີ່ລວບ
ລັດ ໃນເວລາທີ່ນາງໄດ້ຍື່ນຄຳຮ້ອງຂໍເຂົ້າປະເທດຢູ່ທີ່ດ່ານເຂົ້າເມືອງແຫ່ງນັ້ນ ດັ່ງທີ່
ອົງການດັ່ງກ່າວ ໄດ້ໃຫ້ການອະທິບາຍໃນຖະແຫລງການສະບັບ ນຶ່ງ ທີ່ໄດ້ສົ່ງໃຫ້
ວີໂອເອ.

ນາງເມດີນາ ລີອອນ ໄດ້ຖືກນຳສົ່ງກັບຄືນໄປປະເທດຕົ້ນກຳເນີດຂອງນາງ ກໍຄື
ແອລຊາລວາດໍ ໃນທັນທີ ແຕ່ໄດ້ຖືກຮັບເອົາ ໃນການກວດພົບເຫັນ ມີຄວາມ ໜ້າເຊື່ອ
ຖືໄດ້ວ່າ ເປັນບຸກຄົນທີ່ໜ້າເປັນຫ່ວງ ໃນວັນທີ 18 ພຶດສະພາ ຊຶ່ງອົງ ການ ICE ໄດ້
ກ່າວວ່າ ເປັນບາດກ້າວທຳອິດ ໃນການຍື່ນເອກກະສານເພື່ອຂໍລີ້ໄພ.

ສິບວັນຕໍ່ຈາກນັ້ນມາ ນາງໄດ້ຂໍຮ້ອງໃຫ້ກວດຫາພະຍາດ HIV ແລ້ວມັນໄດ້ອອກມາ
ວ່າ ມີເຊື້ອ. ນາງໄດ້ຈົ່ມວ່າ ມີອາການເຈັບໜ້າເອີກຫຼາຍເທື່ອ ຈຶ່ງໄດ້ ຖືກນຳສົ່ງໄປຍັງ
ໂຮງໝໍເມືອງ ແອລປາໂຊ ໃນມື້ດຽວກັນນັ້ນ. ນາງໄດ້ເສຍຊີວິດ ໃນວັນທີ 1 ມິຖຸນາ.

ເຖິງແມ່ນວ່າ ອົງການ ICE ບໍ່ໄດ້ໃຫ້ລາຍລະອຽດຂອງການຕາຍຢ່າງເປັນທາງການ
ແຕ່ຖະແຫລງການຂອງອົງການນີ້ ອ້າງວ່າບັນຫາສຸຂະພາບໃນເບື້ອງຕົ້ນ ທີ່ໄດ້ສັງຫານ
ນາງເມດີນາ ລີອອນ.

ພວກເຈົ້າໜ້າທີ່ ຍັງໄດ້ອ້າງເຖິງນາງວ່າ ເປັນ “ອະດີດ” ຜູ້ຖືກຄວບຄຸມຕົວຂອງ ອົງການ
ICE ມາກ່ອນ ໃນຖານະທີ່ ມື້ດຽວກັນນັ້ນ ນາງໄດ້ຖືກສົ່ງໄປຮັກສາຢູ່ ໂຮງໝໍ ໂດຍກ່າວ
ວ່າ “ໃນກໍລະນີຂອງນາງ ທີ່ໄດ້ຖືກກວດສອບຄືນແລ້ວ ແລະ ໄດ້ຖືກດຳເນີນການ
ເພື່ອໃຫ້ປ່ອຍຕົວໃນຖານະເປັນຜູ້ຕິດຕາມເບິ່ງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG