ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ໂຮງໝໍທີ່ໃຫຍ່ທີ່ສຸດ ທີ່ຍັງເຫຼືອຢູ່ໃນເມືອງ Aleppo ຖືກຖິ້ມລະເບີດ ໃສ່ອີກຄັ້ງໜຶ່ງ


ຫ້ອງທີ່ເປົ່າຫວ່າງໃນໂຮງໝໍຊົ່ວຄາວຫຼັງຈາກການໂຈມຕີ
ທາງອາກາດໃນເຂດທີ່ຖືກປົກຄອງໂດຍພວກກະບົດໃນເມືອງ
Aleppo, 1 ຕຸລາ, 2016.
ຫ້ອງທີ່ເປົ່າຫວ່າງໃນໂຮງໝໍຊົ່ວຄາວຫຼັງຈາກການໂຈມຕີ ທາງອາກາດໃນເຂດທີ່ຖືກປົກຄອງໂດຍພວກກະບົດໃນເມືອງ Aleppo, 1 ຕຸລາ, 2016.

ບັນດາພະນັກງານກູ້ໄພກ່າວວ່າ ໂຮງໝໍທີ່ໃຫຍ່ທີ່ສຸດທີ່ຍັງເຫຼືອຢູ່ໃນ ເຂດແດນເຄິ່ງໜຶ່ງທີ່ ຖືກຄວບຄຸມໂດຍພວກກະບົດ ໃນພາກຕາເວັນອອກຂອງເມືອງ Aleppo ແມ່ນໄດ້ຖືກລະ ເບີດຖິ້ມໃສ່ເປັນຄັ້ງທີ 2 ໃນວັນເສົາວານນີ້ ໃນຮອບສອງສາມມື້ທີ່ຜ່ານມາ, ໃນຂະນະທີ່ ກຳລັງລັດຖະບານ ຊີເຣຍ ແລະ ພັນທະມິດ ຣັດເຊຍ ຂອງພວກເຂົາເຈົ້າໄດ້ກົດດັນການ ບຸກໂຈມຕີທີ່ຮ້າຍ ແຮງເພື່ອຍຶດເອົາເມືອງທັງໝົດຄືນມາ.

ໂຄສົກຂອງ ສະມາຄົມການແພດ ອາເມຣິກາ ໃນ ຊີເຣຍ ໄດ້ກ່າວວ່າ ໂຮງໝໍ M-10 ໄດ້ ຖືກໂຈມຕີໂດຍລະເບີດຖັງຢ່າງໜ້ອຍສອງລູກ ໃນຂະນະທີ່ນາຍແພດຄົນຕ່າງໆກຳລັງ ດຳເນີນຂະບວນການປິ່ນປົວສຸກເສີນຕໍ່ກຸ່ມຄົນເຈັບຈຳນວນບໍ່ຫຼາຍ.

ນອກນັ້ນ ທ່ານ Adham Sahloul ຍັງໄດ້ກ່າວຕໍ່ບັນດານັກຂ່າວວ່າ ພະນັກງານແພດ ແລະ ຄົນເຈັບກຸ່ມນ້ອຍແມ່ນຍັງຄົງຕິດຄ້າງຢູ່ໃນອາຄານທີ່ພັງລົງມາ, ໂຮງໝໍທີ່ມີຢູ່ໜຶ່ງໃນ ສອງແຫ່ງໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍໃນວັນພຸດທີ່ຜ່ານມາ ໂດຍການໂຈມຕີ ທາງອາກາດທີ່ໄດ້ຂ້າປະຊາຊົນຫຼາຍຄົນ.

ໂຮງໝໍຊົ່ວຄາວໄດ້ຮັບຄວາມເສຍຫາຍຫຼັງຈາກການໂຈມຕີທາງອາກາດໃນເຂດທີ່ຖືກຄວບຄຸມໂດຍ ພວກກະບົດໃນເມືອງ Aleppo, ຊີເຣຍ. 1 ຕຸລາ 2016.
ໂຮງໝໍຊົ່ວຄາວໄດ້ຮັບຄວາມເສຍຫາຍຫຼັງຈາກການໂຈມຕີທາງອາກາດໃນເຂດທີ່ຖືກຄວບຄຸມໂດຍ ພວກກະບົດໃນເມືອງ Aleppo, ຊີເຣຍ. 1 ຕຸລາ 2016.

ພວກນັກສັງເກດການຈາກອົງການສິ້ງຊອມເພື່ອສິດທິມະນຸດໃນ ຊີເຣຍ ກ່າວວ່າ ແພດໝໍ 30 ຄົນຍັງຢູ່ປິ່ນປົວປະຊາຊົນທີ່ໄດ້ຕິດຄ້າງໃນເມືອງ Aleppo ຈຳນວນ 300,000 ຄົນ, ໃນຂະນະທີ່ກອງກຳລັງລັດຖະບານໄດ້ກົດດັນການໂຈມຕີຂອງພວກເຂົາເຈົ້າໃນວັນເສົາ ວານນີ້ ຢູ່ຕາມໝູ່ບ້ານທີ່ສຳຄັນໃນພາກເໜືອຂອງເມືອງດັ່ງກ່າວ.

ພວກນັກສັງເກດການໃນວັນເສົາວານນີ້ ໄດ້ລາຍງານການເສຍຊີວິດຂອງປະຊາຊົນຢ່າງ ໜ້ອຍ 20 ຄົນ, ລວມທັງເດັກນ້ອຍ 6 ຄົນ ໃນການໂຈມຕີທາງອາກາດບ່ອນອື່ນ ໃນເຂດ ຂອງພວກກະບົດໃນເມືອງນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG