ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ໂຮງໝໍ ຢູ່ຂົງເຂດທິເກຣ ຂອງເອທິໂອເປຍ ຂາດເຂີນຢາປົວພະຍາດ


ພວກອົບພະຍົບເອທິໂອເປຍ ກຳລັງລໍຖ້າຮັບເອົາອາຫານຢູ່ສູນອົບພະຍົບ Um Rakuba ຢູ່ຊາຍແດນປະເທດຊູດານ ແລະເອທິໂອເປຍ ເມືອວັນທີ 28 ພະຈິກ 2020.
ພວກອົບພະຍົບເອທິໂອເປຍ ກຳລັງລໍຖ້າຮັບເອົາອາຫານຢູ່ສູນອົບພະຍົບ Um Rakuba ຢູ່ຊາຍແດນປະເທດຊູດານ ແລະເອທິໂອເປຍ ເມືອວັນທີ 28 ພະຈິກ 2020.

ໂຮງໝໍໃນເມືອງເມເກລີ (Mekelle) ເມືອງເອກຂອງເຂດທິເກຣ ຂອງປະເທດ ເອທິໂອ
ເປຍ ບໍ່ມີຢາປົວພະຍາດ ເພື່ອປິ່ນປົວຜູ້ໄດ້ຮັບບາດເຈັບ ແລະພວກພະ ນັກງານໄດ້ກ່າວ
ໃນວັນອາທິດວານນີ້ ນຶ່ງມື້ຫຼັງຈາກນາຍົກລັດຖະມົນຕີ ໄດ້ປະ ກາດ “ໄຊຊະນະ” ໃນ
ການສູ້ລົບຢູ່ໃນຂົງເຂດດັ່ງກ່າວ ແລະທະຫານປະກາດວ່າ ຕົນໄດ້ເຂົ້າຄວບຄຸມເຂດ
ນັ້ນແລ້ວ.

ນາຍົກລັດຖະມົນຕີອາບີອີ ອາເມດ (Abyi Ahmed) ກ່າວໃນວັນເສົາທີ່ຜ່ານ ມານີ້ວ່າ
ເມືອງເມເກລີ ໄດ້ຖືກ “ຄວບຄຸມ” ຫຼັງຈາກໄດ້ຍື່ນຄຳຂາດ ຕໍ່ກຳລັງ ແນວໂຮມປົດປ່ອຍ
ປະຊາຊົນທິເກຣ ຫຼື TPLF 72 ຊົ່ວໂມງ ໃຫ້ຍອມຈຳນົນ ຕໍ່ລັດຖະບານແຫ່ງຊາດ. ທ່ານ
ອາບີໄດ້ປະກາດ ການບຸກໂຈມຕີທາງທະຫານຂອງລັດຖະບານຕໍ່ຂົງເຂດທິເກຣ ໃນວັນ
ທີ 4 ເດືອນພະຈິກໂດຍກ່າວວ່າ ເປັນ ການຕອບໂຕ້ຕໍ່ການໂຈມຕີໂດຍກຳລັງທິເກຣຕໍ່
ຖານທັບທະຫານຂອງລັດຖະບານ ກາງ.

ພວກເຈົ້າໜ້າທີ່ ຍັງບໍ່ທັນໄດ້ໃຫ້ການຢືນຢັນເທື່ອວ່າໄດ້ມີການເສຍຊີວິດໃດໆຫຼືບໍ່ ໃນ
ການສູ້ລົບເມື່ອວັນເສົາທີ່ຜ່ານມາແຕ່ວ່າອົງການກາແດງສາກົນ (ICRC) ໄດ້ ໃຫ້ຂໍ້ສັງ
ເກດວ່າ ໂຮງໝໍ Ayder Referral ໃນເມືອງເມເກລີ ຂາດເຂີນຖົງໃສ່ ສົບຜູ້ເສຍຊີວິດ.
ອິງຕາມອົງການ ICRC ປະມານ 80 ເປີເຊັນຂອງຄົນເຈັບຢູ່ໂຮງໝໍໄດ້ຮັບບາດເຈັບໜັກ.

ທ່ານນາງມາເຣຍ ໂຊລີແດດ (Maria Soledad) ຫົວໜ້າປະຕິບັດງານຂອງ ອົງການ
ICRC ໃນເອທິໂອເປຍ ໄດ້ເຜີຍແຜ່ຂ່າວ ໃນວັນອາທິດວານນີ້ວ່າ “ໂຮງໝໍຕົກຢູ່ໃນອັນ
ຕະລາຍ ກຳລັງຈະບໍ່ມີຢາປົວ ແລະເຄື່ອງໃຊ້ຕ່າງໆ ເຊັ່ນ ຝ້າຍຫຍິບ (sature) ຢາປະຕິ
ຊີວະນະຫຼືຢາກັນອັກເສບ (antibiotics) ຢາ ປ້ອງກັນເລືອດກ້າມ (anticoagulants)
ຢາແກ້ປວດ ແລະສົບມື.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG