ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ດ້ວຍລະເບີດ ​ສະຫຼະຊີບ ສັງຫານ ຫຼາຍສິບຄົນ ໃນປາກິສຖານ


VOA60 World - Dozens Killed After Deadly Bomb Hits Pakistan Hospital
please wait

No media source currently available

0:00 0:01:00 0:00

ເຫດລະເບີດ ຍັງຜົນໃຫ້ມີຜູ້ຄົນຊີວິດ ຫຼາຍສິບກວ່າຄົນ

ເຈົ້າໜ້າ​ທີ່​ສາທາລະນະ​ສຸກ​ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ສະຫຼະຊີບ​ຂະໜາດ​ແຮງ​ໃນ​ວັນ​ຈັນ​ວານ​ນີ້ທີ່​ໂຮງໝໍ​ແຫ່ງ​ນຶ່ງ​ໃນ​ເມືອງ Quetta ທາງ​ພາກ​ຕາ​ເວັນ​ຕົກ ສຽງ​ໃຕ້​ຂອງ​ປາ​ກິ​ສຖານນັ້ນເຮັດ​ໃຫ້​ມີຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 70 ຄົນ​ແລະ​ໄດ້​ຮັບ ບາດ​ເຈັບ​ອີກ 112 ຄົນ.

​ເຫດ​ລະ​ເບີດ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນບໍ່​ດົນ​ຫຼັງຈາກ​ພວກ​ທະນາຍຄວາມ​ຫລາຍສິບ​ຄົນ ​ໄດ້​ໄປ​ໂຮມ​ຊຸມນຸມ​ກັນ​ຢູ່​ໂຮງໝໍພົນລະ​ເຮືອນ​ເມືອງ Quetta ​ເພື່ອ​ປະ​ທ້ວງ​ແລະ ​ໄວ້​ທຸກ​ໃຫ້​ແກ່​ການ​ສັງ ຫານ ​ປະທານ​ສະມາຄົມ​ນັກ​ກົດໝາຍ​ປະຈຳ​ແຂວງ ທີ່​ໄດ້ ຖືກ​ຍິງ​ຕາຍ​ໂດຍ​ມື​ປືນ​ບໍ່​ຊາບ​ຝ່າຍ ໃນ​ການ​ຂີ່​ລົດ​ຜ່ານ​ໄປ​ແລ້ວ​ຍິງ​ປືນ​ສາດໃສ່​ໃນ ຕອນ​ເຊົ້າຂອງ​ມື້ວານ​ນີ້.

ໂຮງພະຍາບານພົນລະເຮືອນ Quetta, ເມືອງ Quetta, ປາກິສຖານ
ໂຮງພະຍາບານພົນລະເຮືອນ Quetta, ເມືອງ Quetta, ປາກິສຖານ

ພວກ​ເຄາະ​ຮ້າຍ​ສ່ວນ​ໃຫຍ່​ແມ່ນ​ທະນາຍຄວາມ. ພວກ​ນັກ​ຂ່າວ​ແລະ​ມື​ກ້ອງຖ່າຍໂທລະ ພາບ​ກໍ​ຮວມຢູ່​ໃນ​ຈຳນວນ​ຜູ້​ເສຍ​ຊີວິດ ​ແລະ​ໄດ້​ຮັບ​ບາດ​ເຈັບ.

ພວກທີ່​ແຍກ​ໂຕ​ອອກ​ຈາກ​ກຸ່ມຫົວ​ຮຸນ​ແຮງ​ຈັດຕາ​ລີ​ບານ​ໃນ​ປາ​ກິ​ສຖານ Jamaat-ul- Ahrar ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ທັງ​ການ​ສັງຫານ​ປະທານ​ສະມາຄົມ​ນັກ​ກົດໝາຍ ​ແລະ​ການວາງ​ລະ​ເບີດ​ຂະໜາດ​ແຮງ​ໃນເວລາ​ຕໍ່​ມາ. ​ໂຄ ສົກ​ຂອງ​ກຸ່ມ​ດັ່ງ​ເວົ້າຖະ​ແຫຼງວ່າ ການ​ໂຈມ​ຕີ​ສະຫຼະຊີບ​ໄດ້​ມີ​ຂຶ້ນທີ່​ໂຮງໝໍ​ຍ້ອນ​ມີ ການ​ຄາດ​ວ່າ​ພວກ​ທະນາຍ​ຄວາມ​ແລະ​ເຈົ້າໜ້າ​ທີ່​ລັດ​ຖະບານ​ຈະ​ໄປ​ໂຮມ​ຊຸມ​ນຸມ ກັນ​ເປັນ​ຈຳນວນ​ຫຼວງຫຼາຍຢູ່​ທີ່​ນັ້ນ.

ເຊີນຊົມ: ພາບວີດີໂອທີ່ສະແດງເຖິງການໂຈມຕີທີ່ໂຮງພະຍາບານ

Dozens Killed After Deadly Bomb Hits Pakistan Hospital
please wait

No media source currently available

0:00 0:00:34 0:00

ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຢືນຢັນ ​ຈາກແຫ​ລ່ງຂ່າວທີ່​ເປັນ​ອິດສະຫຼະ​ເທື່ອ​ກ່ຽວ​ກັບ​ການ​ກ່າວ​ອ້າງ​ທີ່​ວ່ານີ້. ກຸ່ມ Jamaat-ul-Ahrar ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບໃນ ການ​ໂຈມ​ຕີ​ເນື່ອງ​ໃນ​ວັນ​ບຸນ​ອິສ​ເຕີ້ ທີ່​ນະຄອນ​ລາ​ຮໍ ຫົວ​ເມືອງ​ໃຫຍ່​ອັນ​ດັບ​ສອງ ຂອງ​ປາ​ກິ​ສຖານ ​ໃນ​ເດືອນ​ມີນາ​ປີ​ນີ້ ທີ່​ເຮັດ​ໃຫ້ 70 ກວ່າ​ຄົນ​ເສຍ​ຊີວິດ. ​ໃນ​ອາ ທິດ​ແລ້ວນີ້ ສະຫະລັດ​ໄດ້​ຈັດ​ເອົາ​ກຸ່ມ Jamaat-ul-Ahrar ​ເຂົ້າ​ໄວ້​ໃນ​ບັນຊີ​ລາຍ ຊື່​ກຸ່ມ​ກໍ່​ການ​ຮ້າຍ​ຂອງ​ໂລກ.

ຜູ້ຄົນພາກັນຊ່ອຍເຫຼືອພວກເຄາະຮ້າຍ ໃນເມືອງ Quetta, Pakistan, 8 ສິງຫາ, 2016.
ຜູ້ຄົນພາກັນຊ່ອຍເຫຼືອພວກເຄາະຮ້າຍ ໃນເມືອງ Quetta, Pakistan, 8 ສິງຫາ, 2016.

​ກຸ່ມ​ລັດ​ອິສລາມ​ໃນ​ເວລາ​ຕໍ່​ມາ ກໍ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ກ່ຽວ​ກັບ​ການວາງ​ລະ​ເບີດ​ຢູ່​ທີ່​ໂຮງໝໍ​ດັ່ງກ່າວ​ເຊັ່ນ​ດຽວ​ກັນ.

​ໃນ​ການ​ຖະ​ແຫຼງຕໍ່​ວີ​ໂອ​ເອນັ້ນ ​ໂຄສົກ​ຂອງ​ແຂວງ ທ່ານ Anwar ul-Haq Kakar ​ໄດ້​ໃຫ້​ລາຍ​ລະອຽດ​ກ່ຽວ​ກັບ​ການ​ໂຈມ​ຕີ​ທີ່​ເມືອງ Quetta ​ໃນວັນ​ຈັນ ວານ​ນີ້.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG