ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລະເບີດ ຂະໜາດແຮງ ແຕກຢູ່ໂຮງໝໍ ປາກິສຖານ ເຮັດໃຫ້ 50 ຄົນເສຍຊີວິດ


ພາບເຫດການລະເບີດແຕກຢູ່ນອກໂຮງໝໍ ໃນເມືອງ Quetta. ປາກິສຖານ. 8 ສິງຫາ, 2016.
ພາບເຫດການລະເບີດແຕກຢູ່ນອກໂຮງໝໍ ໃນເມືອງ Quetta. ປາກິສຖານ. 8 ສິງຫາ, 2016.

ລະເບີດທີ່ມີຄວາມແຮງສູງໄດ້ແຕກຂຶ້ນໃນວັນຈັນມື້ນີ້ ໃນອາຄານໂຮງໝໍ ແຫ່ງໜຶ່ງທີ່ເມືອງ Quetta ທາງພາກຕາເວັນຕົກສຽງໃຕ້ຂອງ ປາກິສຖານ, ເຮັດໃຫ້ມີປະຊາຊົນເສຍຊີວິດ ຫຼາຍກວ່າ 50 ຄົນ ແລະ ບາດເຈັບຫຼາຍກວ່າ 60 ຄົນ, ອີງຕາມການກ່າວຂອງຜູ້ເຫັນເຫດ ການ ແລະ ຕຳຫຼວດ.

ຜູ້ທີ່ໄດ້ຮັບເຄາະຮ້າຍ ສ່ວນໃຫຍ່ແມ່ນພວກທະນາຍຄວາມ. ອີງຕາມການລາຍງານເບື້ອງ ຕົ້ນ.

ຜູ້ກຳກັບການຕຳຫຼວດອາວຸໂສ ທ່ານ Zahoor Ahmed Afridi ໄດ້ກ່າວຕໍ່ວີໂອເອວ່າ ເຈົ້າ ໜ້າທີ່ຕຳຫຼວດຫຼາຍຄົນ ແລະ ນັກຂ່າວຢ່າງໜ້ອຍ 2 ຄົນແມ່ນຢູ່ໃນຈຳນວນຜູ້ທີ່ເສຍຊີວິດ ນັ້ນ.

ລະເບີດແຕກໄດ້ເກີດຂຶ້ນ ບໍ່ດົນຫຼັງຈາກບັນດາທະນາຍຄວາມຫຼາຍສິບຄົນໄດ້ໄປເຕົ້າໂຮມ ກັນໃນໂຮງໝໍພົນລະເຮືອນຂອງເມືອງ Quetta ເພື່ອປະທ້ວງ ແລະ ໄວ້ອາໄລໃຫ້ກັບປະ ທານຂອງສະມາຄົມນັກກົດ

ໂຮງໝໍພົນລະເຮືອນ Quetta, ເມືອງ Quetta, ປາກິສຖານ.
ໂຮງໝໍພົນລະເຮືອນ Quetta, ເມືອງ Quetta, ປາກິສຖານ.

ໝາຍຜູ້ຊ່ຽວຊານຂອງແຂວງທີ່ຖືກຂ້າຕາຍ ໃນການຖືກຍິງຈາກການຂັບລົດຜ່ານໃນຕອນ ເຊົ້າ ໂດຍມືປືນທີ່ບໍ່ຮູ້ຊື່.

ບັນດານັກຂ່າວ ແລະ ມືກ້ອງໂທລະພາບທີ່ໄປເກັບກຳຂ່າວການປະທ້ວງຂອງບັນດາທະ ນາຍຄວາມ ກໍຢູ່ໃນຈຳນວນຜູ້ທີ່ເສຍຊີວິດ ແລະ ບາດເຈັບ. ພວກເຈົ້າໜ້າທີ່ກ່າວວ່າ ຈຳ ນວນຜູ້ເສຍຊີວິດ ແມ່ນເບິ່ງຄືວ່າຈະເພີ່ມຂຶ້ນ, ໃນຂະນະທີ່ “ອາການຂອງຜູ້ທີ່ໄດ້ຮັບບາດ ເຈັບຫຼາຍຄົນແມ່ນສາຫັດ.”

ໂຄສົກລັດຖະບານແຂວງ ທ່ານ Anwar ul-Haq Kakar ໄດ້ໃຫ້ຂໍ້ມູນກ່ຽວກັບ ເຫດການ ດັ່ງກ່າວ ຕໍ່ວີໂອເອ.

ທ່ານໄດ້ກ່າວວ່າ “ຕອນເຊົ້າມື້ນີ້, ບໍ່ເປັນຈັ່ງໂຊກ, ໜຶ່ງໃນບັນດາທະນາຍຄວາມທີ່ໂດດ ເດັ່ນຂອງພວກເຮົາຄົນໜຶ່ງ, ທ່ານ Bilal Anwar Kasi, ໄດ້ຕົກເປັນເປົ້າໝາຍ ແລະ ໄດ້ຖືກຂ້າຢ່າງວິຣະຊົນໃນຕອນເຊົ້າໆມື້ນີ້. ໃນທັນທີທີ່ສະມາຄົມນັກກົດໝາຍໄດ້ຮັບ ສົບຂອງທ່ານ ມັນກໍໄດ້ມີການລະເບີດຄັ້ງໃຫຍ່ເກີດຂຶ້ນ ເຊິ່ງເຮັດໃຫ້ຄົນຂອງພວກເຮົາ ໄດ້ຮັບບາດເຈັບຈຳນວນຫຼາຍ ແລະ ເສຍຊີວິດຫຼາຍຄົນ.”


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Dozens Killed After Deadly Bomb Hits Pakistan Hospital
please wait

No media source currently available

0:00 0:00:34 0:00

XS
SM
MD
LG