ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກປະເທດ ອີຢູ ຈະອະພິປາຍກັນ ເລື້ອງບັນຫາ ຊາວອົບພະຍົບ ທີ່ຂ້າມທະເລ ເມດີເທີເຣນຽນ ມາ


Amnesty: ‘Horrific Abuse’ Driving Migrants Across Mediterranean
please wait

No media source currently available

0:00 0:03:02 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ໃນ​ອາທິດ​ນີ້ ຢູ​ໂຣບຈະອະພິປາຍກັນ ກ່ຽ​ວກັບ​ການຈັດຕັ້ງລະ
ບົບ​ໂຄ​ວຕາ ສຳ​ຫລັບການຈັດ​ແບ່ງ​ຊາວ​ອົບ​ພະຍົບຫຼາຍ​ແສນ​
ຄົນ ທີ່​ໄດ້​ໄປ​ເຖິງ​ທະວີ​ບ​ຢູ​ໂຣບນັ້ນ ​ໃຫ້​ແກ່​ທຸກໆປະ​ເທດສະມາ
ຊິກ ​ຂອງ​ສະຫະພາບ​ຢູ​ໂຣບ. ການ​ອະພິປາຍ​ມີ​ຂຶ້ນ ​ໃນ​ຂະນະ​
ທີ່ ອົງການ​ນິລະ​ໂທດ​ກຳ​ສາກົນ ​ເຕືອນ​ວ່າ ການ​ກະທຳ​ທີ່​ໂຫດ
ຮ້າຍ ຕໍ່​ຊາວແຮງ​ງານຍ້າຍທີ່ ຢູ່​ໃນ​ລີ​ເບຍ ທີ່​ມີ​ຮວມທັງ ການ​
ທຸມ​ຕີ ການ​ທໍລະມານ ​ແລະ ການ​ຂົ່ມຂືນ​ຊຳ​ເລົານັ້ນ ໄດ້​ຂັບດັນ​
ໃຫ້ຫຼາຍຄົນ ຫລົບໜີ​ຂ້າມທະ​ເລ​ Mediterranean ມາ.

​ໃນຂະນະ​ທີ່ ບັນດາ​ນັກ​ການ​ເມືອງ​ຂອງ​ຢູ​ໂຣບ ສືບ​ຕໍ່​ອະພິປາຍ​
ກັນ ກ່ຽວ​ກັບ​ເລື່ອງ​ຄົນ​ເຂົ້າ​ເມືອງຢູ່​ນັ້ນ ​ເຮືອຫຼາຍໆລຳ ​ແມ່ນ​ຍັງ
​ສືບ​ຕໍ່ເຂົ້າມາ​ຮອດ​ຝັ່ງ​ຢູ​ໂຣບຢູ່​ຕະຫຼອດ. ຢູ່​ທີ່​ເມືອງ Reggio Calabria ທາງ​ພາກ​ໃຕ້​ຂອງ
​ອີ​ຕາ​ລີ ຊາວແຮງ​ງານຍ້າຍທີ່ ຫຼາຍກ່ວາ 400 ຄົນ ​ໄດ້​ຖືກ​ນຳ​ເຂົ້າຝັ່ງ​ໂດ​ຍ​ເຮືອຫຼາຍລຳ ຂອງ​ກອງທັບ​ເຮືອ​ເຢຍຣະມັນ.

​ເຢຍຣະມັນ ​ແມ່ນຍັງຮັບ​ພາລະ ຢ່າງ​ໜັກໜ່ວງ​ທີ່​ສຸດ ສຳ​ຫລັບ​ຊາວ​ອົບ​ພະຍົບ. ຄາດ​ກັນ​ວ່າ ຊາວອົບ​ພະຍົບ ຫຼາຍກວ່າ 400,000 ຄົນ ຈະ​ເຂົ້າມາຂໍ​ລີ້​ໄພ ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ ​ໃນ​ປີ​ນີ້ ​ເຊິ່ງແມ່ນຫຼາຍກວ່າ 2 ​ເທົ່າ​ໂຕ ​ຂອງ​ຈຳນວນ​ທັງ​ໝົດ​ຂອງ​ປີ​ກາຍ​ນີ້ ເຊິ່ງມັນ​ໄດ້ກະ​ຕຸ້ນໃຫ້
ທ່ານ​ນາງ Angela Merkel ນາຍົກລັດຖະມົນຕີ ​ເຢຍຣະມັນ ຮຽກ ກອງ​ປະຊຸມສຸດ​ຍອດ​
ສຸກ​ເສີນ​ ​ຂຶ້ນ​ໃນ​ວັນ​ສຸກຜ່ານ​ມາ ​ເຊິ່ງທ່ານ​ນາງ​ໄດ້​ຮຽກຮ້ອງ​ໃຫ້​ບັນດາຄູ່​ຮ່ວມ​ງານ​ຢູ​ໂຣບ
ຮັບ​ເອົາ​ຄວາມ​ຮັບຜິດຊອບ​ຮ່ວມ​ກັນ.

ມີຊາວ​ອົບ​ພະຍົບຫຼາຍຮ້ອຍຄົນ ຜ່ານ​ເຂົ້າມາ​ທາງ ສະຖານີ ນະຄອນ Milan ຂອງ​ອີ​ຕາ​ລີ
​ເພື່ອ​ເດີນທາງ​ຕໍ່ໄປ​ຍັງ ​ເຢຍຣະມັນ ​ໃນທຸກໆ​ອາທິດ. ນາງ Susy Iovieno ພະນັກງານ
​ຊ່ອຍ​ເຫຼືອອາສາ​ສະມັກ​ ມອບ​ອາຫານ​ ​ເຄື່ອງນຸ່ງ​ຫົ່ມ ​ແລະ ຄຳ​ແນະນຳ ​ໃຫ້​ແກ່​ພວກ​ເຂົາ​
ເຈົ້າ. ນາງກ່າວ​ວ່າ ​ຢູ​ໂຣບຕ້ອງ​ໄດ້​ທຳ​ການປະຕິ​ຮູບ​ໃນ​ຫຼາຍໆດ້ານ.

XS
SM
MD
LG