ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດຮ້ອງຂໍ ການຊ່ອຍເຫຼືອເພີ່ມຕື່ມ ສຳລັບແຫຼມອາຟຣິກາ (ເບິ່ງວີດີໂອ)


ນາງ Olivia Yambi (ຊ້າຍ) ຜູ້ຕາງໜ້າອົງການເດັກຂອງສະຫະປະຊາຊາດ ທີ່ປະເທດເຄັນຢາ ກຳລັງໂອ້ລົມ ກັບແມ່ລູກອ່ອນຄົນນຶ່ງ ທີ່ເມືອງ Dadaab ປະເທດເຄັນຢາ (29 ກໍລະກົດ 2011)
ນາງ Olivia Yambi (ຊ້າຍ) ຜູ້ຕາງໜ້າອົງການເດັກຂອງສະຫະປະຊາຊາດ ທີ່ປະເທດເຄັນຢາ ກຳລັງໂອ້ລົມ ກັບແມ່ລູກອ່ອນຄົນນຶ່ງ ທີ່ເມືອງ Dadaab ປະເທດເຄັນຢາ (29 ກໍລະກົດ 2011)

ອົງການສະຫະປະຊາຊາດໄດ້ຮ້ອງຂໍເງິນເພີ່ມຕື່ມຈຳນວນ 1 ພັນ 400 ລ້ານໂດລາເພື່ອນຳ
ໄປໃຫ້ຄວາມຊ່ອຍເຫຼືອທາງດ້ານມະນຸດສະທຳແກ່ປະຊາຊົນຈຳນວນ 12 ລ້ານຄົນທີ່ອາໄສ
ຢູ່ໃນບັນດາປະເທດໃນເຂດແຫຼມອາຟຣິກາທີ່ໄດ້ປະສົບກັບໄພແຫ້ງແລ້ງນັ້ນ.

ອົງການໃຫ້ຄວາມຊ່ອຍເຫຼືອທາງດ້ານມະນຸດສະທຳຂອງສະຫະປະຊາຊາດກ່າວ ໃນມື້ວັນ
ສຸກວານນີ້ວ່າ ຖ້າການສະໜອງຕອບທາງດ້ານການຊ່ອຍເຫຼືອ ບໍ່ໄດ້ເພີ່ມຂຶ້ນຕາມຄວາມ
ຮຽກຮ້ອງຕ້ອງການທີ່ເພີ່ມທະວີຂຶ້ນແລ້ວນັ້ນ ຄວາມອຶດຢາກຢູ່ໃນ 2 ເຂດຂອງໂຊມາເລຍ ອາດຈະແຜ່ລາມໄປທົ່ວພາກໃຕ້ຂອງໂຊມາເລຍພາຍໃນໄລຍະນຶ່ງຫາສອງເດືອນ.

ໃນຖະແຫຼງການທີ່ນຳອອກເຜີຍແຜ່ສະບັບນຶ່ງນັ້ນ ອົງການສະຫະປະຊາຊາດກ່າວວ່າ ໃນ
ແຕ່ລະມື້ມີຊາວໂຊມາເລຍຫຼາຍພັນຄົນ ໄດ້ພາກັນຫຼົບໜີຄວາມຮຸນແຮງແລະລາຄາອາຫານ
ທີ່ແພງຂຶ້ນເຂົ້າໄປໃນປະເທດເອທິໂອເປຍ ແລະເຄັນຢາ ອັນເປັນຜົນມາຈາກໄພແຫ້ງແລ້ງທີ່
ຮ້າຍແຮງສຸດໃນຮອບ 60 ປີ.

ການປະທະກັນໄດ້ລະເບີດຂຶ້ນ ລະຫວ່າງພວກຫົວຮຸນແຮງ al-Shabab ກັບທະຫານລັດ
ຖະບານໂຊມາເລຍແລະສະຫະພາບອາຟຣິກາ ຂະນະທີ່ພວກຫົວຮຸນແຮງ ພະຍາຍາມຂັດ
ຂວາງການແຈກຢາຍການຊ່ອຍເຫຼືອ.

ອົງການສະຫະປະຊາຊາດກ່າວວ່າ ວິກິດການທີ່ວ່ານີ້ຄາດວ່າຈະມີຄວາມຮ້າຍແຮງສຸດໃນ
ລະຫວ່າງເດືອນສິງຫາຫາເດືອນກັນຍາ ແລະຈຳນວນປະຊາຊົນທີ່ຕ້ອງການຄວາມຊ່ອຍ
ເຫຼືອອາດຈະເພີ່ມຂຶ້ນຫຼາຍເຖິງ 25%.

XS
SM
MD
LG