ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອາຟຣິກາ ຈັດກອງປະຊຸມ ຊ່ອຍເຫຼືອຜູ້ປະສົບໄພອຶດຢາກ

ອົບພະຍົບໂຊມາເລຍທີ່ຫາກໍເດີນທາງໄປຮອດເມື່ອໄວໆມານີ້ ຂຸດຂຸມຝັງສົບເດັກ Sahro Mohamed ອາຍຸປີເຄິ່ງ ທີ່ເສຍຊີວິດ ຍ້ອນຂາດແຄນອາຫານ ແລະນໍ້າດື່ມຢ່າງຮ້າຍແຮງ ທີ່ສູນ Kobe ປະມານ 60 ຫຼັກກິໂລແມັດ ຫ່າງ ຈາກເມືອງ Dolo Ado ໃນບໍລິເວນຊາຍແດນອີທິໂອເປຍຕິດກັບໂຊມາເລຍ (12 ສິງຫາ 2011)

ສະຫະພາບອາຟຣິກາຈະຈັດກອງປະຊຸມພວກໃຫ້ການບໍລິຈາກທີ່ອີທິໂອເປຍໃນວັນພະຫັດ
ມື້ນີ້ ເພື່ອຂໍເງິນໄປຊ່ອຍ 12 ລ້ານຄົນທີ່ຍັງຕ້ອງການໆຊ່ອຍເຫຼືອສຸກ​ເສີນທາງດ້ານອາຫານ
ໃນເຂດ Horn ຫລື​ເຂດແຫຼມຕາ​ເວັນ​ອອກຂອງອາຟຣິກາ ທີ່ປະສົບກັບໄພແຫ້ງແລ້ງແລະ
ໄພອຶດຢາກນັ້ນ.

ເປັນທີ່ຄາດກັນວ່າຈະມີຜູ້ນຳຂອງອາຟຣິກາ 10 ກວ່າທ່ານໄປຮ່ວມໃນກອງປະຊຸມຄັ້ງນີ້ ທີ່
ນະຄອນຫຼວງ Addis Ababa ຂອງເອທິໂອເປຍ. ​ທໍາ​ອິດກອງປະຊຸມມີກຳນົດຈະຈັດຂຶ້ນ
ໃນຕົ້ນເດືອນສິງຫານີ້ ແຕ່ໄດ້ຖືກເລື່ອນອອກໄປ ຍ້ອນອັນທີ່ເຈົ້າໜ້າທີ່ເວົ້າວ່າມີການຂັດແຍ້ງ
ກັນໃນເລື່ອງເວລາ.

ສະຫະພາບອາຟຣິກາ ທີ່ມີສະມາຊິກ 54 ປະເທດ ຊຶ່ງມາຮອດປັດຈຸບັນນີ້ໄດ້ຮັບປາກຈະ
ໃຫ້ການຊ່ອຍເຫຼືອເປັນເງິນ 500,000 ໂດລານັ້ນ ໄດ້ຖືກຕຳໜິຕິຕຽນຢ່າງແຮງ ໃນການ
ຕອບຮັບຢ່າງຊັກຊ້າຕໍ່ວິກິດການ. ໃນສັບປະດາແລ້ວ ເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງ
ສະຫະປະຊາຊາດກ່າວວ່າ ທາງກອງປະຊຸມຫວັງວ່າຈະສາມາດຊອກຫາເງິນມາໄດ້ 600
ລ້ານໂດລາ. ອົງການສະຫະປະຊາດກ່າວວ່າ ມີຄວາມຕ້ອງການຄວາມຊ່ອຍເຫຼືອທັງໝົດ
2 ພັນ 500 ລ້ານໂດລາ ເພື່ອຮັບມືກັບໄພອຶດຢາກທີ່ວ່ານີ້.

XS
SM
MD
LG