ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ປະກາດໃຫ້ 2 ເມືອງ ໃນໂຊມາເລຍ ເປັນເຂດປະສົບໄພອຶດຢາກ (ເບິ່ງວີດີໂອກັບຮູບສະລາຍດ໌)


ຊາວໂຊມາເລຍ ກໍາລັງຫອບລູກທີ່ຂາດອາຫານຢ່າງຮ້າຍແຮງຂອງຕົນ ໄປປິ່ນປົວທີ່ໂຮງໝໍ ໃນເມືອງຫລວງ Mogadishu
ຊາວໂຊມາເລຍ ກໍາລັງຫອບລູກທີ່ຂາດອາຫານຢ່າງຮ້າຍແຮງຂອງຕົນ ໄປປິ່ນປົວທີ່ໂຮງໝໍ ໃນເມືອງຫລວງ Mogadishu

ອົງການສະຫະປະຊາຊາດ ໄດ້ປະກາດໃຫ້ສອງເຂດທາງພາກໃຕ້ຂອງປະເທດໂຊມາເລຍ ເປັນເຂດປະສົບໄພອຶດຢາກ ທ່າມກາງໄພແຫ້ງແລ້ງທີ່ໜັກໜ່ວງທີ່ສຸດ ທີ່ປະເທດດັ່ງກ່າວ ໄດ້ປະສົບມາໃນຮອບຫລາຍກວ່າ 50 ປີ.

ທ່ານ Mark Bowden ໂຄສົກອົງການສະຫະປະຊາຊາດກ່າວຢູ່ໃນນະຄອນຫລວງໄນໂຣບີ ປະເທດເຄນຢານັ້ນວ່າ ພາວະອຶດຢາກຮ້າຍແຮງໄດ້ ເກີດຂຶ້ນຢູ່ໃນເຂດ Nakook ແລະເຂດ Lower Shabelle.

ທ່ານນາງ Hillary Clinton ລັດຖະມົນຕີຕ່າງປະເທດສະຫະລັດ ໄດ້ອອກຖະແຫລງການ ສະບັບນຶ່ງ ທີ່ສະແດງຄວາມເປັນຫ່ວງຢ່າງເລິກເຊິ່ງ ກ່ຽວກັບສະພາວະສຸກເສີນດ້ານມະນຸດ ສະທໍາໃນຂົງເຂດແຫລມອາຟຣິກາ ແລະຄໍາປະກາດໃນວັນພຸດມື້ນີ້ໂດຍອົງການສະຫະປະຊາ ຊາດກ່ຽວກັບປະເທດໂຊມາເລຍນັ້ນເຊັ່ນກັນ.

ທ່ານນາງ ລັດຖະມົນຕີ ຄລິນຕັນ ກ່າວວ່າ ສະຫະລັດຈະໃຫ້ການຊ່ວຍ ເຫລືອເພີ່ມຕື່ມອີກ 28 ລ້ານໂດລາ ເຂົ້າໃສ່ການຊ່ວຍເຫລືອສຸກເສີນທີ່ເປັນອາຫານແລະສະບຽງອື່ນໆທີ່ບໍ່ແມ່ນ ອາຫານໃນມູນຄ່າຫລາຍກວ່າ 431 ລ້ານໂດລານັ້ນ.

ໃນຂະນະທີ່ອອກໄປຢ້ຽມຢາມ ສູນພວກພວກອົບພະຍົບແຫ່ງນຶ່ງ ໃນນະຄອນຫລວງ Mogadishu ຂອງໂຊມາເລຍເມື່ອວັນອັງຄານວານນີ້ ທ່ານ Sheikh Sharik Ahmed ປະທານາທິບໍດີໂຊມາເລຍ ກ່າວວ່າໄດ້ມີ ການຂາດແຄນອາຫານຢ່າງຮ້າຍແຮງ ຊຶ່ງຄວາມ ຈິງແລ້ວເປັນໄພອຶດຢາກຢູ່ໃນປະເທດຂອງທ່ານ.

ອົງການອົບພະຍົບຂອງສະຫະປະຊາຊາດ ຫລື UNHCR ກ່າວວ່າ ຈໍາເປັນຕ້ອງມີການຄໍ້າ ປະກັນທາງດ້ານຄວາມໝັ້ນຄົງຫລາຍຂຶ້ນຈາກພວກກະບົດຂອງໂຊມາເລຍ ເພື່ອຈະສາມາດ ສະໜອງການຊ່ວຍເຫຼືອຈໍານວນມະຫາສານທີ່ຈໍາເປັນໃນປະເທດດັ່ງກ່າວໄດ້.

ກຸ່ມຫົວຮຸນແຮງ al-Shabab ກ່າວວ່າ ຕົນຍິນດີຕ້ອນຮັບການກັບຄືນໄປປະຕິບັດງານ ໃນ ໂຊມາເລຍອີກຂອງພວກອົງການຊ່ວຍເຫລືອບັນເທົາທຸກຕ່າງໆ ຫລັງຈາກໄດ້ສັ່ງຫ້າມບໍ່ໃຫ້ ອົງການເຫລົ່ານີ້ ເຂົ້າໄປເຮັດວຽກຢູ່ໃນເຂດຂອງຕົນທາງພາກກາງແລະພາກໃຕ້ຂອງໂຊມາ ເລຍ ເມື່ອນຶ່ງປີກວ່າຜ່ານມານັ້ນ.

“We estimate that almost half of the Somali population, 3.7 million people, are affected by this crisis and a full 2.8 million people live in the south, the most seriously affected area," said Bowden. "It is likely that tens of thousands will already have died, the majority of these being children.”

XS
SM
MD
LG