ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ເລີ້ມສົ່ງອາຫານ ໄປຊ່ວຍອາຟຣິກາແລ້ວ


ທ່ານນາງ Josette Sheeran, ຫົວໜ້າບໍລິຫານໂຄງການອາຫານໂລກ
ວັນທີ 27 ກໍລະກົດ 2011.
ທ່ານນາງ Josette Sheeran, ຫົວໜ້າບໍລິຫານໂຄງການອາຫານໂລກ ວັນທີ 27 ກໍລະກົດ 2011.

ໂຄງການ​ອາ​ຫານ​ໂລກ​ຂອງ​ສະຫະ​ປະຊາ​ຊາດ​ກໍານົດ​ຈະ​ເລີ້ມ​ສົ່ງ​ເຂົ້າປາ​ອາຫານສຸກ​ເສີນ
ໂດຍທາງ​ເຮືອບິນ​ໄປ​ຊ່ອຍແຫຼມ​ອາ​ຟຣິກາ​ທີ່​ປະສົບກັບໄພ​ແຫ້ງ​ແລ້ງ​ຢ່າງ​ຮ້າຍ​ແຮງ ​ໃນ​
ວັນ​ພຸດ​ມື້​ນີ້.

ທ່ານ​ນາງ Josette Sheeran ຜູ້​ອໍານວຍ​ການ​ໂຄງການ​ອາຫານ​ໂລກ ກ່າວ​ຕໍ່​ວີ​ໂອ​ເອ
ວ່າ ການ​ສົ່ງ​ອາຫານ​ຖ້ຽວ​ທໍາ​ອິດ​ໃນ​ເຊົ້າ​ວັນ​ພຸດ​ມື້​ນີ້​ຈະ​ມຸ້ງ​ໜ້າ​ໄປ​ຍັງກຸງ Mogadishu
ນະຄອນຫລວງ​ຂອງ​ໂຊ​ມາ​ເລຍ. ຄາດ​ວ່າ

ພວກ​ຖ້ຽວ​ບິນ​ອື່ນໆ​ຈະ​ບັນທຸກ​ອາຫານ​ໄປ​ຍັງ​ພາກ​ຕາ​ເວັນ​ອອກ​ຂອງ Ethiopia ​ແລະ​
ພາກ​ເໜືອ​ຂອງ​ເຄັນ​ຢາ ​ໃກ້ໆ​ກັບ​ຊາຍ​ແດນ​ຂອງ​ໂຊ​ມາ​ເລຍ​ນັ້ນ. ທ່ານ​ນາງ Sheeran
ກ່າວ​ຕື່ມ​ວ່າ ອົງການ​ສະຫະ​ປະຊາ​ຊາດ​ກໍາລັງ​ຮ້ອງ​ຂໍ​ການ​ຊ່ອຍ​ເຫລືອ​ທັງທາງດ້ານສິ່ງ
ຂອງແລະພະນັກງານຈາກ​ຈາກ​ພາກ​ພື້ນ​ຕ່າງໆ​ໃນ​ທົ່ວ​ໂລກ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການດັ່ງ
ກ່າວ.

ໃນ​ວັນ​ພຸດ​ມື້​ນີ້ ສະຫະ​ປະຊາ​ຊາດ​ວາງ​ແຜນ​ເປີດ​ກອງ​ປະຊຸມ​ຂໍ​ການ​ຊ່ອຍເຫລືອ​ຂຶ້ນ​ໃນ​
ກຸງ​ໄນ​ໂຣບີ ນະຄອນຫລວງ​ຂອງ​ເຄັນ​ຢາ ​ໂດຍ​ມີ​ເປົ້າ​ໝາຍ​ຫາ​ເງິນ​ຊ່ອຍ​ເຫລືອ​ໃຫ້​ໄດ້​ເຖິງ
1 ພັນ 600 ລ້ານ​ໂດ​ລາ​ເພື່ອ​ໄປ​ໃຊ້ຈ່າຍ​ໃນ​ການ​ຕໍ່ຕ້ານ​ກັບ​ຄວາມ​ອຶດຫິວ​ໃນ​ໄລຍະ 12
ເດືອນ​ຕໍ່ໜ້າ​ນີ້.

ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ຕໍ່​ບັນດາ​ຜູ້​ນໍາ ຈາກ 4 ປະ​ເທດ​
ໃນ​ເຂດ​ອ່າວ​ເປີ​ເຊຍ​ໃນ​ວັນ​ອັງຄານ​ວານ​ນີ້ ​ຮຽກຮ້ອງ​ໃຫ້​ພວກ​ເຂົາ​ເຈົ້າ​ໃຫ້ການ​ຊ່ອຍ​ເຫລືອ
ຕື່ມ​ອີກ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ດ້ານມະນຸດສະ​ທໍາທີ່​ກໍາລັງ​ຊຸດ​ໂຊມ​ລົງ​ນັບ​ມື້​ນັ້ນ.ທ່ານ​ນາງ
Sheeran ກ່າວ​ວ່າ ກະສັດ ອັບ​ດູ​ນລາ ​ແຫ່ງ Saudi Arabia ​ໃຫ້​ຄໍາ​ໝັ້ນ​ສັນຍາຈະ​ໃຫ້
ການ​ຊ່ອຍ​ເຫລືອ​ເພີ່ມ​ອີກ 50 ລ້ານ​ໂດ​ລາ​ສໍາລັບ​ຄ່າ​ໃຊ້​ຈ່າຍ​ຊື້​ເຂົ້າປາ​ອາຫານ​ຊ່ອຍ​ເຫລືອ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະ​ປະຊາ​ຊາດ​ແລະ​ສະຫະລັດໄດ້​ກ່າວ​ວ່າ ມີ​ປະຊາຊົນ​ຈໍານວນ​ຫລາຍ​
ກວ່າ 11 ລ້ານ​ຄົນ​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ​ດ້ານ​ເຂົ້າປາ​ອາຫານ​ຢ່າງ​ຮີບ​ດ່ວນ​ເພື່ອ
ຈະມີຊີວິດຢູ່​ລອດ.

ສະ​ເພາະ​ໃນ​ປະ​ເທດ​ໂຊ​ມາ​ເລຍ​ແຫ່ງ​ດຽວ ທ່ານ​ນາງ Sheeran ກ່າວ​ວ່າ ປະມານ 1 ສ່ວນ
3 ຂອງ​ຈໍານວນ​ພົນລະ​ເມືອງ​ກໍາລັງ​ປະ​ເຊີນ​ກັບຄວາມ​ອຶດຫິວ ​ແລະ​ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ
ປະຊາຊົນ​ກ່າວ​ວ່າ ​ເຂົາ​ເຈົ້າ​ຈໍາ​ເປັນ​ຕ້ອງ​ປະປ່ອຍ​ພວກ​ສະມາຊິກ​ຄອບຄົວ​ທີ່​ກໍາລັງ​ຈະ​ເສຍ​ຊີ
ວິດ ຢູ່​ນັ້ນ​ໄວ້​ເບື້ອງ​ຫລັງ​ໃນ​ຂະນະ​ທີ່ພວກ​ເຂົາ​ເຈົ້າ​ສືບຕໍ່ເດີນທາງໃນໄລຍະໄກເພື່ອຊອກສະ
ແຫວງຫາ​ການ​ຊ່ອຍ​ເຫລືອ​ນັ້ນ.

XS
SM
MD
LG