ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ຊ່ວຍທຳນຽບຂາວ ໂຮບ ຮິກສ໌ ປະຕິເສດ ບໍ່ຕອບຄຳຖາມ ບາງສ່ວນ ຂອງ ສະມາຊິກ ສະພາ


ທ່ານນາງໂຮບ ຮິກສ໌ ຜູ້ອຳນວຍການດ້ານສື່ສານ ທັງເປັນທີ່ປຶກສາ ແລະຜູ້ຊ່ວຍທີ່ໃກ້ຊິດທີ່ສຸດ ຂອງ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ກຳລັງໄປຮ່ວມ ກອງປະຊຸມປິດລັບ ກັບຄະນະກຳມະການ ສືບລັບ ຂອງສະພາຕ່ຳ ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 27 ກຸມພາ 2018.
ທ່ານນາງໂຮບ ຮິກສ໌ ຜູ້ອຳນວຍການດ້ານສື່ສານ ທັງເປັນທີ່ປຶກສາ ແລະຜູ້ຊ່ວຍທີ່ໃກ້ຊິດທີ່ສຸດ ຂອງ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ກຳລັງໄປຮ່ວມ ກອງປະຊຸມປິດລັບ ກັບຄະນະກຳມະການ ສືບລັບ ຂອງສະພາຕ່ຳ ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 27 ກຸມພາ 2018.

ທ່ານນາງໂຮບ ຮິກສ໌ ຜູ້ອຳນວຍການດ້ານສື່ສານ ຂອງປະທານາທິບໍດີ ສະຫະລັດ ທ່ານ
ດໍໂນລ ທຣຳ ເຊິ່ງເປັນຜູ້ຊ່ວຍຄົນນຶ່ງ ທີ່ປະຕິບັດໜ້າທີ່ມາເປັນເວລາດົນນານທີ່ສຸດໄດ້ໄປ
ປາກົດໂຕ ຕໍ່ໜ້າຄະນະກຳມະການ ຂອງລັດຖະສະພາທີ່ສອບສວນ ກ່ຽວກັບການພົວພັນ
ໂດຍຄະນະໂຄສະນາຫາສຽງຂອງທ່ານທຣຳ ກັບຣັດເຊຍ ນັ້ນ ແຕ່ທ່ານນາງໄດ້ປະຕິເສດ
ທີ່ຈະຕອບຄຳຖາມຕ່າງໆ ຂອງບັນດາສະມາຊິກສະພາ ກ່ຽວກັບການເຮັດວຽກຂອງ
ທ່ານນາງ ຕະຫຼອດໄລຍະ 13 ເດືອນ ຢູ່ໃນທຳນຽບຂາວ.

ຄະນະກຳມະການສືບລັບຂອງສະພາຕ່ຳ ໄດ້ພົບປະກັບທ່ານນາງ ຮິກສ໌ ແບບປິດລັບ
ເປັນເວລາ ຫຼາຍຊົ່ວໂມງ ເຊິ່ງຜູ້ກ່ຽວໄດ້ເລີ່ມເຮັດວຽກຄັ້ງທຳອິດ ໃຫ້ຄອບຄົວທ່ານທຣຳ
ໃນຖານະເປັນໂຄສົກ ຝ່າຍປະຊາສຳພັນ ໃຫ້ແກ່ລູກສາວຂອງທ່ານທຣຳ ຄື ທ່ານນາງ
ອີວັງກາ ທຣຳ ເພື່ອໂຄສະນາ ທຸລະກິດ ດ້ານເຄື່ອງນຸ່ງ ຂອງທ່ານນາງອີວັງກາ ກ່ອນ
ໜ້ານີ້ ຫຼັງຈາກນັ້ນມາ ຈຶ່ງເຂົ້າຮ່ວມຄະນະໂຄສະນາຫາສຽງ ເພື່ອແຂ່ງຂັນເອົາຕຳແໜ່ງ
ໃນທຳນຽບຂາວຂອງທ່ານທຣຳ ໃນປີ 2016 ທີ່ໄດ້ປະສົບຜົນສຳເລັດ.

ທ່ານ ອາດຳ ຊີຟ ສະມາຊິກສະພາຕ່ຳລະດັບສູງ ທີ່ສັງກັດພັກເດໂມແຄຣັດໃນຄະນະ
ກຳມະການນີ້ ໄດ້ກ່າວວ່າ ທ່ານນາງ ຮິກສ໌ ໄດ້ຕອບຫຼາຍຄຳຖາມ ກ່ຽວກັບການໂຄສະ
ນາຫາສຽງ ບາງສ່ວນກ່ຽວກັບໄລຍະເວລາ ລະຫວ່າງວັນເລືອກຕັ້ງ ແລະ ໃນເວລາທີ່
ທ່ານທຣຳ ເຂົ້າຮັບຕຳແໜ່ງ ແຕ່ບໍ່ມີຫຍັງ ກ່ຽວກັບໄລຍະເວລາທີ່ທ່ານນາງເຮັດວຽກ
ຢູ່ໃນທຳນຽບຂາວ.

ຈາກຊ້າຍ, ລູກຊາຍກົກຂອງປະທານາທິບໍດີ ດໍໂນລ ທຣຳ ທ່ານດໍໂນລ ທຣຳ ຈູເນຍ, ລູກເຂີຍ ທ່ານຈາເຣັດ ຄູສເນີ ແລະ ອະດີດຜູ້ຈັດການຄະນະໂຄສະນາຫາສຽງ ທ່ານພອລ ມານາຟອດ.
ຈາກຊ້າຍ, ລູກຊາຍກົກຂອງປະທານາທິບໍດີ ດໍໂນລ ທຣຳ ທ່ານດໍໂນລ ທຣຳ ຈູເນຍ, ລູກເຂີຍ ທ່ານຈາເຣັດ ຄູສເນີ ແລະ ອະດີດຜູ້ຈັດການຄະນະໂຄສະນາຫາສຽງ ທ່ານພອລ ມານາຟອດ.

ສະມາຊິກທ່ານນຶ່ງຂອງຄະນະກຳມະການທີ່ສັງກັດພັກເດໂມແຄຣັດ ທ່ານ ເດັນນີ ເຮັກ
ຈາກລັດວໍຊິງຕັນ ໄດ້ກ່າວດ້ວຍຄວາມຮູ້ສຶກບໍ່ພໍໃຈ ວ່າ “ພວກເຮົາຈັບທ່ານແບນນອນ
ໄດ້”
ຍ້ອນວ່າ ທ່ານນາງຮິກສ໌ ບໍ່ເຕັມໃຈທີ່ຈະຕອບຄຳຖາມທັງໝົດ.

ທ່ານເຮັກ ກ່າວເຖິງ ການໂຕ້ແຍ້ງເມື່ອສອງສາມສັບປະດາຜ່ານມານີ້ ທີ່ຄະນະກຳມະ
ການ ມີກັບອະດີດຫົວໜ້າຍຸດທະສາດຂອງທຳນຽບຂາວ ທ່ານສຕີບ ແບນນອນ ກ່ຽວ
ກັບຂອບເຂດຂອງຄຳຖາມຕ່າງໆ ທີ່ທ່ານຈະຕອບໄດ້ ລະຫວ່າງຊຸມອາທິດ ຫຼັງຈາກທີ່
ທ່ານທຣຳ ໄດ້ຊະນະການເລືອກຕັ້ງ ກ່ອນໜ້າທີ່ທ່ານຈະເຂົ້າຮັບຕຳແໜ່ງ ໃນເດືອນ
ມັງກອນ ປີ 2017 ແລະ ຕໍ່ຈາກນັ້ນມາ ກໍມີເຫດການຕ່າງໆ ທີ່ໄດ້ເກີດຂຶ້ນ ຫຼັງຈາກ
ທ່ານທຣຳ ໄດ້ເຂົ້າກຳອຳນາດແລ້ວ.

ທຳນຽບຂາວ ບໍ່ໄດ້ສວຍໃຊ້ອຳນາດພິເສດຝ່າຍບໍລິຫານ ຄັດຄ້ານຕໍ່ການໃຫ້ປາກຄຳ
ຂອງທ່ານແບນນອນ ແຕ່ໄດ້ດຳເນີນການເພື່ອຈຳກັດຂອບເຂດຂອງຄຳຖາມຕ່າງໆ ທີ່
ທ່ານແບນນອນ ຈະຕອບຕໍ່ຈຳນວນຄຳຖາມທີ່ໄດ້ຖືກກຽມໄວ້ລ່ວງໜ້າ. ຍັງບໍ່ເປັນທີ່ຮູ້ຈັກ
ໃນທັນທີເທື່ອວ່າ ຍ້ອນເຫດຜົນອັນໃດ ທີ່ທ່ານນາງຮິກສ໌ ໄດ້ໃຫ້ ຈຶ່ງບໍ່ຍອມຕອບຄຳຖາມ
ທັງໝົດ ທີ່ໄດ້ສອບຖາມນາງໄປນັ້ນ.

ການໄປປາກົດໂຕກ່ອນໜ້ານີ້ ຂອງທ່ານນາງຮິກສ໌ ໃນເດືອນມັງກອນ ຕໍ່ໜ້າຄະນະກຳ
ມະການດຽວກັນນີ້ ໄດ້ເກີດການໂຕ້ແຍ້ງຂຶ້ນ ກ່ຽວກັບວ່າ ຄຳຖາມອັນໃດ ທີ່ນາງຈະ
ຕອບໄດ້.

US Russia 2018 Meddling
please wait

No media source currently available

0:00 0:01:15 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG