ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຮືອດຳນໍ້າ ທີ່ຫາຍສາບສູນໄປ ອາດໝົດ ອາກາດຫາຍໃຈແລ້ວ


ເຮືອດຳນໍ້າ ARA ແຊນ ຮວນ ພະລັງງານນໍ້າມັນກາຊວນ ແລະ ໄຟຟ້າ ທີ່ຜະລິດໃນປະເທດ ເຢຍຣະມັນ, ຢູ່ໃກ້ໆນະຄອນຫຼວງ ບູເອນອສ ແອເຣັສ, ປະເທດ ອາເຈັນຕີນາ. 17 ພະຈິກ, 2017.
ເຮືອດຳນໍ້າ ARA ແຊນ ຮວນ ພະລັງງານນໍ້າມັນກາຊວນ ແລະ ໄຟຟ້າ ທີ່ຜະລິດໃນປະເທດ ເຢຍຣະມັນ, ຢູ່ໃກ້ໆນະຄອນຫຼວງ ບູເອນອສ ແອເຣັສ, ປະເທດ ອາເຈັນຕີນາ. 17 ພະຈິກ, 2017.

ເວລາ ແລະ ອົກຊີເຈັນ ອາດໃກ້ຈະໝົດແລ້ວ ສຳລັບສະມາຊິກລູກເຮືອ 44 ຄົນໃນເຮືອ
ດຳນໍ້າ ARA ແຊນ ຮວນ ຂອງ ອາເຈັນຕີນາ ທີ່ໄດ້ຫາຍສາບສູນໄປ.

ເຮືອລຳດັ່ງກ່າວ ໄດ້ຂາດການຕິດຕໍ່ ນັບຕັ້ງແຕ່ວັນທີ 15 ພະຈິກທີ່ຜ່ານມາ, ເມື່ອເຮືອ
ດຳນໍ້າທີ່ມີລູກເຮືອ 44 ຄົນໄດ້ລາຍງານບັນຫາດ້ານໄຟຟ້າ. ເຮືອດຳນໍ້າ ແຊນ ຮວນ
ສາມາດປະຕິບັດງານ ຢູ່ໃຕ້ນໍ້າໄດ້ຢ່າງປົກກະຕິປະມານນຶ່ງສັບປະດາ ໂດຍປາສະຈາກ
ການຕື່ມອາກາດຫາຍໃຈໃສ່.

ເຮືອດຳນໍ້າໜັກ 2,000 ໂຕນໃຊ້ນໍ້າມັນກາຊວນຢູ່ເທິງໜ້ານໍ້າ ແລະ ໃຊ້ເຄື່ອງຈັກ
ແບັດເຕີຣີໄຟຟ້າຢູ່ໃຕ້ນໍ້າ. ຢູ່ເທິງໜ້ານໍ້າ, ເຄື່ອງຈັກກາຊວນ ສີ່ເຄື່ອງຂອງເຮືອດຳນໍ້າ
ທີ່ຖືກສ້າງຂຶ້ນ ໃນປະເທດ ເຢຍຣະມັນ ນັ້ນ ສາມາດສາກແບັດເຕີຣີຂອງມັນໄດ້ເອງ.

ປະຊາຊົນສູດມົນພາວະນາ ໃຫ້ແກ່ລູກເຮືອຂອງເຮືອດຳນໍ້າ ອາເຈັນຕີນາ ARA ແຊນ ຮວນ ໃນລະຫວ່າງພິທີສູດມົນໃນໂບດໃຫຍ່ຂອງນະຄອນຫຼວງ ບູເອນອສ ແອເຣັສ. ປະເທດ ອາເຈັນຕີນາ. 21 ພະຈິກ 2017.
ປະຊາຊົນສູດມົນພາວະນາ ໃຫ້ແກ່ລູກເຮືອຂອງເຮືອດຳນໍ້າ ອາເຈັນຕີນາ ARA ແຊນ ຮວນ ໃນລະຫວ່າງພິທີສູດມົນໃນໂບດໃຫຍ່ຂອງນະຄອນຫຼວງ ບູເອນອສ ແອເຣັສ. ປະເທດ ອາເຈັນຕີນາ. 21 ພະຈິກ 2017.

ຄວາມຫວັງໄດ້ມີເພີ່ມຂຶ້ນ ແລະ ຫຼຸດລົງຫຼາຍຄັ້ງສຳລັບທະຫານເຮືອ ເມື່ອໂທລະສັບທາງ
ດາວທຽມທີ່ອາດແມ່ນມາຈາກເຂົາເຈົ້າ, ສຽງໃຕ້ນໍ້າ ແລະ ຊາກຫັກພັງ ທັງໝົດໄດ້ປາ
ກົດອອກມາວ່າ ບໍ່ແມ່ນຈາກເຮືອດຳນໍ້າ ແຊນ ຮວນ ທີ່ຫາຍສາບສູນໄປ.

ບ່ອນຢູ່ ທີ່ຮູ້ເປັນຄັ້ງສຸດທ້າຍຂອງເຮືອດຳນໍ້າລຳດັ່ງກ່າວ ແມ່ນຢູ່ນອກຊາຍຝັ່ງພາກພື້ນ
ປາຕາໂກເນຍ.

ອາກາດບໍ່ດີ ໄດ້ຂັດຂວາງການຄົ້ນຫາໂດຍກຳປັ່ນທະຫານເຮືອ ອາເຈັນຕີນາ ແລະ
ກອງທັບ ແລະ ກຳປັ່ນຄົ້ນຫາ ແລະ ເຮືອບິນຈາກຫຼາຍປະເທດ, ລວມມີປະເທດ ຊີເລ,
ບຣາຊິລ, ສະຫະລັດ ແລະ ອັງກິດ. ລາຍງານໃໝ່ໄດ້ກ່າວວ່າ ສະພາບອາກາດໃນບໍລິ
ເວນການຄົ້ນຫາແມ່ນຂ້ອນຂ້າງຈະອ່ອນແຮງລົງແລ້ວ.

XS
SM
MD
LG