ການປະທ້ວງເພື່ອປະຊາທິປະໄຕ ທີ່ນຳພາໂດຍພວກນັກສຶກສາ
ຢູ່ໃນຮົງກົງ ໄດ້ເນ້ນໃຫ້ເຫັນເຖິງຊ່ອງຫວ່າງ ລະຫວ່າງລຸ້ນຄົນ ຄື
ລຸ້ນພໍ່ແມ່ກັບລຸ້ນລູກ ຢູ່ໃນດິນແດນແຫ່ງນັ້ນຂອງຈີນ ໂດຍທີ່ພວກ
ພໍ່ແມ່ ໂດຍສ່ວນໃຫຍ່ແລ້ວ ແມ່ນສະໜັບສະໜຸນສະຖຽນລະພາບ
ຫລາຍກ່ວາປະຊາທິປະໄຕ. ແຕ່ວ່າພວກຊາວໜຸ່ມ ທີ່ນິຍົມອຸດົມ
ການກັບເວົ້າເກ່ງກ່ວານັ້ນ ກ່າວວ່າ ໃນຂະນະທີ່ພວກຄົນລຸ້ນສູງ
ອາຍຸກ່ວາ ມີຄວາມເປັນຫ່ວງກ່ຽວກັບສະຖານະການໃນປັດຈຸບັນ
ພວກເຂົາເຈົ້າແມ່ນພາກັນຕໍ່ສູ້ເພື່ອອະນາຄົດຂອງໂຮງກົງ. ດາຣາ
ມີລາຍງານຂອງພະແນກຮຽນພາສາອັງກິດ ມາສະເໜີທ່ານ.
ຟັງລາຍງານພາສາອັງກິດຊ້າໆ:
ນັກສຶກສາແມ່ນເປັນຜູ້ນຳພາ ການປະທ້ວງເພື່ອປະຊາທິປະໄຕ ຢູ່ໃນຮົງກົງນັ້ນ.
ການປະທ້ວງດັ່ງກ່າວໄດ້ສະແດງໃຫ້ເຫັນ ອັນທີ່ພວກສັງເກດການເອີ້ນວ່າ ຊ່ອງຫວ່າງ ລະຫວ່າງ ລຸ້ນຄົນ ກໍຄືຄວາມແຕກຕ່າງຢ່າງໃຫຍ່ຫລວງ ລະຫວ່າງພວກນັກສຶກສາປະ
ທ້ວງ ກັບພໍ່ແມ່ຂອງເຂົາເຈົ້າ. ພວກພໍ່ແມ່ຫລາຍໆຄົນ ແມ່ນຈະພາກັນສະແດງຄວາມ
ສະໜັບສະໜຸນ ສຳຫລັບ ສະຖຽນລະພາບ ຫລືວ່າ ຄວາມສະຫງົບ ຫລາຍກ່ວາປະຊາ
ທິປະໄຕ. ແຕ່ວ່າ ໃນຂະນະທີ່ພວກຄົນລຸ້ນແກ່ກ່ວາ ມີຄວາມເປັນຫ່ວງນຳສະພາບການ
ໃນປັດຈຸບັນ ພວກປະທ້ວງພາກັນກ່າວວ່າ ເຂົາເຈົ້າກຳລັງຕໍ່ສູ້ເພື່ອອະນາຄົດຂອງຮົງກົງ.
ພວກປະທ້ວງສ່ວນໃຫຍ່ ແມ່ນນັກສຶກສາທີ່ພາກັນ ຂໍ້ວາບາດ ຫ້ອງຮຽນ ໝາຍຄວາມວ່າ ບໍ່ໄປຮຽນໜັງສື. ເຂົາເຈົ້າຄັດຄ້ານຕໍ່ການຕັດສິນໃຈຂອງຈີນ ທີ່ຈະຄັດເລືອກເອົາຜູ້ທີ່ຈະ ສະມັກເຂົ້າແຂ່ງຂັນ ໃນການເລືອກຕັ້ງເອົາຄະນະນຳພາ ໂດຍກົງເທື່ອທຳອິດຂອງຮົງກົງ ຊຶ່ງກຳໜົດໃສ່ ປີ 2017.
ມີພວກທີ່ອາຍຸແກ່ກ່ວາ ຈຳນວນບໍ່ເທົ່າໃດຄົນ ເຂົ້າຮ່ວມໃນການປະທ້ວງທີ່ດຳເນີນມາໄດ້ ຫລາຍອາທິດແລ້ວ ຢູ່ໃນໃຈກາງຂອງດິນແດນແຫ່ງນັ້ນຂອງຈີນ ແຕ່ພວກຜູ້ນຳການປະ ທ້ວງແມ່ນເປັນຊາວໜຸ່ມ.
ນາງ Clara Thang ແມ່ນຜູ້ນຶ່ງໃນພວກປະທ້ວງ. ນາງເວົ້າວ່າ ພວກນັກສຶກສາບໍ່ສາມາດ ເວົ້າເລື້ອງຂະບວນການປະທ້ວງ ກັບພໍ່ແມ່ໄດ້ ເພາະວ່າພວກພໍ່ແມ່ບໍ່ສະໜັບສະໜຸນການ ເຂົ້າໄປພົວພັນ ນຳການປະທ້ວງຂອງພວກເຂົາເຈົ້າ.
ນາງ Clara Thang ເວົ້າວ່າ “ສະນັ້ນ ສິ່ງທີ່ພວກເຮົາຕ້ອງການ ກໍຄືວ່າ ພວກເຮົາ
ຕ້ອງມີ ການສື່ສານກັນ ຕ້ອງມີການໂອ້ລົມກັນລະຫວ່າງຜູ້ຄົນ ລະຫວ່າງຄວາມຄິດ
ເຫັນ ລະຫວ່າງ ຄ້າຍຫລືຝ່າຍຕ່າງໆ. ແຕ່ວ່າ ຖ້າຫາກພວກເຂົາເຈົ້າບໍ່ລົມກັນແທ້ໆ ຄືກັນກັບລັກຖະບານ ກັບພວກຜູ້ແທນນັກສຶກສານັ້ນ ຖ້າຫາກລັດຖະບານບໍ່ເຕັມ
ໃຈ ທີ່ຈະເຈລະຈາ ຄືກັນກັບທີ່ ພໍ່ຂອງຂ້ອຍບໍ່ເຕັມໃຈທີ່ຈະລົມກັບຂ້ອຍ ແລະພວກ
ເຂົາເຈົ້າມີແຕ່ພະຍາຍາມຈະກົດດັນ ໃຫ້ພວກເຮົາຮັບເອົາທຸກສິ່ງທຸກຢ່າງ ຮັບເອົາ
ຄວາມເຊື່ອຖືຂອງພວກເຂົາເຈົ້າແລ້ວ ມັນຈະມີການສື່ສານກັນຢ່າງແທ້ຈິງກັນໄດ້
ແນວໃດ? ມັນເປັນໄປບໍ່ໄດ້ແທ້ໆ.”
ມື້ນຶ່ງເມື່ອໄວໆມານີ້ ພວກນັກສຶກສາປະທ້ວງໄດ້ປະເຊີນໜ້າ ກັບແມ່ຍິງໄວກາງຄົນຜູ້ນຶ່ງ
ທີ່ໄດ້ເອົາປ້າຍປະທ້ວງຂອງພວກເຂົາເຈົ້າອອກໄປ. ແມ່ຍິງຄົນນັ້ນບໍ່ຍອມບອກຊື່ຂອງ
ນາງ ແຕ່ກໍເຕັມໃຈທີ່ຈະບອກນັກຂ່າວວີໂອເອວ່າ ເປັນຫຍັງນາງຈຶ່ງເອົາປ້າຍໜີ.
ລາວເວົ້າວ່າ “ຂ້ອຍບໍ່ມັກມັນ ເທົ່ານັ້ນແຫລະ. ບໍ່ມີປະຊາປະໄຕຢູ່ໜີ້ແລ້ວ. ພວກເຂົານັກສຶກສາ ແມ່ນເປັນນາຍ ເວລານີ້.”
ແຕ່ກໍມີຊົນຊັ້ນກຳມາຊີບອາຍຸສູງບາງຄົນ ສະໜັບສະໜຸນພວກປະທ້ວງ ແລະຄຳຮຽກຮ້ອງ ຂອງເຂົາເຈົ້າ ໃຫ້ປະຕິຮູບ ລັດຖະທຳມະນູນ ຂອງດິນແດນ. ນອກນັ້ນ ພວກເຂົາເຈົ້າຍັງ ຢາກໃຫ້ຜູ້ນຳຮົງກົງ ທີ່ໄດ້ຮັບການສະໜັບສະໜຸນຈາກຈີນນັ້ນ ລາອອກ.
ຊາຍຄົນນຶ່ງພາລູກສາວຂອງລາວ ມຮປະກອບສ່ວນໃນການປະທ້ວງ.
ລາວເວົ້າວ່າ “ມັນຄືກັນກັບເປັນການສຶກສາ ເລື້ອງໜ້າທີ່ພົນລະເມືອງຫັ້ນແຫລະ ເພື່ອໃຫ້ເຂົາເຈົ້າຮູ້ຈັກວ່າ ບາງທີໃນຢຸກຂອງຄົນລຸ້ນພວກເຮົານີ້ ເຮົາອາດບໍ່
ສາມາດຕໍ່ສູ້ເພື່ອປະຊາທິປະໄຕໄດ້ ແຕ່ວ່າພວກເຂົາເຈົ້ານັ້ນຍັງມີຄວາມຫວັງ.”
ພວກອາສາສະມັກໄດ້ພາກັນປຸກຫ້ອງຮຽນຊົ່ວຄາວ ໃຫ້ພວກນັກສຶກສາປະທ້ວງ ຊຶ່ງບາງ
ຄົນແມ່ນໄດ້ນອນຢູ່ໃນຕູບຜ້າໃບ ຢູ່ບ່ອນປະທ້ວງມາເປັນເວລາຫລາຍມື້ແລ້ວ. ພວກເຂົາ
ເຈົ້າຈະມີການສອບເສງໃນບໍ່ຊ້ານີ້ ແລະບັນດາພໍ່ແມ່ມີຄວາມເປັນຫ່ວງວ່າ ຜົນການສອບ
ເສງທີ່ອອກມາບໍ່ດີນັ້ນ ຈະສົ່ງຜົນກະທົບຕໍ່ອະນາຄົດຂອງເຂົາເຈົ້າ.
ພວກປະທ້ວງເວົ້າວ່າ ເສລີພາບຕ່າງໆຂອງຮົງກົງ ກຳລັງຖືກຂົ່ມຂູ່ ແລະວ່າເຂົາເຈົ້າເຕັມໃຈ
ທີ່ຈະຕໍ່ສູ້ ເພື່ອຮັກສາອິດສະລະເສລີພາບເຫລົ່ານັ້ນ ເອົາໄວ້.
ວີດີໂອ: ພວກນັກສຶກສາປະທ້ວງ ພະຍາຍາມຮຽນໜັງສື ໄປພ້ອມ:
____________________________________
ຄຳສັບທີ່ຄວນຮູ້ ໃນລາຍງານເລື້ອງນີ້:
generation – ລຸ້ນຄົນ ກໍຄື ລຸ້ນພໍ່ແມ່ ລຸ້ນລູກ ລຸ້ນຫລານ
stability – ສະຖຽນລະພາບ ຫລືຄວາມດຸ່ນດ່ຽງ ທຸ່ນທ່ຽງ
boycott – ການຂໍ້ວາບາດ ຫລື ບໍ່ຍອມເຂົ້າຮ່ວມ ບໍ່ຍອມເຮັດ
constitution – ລັດຖະທຳມະນູນ ກໍຄື ກົດໝາຍແລະແນວຄິດຕ່າງໆ ທີ່ປະກອບເປັນ ລະບົບການປົກຄອງຂອງປະເທດ
ລຽງລຳດັບເຫດການ ກ່ຽວກັບຮົງກົງ: