ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກເຄື່ອນໄຫວຮົງກົງ ​ທີ່ຢູ່ເບື້ອງຫຼັງ ການ​ຊັກ​ຊວນ​ໃຫ້ລະ​ນຶກ​ເຖິງ ການ​ປາບ​ປາມ​​ຢູ່ທຽນອັນເໝີນ ຖືກ​ຕັດ​ສິນ ມີ​ຄວາມ​ຜິດ


ນາງ ​ເຈົາ ຮັງ ຕຸງ ຈາວ ຮອງປະທານແມ່ຍິງຂອງກຸ່ມພັນທະມິດຮົງກົງ ທີ່ສະໜັບສະໜູນ​ຂະ​ບວນ​ການ​ເຄື່ອນ​ໄຫວ​ເພື່ອ ປະຊາທິປະໄຕ​ທີ່ຮັກຊາດຂອງຈີນ ກ່າວຢູ່ຕໍ່ໜ້າໂຮງການຕຳຫຼວດ ​ເມື່ອວັນທີ 7 ກັນຍາ 2021.
ນາງ ​ເຈົາ ຮັງ ຕຸງ ຈາວ ຮອງປະທານແມ່ຍິງຂອງກຸ່ມພັນທະມິດຮົງກົງ ທີ່ສະໜັບສະໜູນ​ຂະ​ບວນ​ການ​ເຄື່ອນ​ໄຫວ​ເພື່ອ ປະຊາທິປະໄຕ​ທີ່ຮັກຊາດຂອງຈີນ ກ່າວຢູ່ຕໍ່ໜ້າໂຮງການຕຳຫຼວດ ​ເມື່ອວັນທີ 7 ກັນຍາ 2021.

ສານຮົງກົງ ໄດ້ພົບເຫັນນັກ​ເຄື່ອນ​ໄຫວອາຍຸ 36 ປີ ມີຄວາມຜິດໃນວັນອັງຄານ ມື້ນີ້ ໃນ
ຖານຈັດການໂຮມຊຸມນຸມໂດຍບໍ່ໄດ້ຮັບອະນຸຍາດ ເພື່ອໄວ້ອາໄລປະຈຳປີລະນຶກເຖິງຜູ້
ເສຍຊີວິດຈາກການປາບປາມ ຢູ່ຈະຕຸລັດທຽນອັນເໝິນໃນປະເທດຈີນ ໃນປີ 1989 ອີງ
ຕາມລາຍງານຂອງອົງການຂ່າວຣອຍເຕີ.

ນັກເຄື່ອນໄຫວ ເຈົາ ຮັງ ຕຸງ (Chow Hung Tung) ທີ່ເປັນພັນທະມິດ​ໃກ້​ຊິດກັບ​ກຸ່ມ​ສະ
ໜັບສະໜູນຂະບວນການເຄື່ອນໄຫວເພື່ອປະຊາທິປະໄຕທີ່ຮັກຊາດໃນປະເທດຈີນ ໄດ້
ຖືກຈັບນຶ່ງມື້ ກ່ອນວັນຄົບຮອບ ວັນທີ 4 ມິຖຸນາ ໃນການປາບປາມທັບມ້າງປີກາຍນີ້.

ຕຳຫຼວດໄດ້ຫ້າມ​ບໍ່​ໃຫ້ໄວ້ອາໄລ ​ກ່ຽວ​ກັບ ​ເຫດ​ການ​ດັ່ງ​ກ່າວ ມາເປັນເວລາສອງປີ​ແລ້ວ
ໂດຍອ້າງເຫດຜົນວ່າ ເປັນຍ້ອນການຈຳກັດຮັດແຄບໄວຣັສໂຄໂຣນາ.

ແຕ່​ເມື່ອກັບມາຈາກການປະທ້ວງສະໜັບສະໜູນປະຊາທິປະໄຕຄັ້ງໃຫຍ່ ໃນປີ 2019
ພວກນັກເຄື່ອນໄຫວຫຼາຍຄົນໄດ້ເຫັນການຫ້າມດັ່ງກ່າວ ແມ່ນຄວາມພະຍາຍາມບໍ່ໃຫ້ມີ
ການສະແດງການທ້າທາຍຕໍ່ ປັກກິ່ງ. ພວກເຈົ້າໜ້າທີ່ປະຕິເສດວ່ານັ້ນບໍ່ໄດ້ແມ່ນເຫດຜົນ.

ເຖິງແມ່ນມີການຫ້າມ ຫຼາຍພັນຄົນກໍໄດ້ພາກັນໄຕ້ທຽນຢູ່ທົ່ວ​ ຮົງ​ກົງ ໃນປີ 2020 ແລະມີຝູງ
ຊົນທີ່ນ້ອຍກວ່າ ກໍໄດ້ເຮັດເຊັ່ນດຽວກັນໃນປີ 2021.

ໃນການຕັດ​ສິນຂອງທ່ານນາງ ​ຜູ້​ພິ​ພາກ​ສາ ເອມີ ຈານ (Amy Chan) ທີ່​ຮັບ​ຜິດ​ຊອບສານ
ໃນເຂດພາກຕາເວັນຕົກຂອງ ເກົາລຸນ (West Kowloon) ໄດ້ກ່າວວ່າ ການເຕົ້າໂຮມກັນ
ເຮັດໃຫ້ “ເກີດຄວາມສ່ຽງໃນດ້ານສາທາລະນະສຸກ.” ການກຳນົດໂທດຄາດວ່າຈະມີຂຶ້ນ
ໃນວັນອັງຄານມື້ນີ້.

ນັກ​ເຄື່ອນ​ໄຫວ ເຈົາ ທີ່ຕາງໜ້າ​ໃຫ້ຕົນເອງໄດ້ບອກວ່ານາງບໍ່ມີຄວາມຜິດ ​ໂດຍ​ເວົ້າວ່າ
ນາງຕ້ອງການ "ຊັກຊວນຄົນອື່ນໆບໍ່ໃຫ້ຫລົງລືມວັນທີ 4 ມິຖຸນາ” ບໍ່ແມ່ນຊັກຊວນໃຫ້ມີ
ການໂຮມຊຸມນຸມກັນ.

ໃນເດືອນແລ້ວນີ້ ພວກນັກເຄື່ອນໄຫວສະໜັບສະໜູນປະຊາທິປະໄຕແປດຄົນ ໄດ້ຖືກ
ຕັດສິນລົງໂທດດົນເຖິງ 14 ເດືອນ ກ່ຽວກັບບົດບາດຂອງເຂົາເຈົ້າໃນການລະນຶກເຖິງເມື່ອ
ປີ 2020. ຮວມຢູ່ໃນເຂົາເຈົ້ານັ້ນມີນາງ ເຈົາ ໄດ້ຮັບການຕັດສິນລົງໂທດ 12 ເດືອນ.

ອ້ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG