ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວຮົງກົງ ທີ່​ຕົບ​ມື​ຢູ່​ໃນ​ສານ ຖືກ​ພົບ​ວ່າ​​ມີຄວາມຜິດຖານປຸກລະດົມໃຫ້ຄົນ ກຽດຊັງ ແລະ ໝິ່ນປະໝາດການບໍລິ​ຫານ​ ດ້ານຍຸຕິທໍາຂອງ​ລັດ​ຖະ​ບານ


ພາບນິ້ງ​ທີ່​ຖ່າຍ​ຈາກວີ​ດິ​ໂອ ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Garry Pang Moon-yuen (ກາງ) ຢູ່​ຂ້າງນອກ​ສານ West Kowloon Court, ໃນ​ຮົງ​ກົງ, ວັນ​ທີ 29 ພະ​ຈິກ, 2021
ພາບນິ້ງ​ທີ່​ຖ່າຍ​ຈາກວີ​ດິ​ໂອ ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Garry Pang Moon-yuen (ກາງ) ຢູ່​ຂ້າງນອກ​ສານ West Kowloon Court, ໃນ​ຮົງ​ກົງ, ວັນ​ທີ 29 ພະ​ຈິກ, 2021

ຊາວຮົງກົງ 2 ຄົນ ໄດ້ຖືກພົບເຫັນວ່າ ມີຄວາມຜິດໃນຂໍ້ຫາກໍ່ຄວາມວຸ້ນວາຍ ໃນ ວັນພະຫັດວານນີ້ ຫຼັງຈາກເຂົາເຈົ້າໄດ້ຕົບມື ແລະຕຳໜິຕິຕຽນຜູ້ພິພາກສາ ໃນລະຫວ່າງການໄຕ່​ສວນ​ຄະ​ດີຄັ້ງກ່ອນກ່ຽວກັບການໄປໄວ້​ອາ​ໄລຢູ່ຈະຕຸ​ລັດ ທຽນ​ອັນ​ເໝິນ ທີ່ຖືກຫ້າມຢູ່ໃນເມືອງນັ້ນ, ອີງ​ຕາມ​ລາຍ​ງານ​ຂອງອົງ​ການ​ຂ່າວເອ​ພີ (AP).

ທ່ານແກ​ຣີ ຜັງ ມູນ​-ເຢີນ (Garry Pang Moon-yuen), ອາ​ຈານ​ສອນ​ສະ​ໜາ ແລະ ນາງຈີວ ມາຍ-ຢິງ (Chiu Mei-ying) ທີ່​ເປັນແມ່ເຮືອນ, ໄດ້ຖືກຈັບ ໃນເດືອນເມສາຜ່ານ​ມາ ຍ້ອນຄວາມວຸ້ນວາຍທີ່ເຂົາເຈົ້າໄດ້ເຮັດ ຢູ່ໃນການຮັບ​ຟັງ​ຄະ​ດີຂອງສານໃນເດືອນມັງກອນຜ່ານ​ມາ ເມື່ອຜູ້ນໍາຂອງກຸ່ມທີ່ ຈັດຕັ້ງການໄວ້​ອາ​ໄລຂອງຊາວຮົງກົງ ໄດ້ຖືກຕັດສິນລົງໂທດໃນຂໍ້ຫາຊັກ​ຊວນ ຄົນອື່ນໃຫ້ເຂົ້າຮ່ວມກິດຈະກໍາທີ່ຖືກຫ້າມໃນປີກາຍນີ້.

ຮົງ​ກົງ​ຖືກ​ປາບ​ປາມ​ທາງ​ການ​ເມືອງ ຫຼັງ​ຈາກ​ມີ​ການ​ປະ​ທ້ວງ​ຢ່າງ​ກວ້າງ​ຂວາງ​ໃນ​ປີ 2019 ແລະ​ການ​ວາງ​ກົດ​ໝາຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ໃນ​ປີ 2020 ອອກ​ມາ ໂດຍ​ມີ​ນັກ​ເຄື່ອນ​ໄຫວ​ເພື່ອ​ປະ​ຊາ​ທິ​ປະ​ໄຕທີ່​ມີ​ຊື່​ສຽງຫຼາຍ​ຄົນ​ໃນ​ຄ້າຍ​ນີ້ໄດ້​ຖືກ​ຈັບຫຼື​ຂັງ​ຄຸກ.

ນອກ​ຈາກ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ແລ້ວ ກໍຍັງ​ມີ​ຜູ້ຕໍ່​ຕ້ານ​ຈຳ ນວນຫຼວງ​ຫຼາຍ ​ທີ່​ໄດ້​ຮັບ​ການ​ກ່າວ​ຫາ​ວ່າ​ກະທໍາ​ຜິດ ​ໃນ​ການ​ປຸກລະດົມໃຫ້​ຕໍ່​ຕ້ານ​ລັດ​ຖະ​ບານແບບ​ຢູ່​ໃນ​ຍຸກ​ອານານິຄົມ.

ທ່ານ​ຜັງ ແລະ​ນາງ​ຈີວ ແທນ​ທີ່​ຈະ​ຖືກ​ກ່າວ​ຫາ​ ໃນ​ຖານ​ໝິ່ນ​ປະ​ໝາດ​ສານ ແຕ່​ກັບຖືກ​ກ່າວ​ຫາວ່າ​ ໃຊ້​ຖ້ອຍ​ຄຳ​ທີ່​ເປັນ​ການ​ປຸ​ກ​ລະ​ດົມ. ມີລາຍງານວ່າ ທ່ານ​ຜັງ ບອກຜູ້ພິພາກສາວ່າ "ເຈົ້າເສຍຈິດສໍານຶກແລ້ວ" ແລະນາງ​ຈີວ ກໍ​ຖືກລາຍງານ ວ່າ ໄດ້ກ່າວຫາຜູ້ພິພາກສາວ່າບໍ່ປະຕິບັດຕາມກົດຫມາຍ ແລະຕັດສິນຄະດີ ໂດຍລໍ​າພັງໃຈຂອ​ງ​ຕົນເອງ.

ຜູ້ພິພາກສາ ເຈງ ລິມ-ຈີ (Cheng Lim-chi) ໄດ້ຕັດສິນລົງໂທດ ສອງ​ຄົນ​ນີ້ ວ່າ ມີ​ເຈດ​ຕະ​ນາຍຸແຍ່ໃຫ້ຄົນອື່ນກຽດຊັງ ແລະໝິ່ນ​ປະ​ໝາດການບໍລິຫານດ້ານ ຄວາມຍຸຕິທໍາ, ໂດຍກ່າວວ່າຄຳເຫັນຂອງເຂົາເຈົ້າ "ບໍ່ແມ່ນການເວົ້າໂດຍບໍ່ ໄດ້​ຄິດ​ແຕ່​ຢ່າງ​ໃດ."

ທ່ານ​ຜັງ ຍັງຖືກພົບເຫັນວ່າມີຄວາມຜິດອີກ ​ຢູ່ໃນຂໍ້ຫາເພີ່ມເຕີມວ່າ ເຄື່ອນ​ໄຫວ​ແບບມີເຈຕະນາປຸກ​ລະ​ດົມຢູ່​ໃນວິດີໂອ YouTube ທີ່ລາວເຜີຍແຜ່ໃນ ລະ ຫວ່າງປີ 2020 ຫາປີນີ້. ໃນວິດີໂອເຫລົ່າ​ນັ້ນ ລາວໄດ້ວິພາກວິຈານວິທີທີ່ຜູ້ ພິພາກສາໄດ້​ດຳ​ເນີນການກັບຄະ​ດີອື່ນ ທີ່ສານໄດ້ຮັບ​ຟັງ​ຄະ​ດີ​ມາ.

ການ​ປຸກ​ລະ​ດົມ​ແມ່ນ​ມີ​ໂທດ​ຈຳ​ຄຸກ​ເຖິງ 2 ປີ​ໃນ​ການ​ກະທຳ​ຜິດ​ຄັ້ງ​ທຳ​ອິດ ​ແລະ 3 ປີ​ສຳລັບ​ການ​ກະທຳ​ຜິດໃນ​ຄັ້ງ​ຕໍ່​ມາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG