ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຮົງກົງ ຮຽກຮ້ອງໃຫ້ ຫົວໜ້າ ບໍລິຫານງານ ລົງຈາກຕໍາແໜ່ງ


ພວກປະທ້ວງຫລາຍພັນຄົນ ຢູ່ຮົງກົງ ທີ່ຖືກພວກຕໍາຫລວດ ເຂົ້າໄປອ້ອມໄວ້ ໄດ້ປິດຕັນຖະໜົນຫົນທາງ ໃນໃຈກາງ ເມືອງຮົງກົງ.
ພວກປະທ້ວງຫລາຍພັນຄົນ ຢູ່ຮົງກົງ ທີ່ຖືກພວກຕໍາຫລວດ ເຂົ້າໄປອ້ອມໄວ້ ໄດ້ປິດຕັນຖະໜົນຫົນທາງ ໃນໃຈກາງ ເມືອງຮົງກົງ.
ພວກປະທ້ວງຫລາຍພັນຄົນຢູ່ຮົງກົງ ກໍາລັງຮຽກຮ້ອງໃຫ້ຫົວ
ໜ້າບໍລິຫານງານ ທີ່ຕົກເປັນ ຂ່າວນອງນັນຢູ່ນັ້ນ ໃຫ້ລົງຈາກ
ຕໍາແໜ່ງແລະຮຽກຮ້ອງໃຫ້ຈີນອະນຸຍາດໃຫ້ພວກເຂົາເຈົ້າ ເລືອກເອົາຜູ້ນໍາຂອງພວກເຂົາເຈົ້າເອງ.

ຕໍາຫລວດເວົ້າວ່າ ປະມານ 17 ພັນຄົນໄດ້ເຂົ້າຮ່ວມການເດີນ
ຂະບວນຢູ່ຮົງກົງໃນວັນຂຶ້ນ ປີໃໝ່ ໂດຍໄດ້ພາກັນຖືປ້າຍ ແລະ ຮ້ອງຄໍາຂວັນຮຽກຮ້ອງໃຫ້ທ່ານ Leung Chun-ying ຫົວໜ້າ
ບໍລິຫານ ທີ່ໄດ້ຮັບການໜຸນຫລັງຈາກກຸງປັກກິ່ງໃຫ້ອອກຈາກຕໍາ
ແໜ່ງ.

ທ່ານ Leung ທີ່ໄດ້ເຂົ້າກໍາຕໍາແໜ່ງ ໃນເດືອນກໍລະກົດປີກາຍນີ້
ປະເຊີນກັບຄໍາຕໍາໜິ ຈາກປະຊາຊົນຢ່າງກວ້າງຂວາງ ລຸນຫລັງ ມີການເປີດເຜີຍໃຫ້ເຫັນວ່າ ທ່ານໄດ້ພະຍາຍາມ ປົກປິດການກໍ່ສ້າງທີ່ຜິດກົດໝາຍ ຢູ່ໃນ ເຮືອນອັນຫລູຫລາຂອງທ່ານ ຊຶ່ງເປັນບັນຫາຫລໍ່ແຫລມ ຢູ່ໃນເມືອງທີ່ມີປະຊາຊົນອາໄສ ຢູ່ຢ່າງໜາແໜ້ນ ແລະເນື້ອທີ່ມີລາຄາແພງທີ່ສຸດ ແຫ່ງນັ້ນ.

ທ່ານ Calvin Tse ຊຶ່ງເປັນຜູ້ອາໄສຢູ່ໃນຮົງກົງຜູ້ນຶ່ງ ເປັນນຶ່ງໃນຫຼາຍໆຄົນທີ່ຮຽກຮ້ອງ ໃຫ້ຈີນອະນຸຍາດໃຫ້ຊາວຮົງກົງໃຊ້ສິດໃຊ້ສຽງໄດ້ ຢູ່ໄປໃນດິນແດນທີ່ເຄີຍເປັນຫົວເມືອງ ຂຶ້ນຂອງອັງກິດນັ້ນ.

ປະຊາຊົນຊາວຮົງກົງ ຊຶ່ງໄດ້ຖືກໂອນຄືນໄປຢູ່ພາຍໃຕ້ການປົກຄອງຂອງຈີນ ໃນປີ 1997 ນັ້ນ ແມ່ນບໍ່ໄດ້ຮັບສິດໃນການເລືອກຕັ້ງຜູ້ນໍາຂອງເຂົາເຈົ້າເອງ ຈົນຮອດປີ 2017. ທ່ານ Leung ໄດ້ຖືກເລືອກຕັ້ງໃນເດືອນມີນາປີກາຍນີ້ ໂດຍຄະນະກໍາມະການ ທີ່ຄອບງໍາໂດຍ ພວກທີ່ຖືກແຕ່ງຕັ້ງ ມີຫົວນິຍົມຈີນ.

ຢູ່ໃນຖະແຫລງການທີ່ນຳອອກເຜີຍແຜ່ໃນວັນອັງຄານວານນີ້ ທ່ານ Leung ເວົ້າວ່າ ທ່ານ ຈະຟັງຫາງສຽງຂອງປວງຊົນ “ຢ່າງມີຄວາມຖ່ອມຕົວ.” ຕໍາຫລວດເວົ້າວ່າ ມີພວກປະທ້ວງ ຫລາຍຮອດ 8 ພັນຄົນ ເຂົ້າຮ່ວມການໂຮມຊຸມນຸມ ເພື່ອສະໜັບສະໜຸນຜູ້ນໍາທ່ານນີ້.
XS
SM
MD
LG