ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮົງກົງ ເຕືອນວ່າ ພວກປະທ້ວງ ຈະຖືກຈັບ ຖ້າບໍ່ຍ້າຍອອກ ຈາກຖະໜົນຫົນທາງ


ປ້າຍປະທ້ວງໃຫຍ່ ກ່າວວ່າ "ພວກເຮົາຕ້ອງການ ສິດທິໃນການ ອອກສຽງແບບສາກົນ."
ປ້າຍປະທ້ວງໃຫຍ່ ກ່າວວ່າ "ພວກເຮົາຕ້ອງການ ສິດທິໃນການ ອອກສຽງແບບສາກົນ."

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງຮົງ​ກົງຄົນ​ນຶ່ງ​ ເຕືອນ​ພວກ​ປະ​ທ້ວງ​ວ່າ ​
ເຂົາ​ເຈົ້າອາດຈະ​ປະ​ເຊີນ​ໜ້າ​ກັບການ​ຖືກຈັບ​ກຸມ ຖ້າ​ຫາກ​ວ່າ
​ເຂົາ​ເຈົ້າບໍ່​ຍົກຍ້າຍ ​ອອກ​ຈາກ​ຖະໜົນ​ຫົນທາງ ບ່ອນ​ທີ່​ເຂົາ
ເຈົ້າ​ໄດ້ພາກັນ​ຕັ້ງ​ຄ້າຍ​ມາເປັນ​ເວລາ​ຫລາຍ​ອາທິດແລ້ວນັ້ນ
​ທີ່ຮຽກຮ້ອງໃຫ້​ມີການ​ປະຕິ​ຮູບປະຊາທິປະ​ໄຕ.

ໃນ​ວັນ​ອັງຄານ​ມື້​ນີ້ ຫົວໜ້າ​ເລຂານຸການ ທ່ານ​ນາງ Carrie
Lam ​ໄດ້​ຮຽກຮ້ອງ ​ໃຫ້ພວກ​ປະ​ທ້ວງ ຍົກຍ້າຍ​ອອກ​ຈາກ​
ຖະໜົນ​ຫົນທາງ “ຢ່າງ​ຮີບ​ດ່ວນ​ ແລະຢ່າງ​ສັນຕິ” ຊຶ່ງ​ທ່ານ​
ນາງກ່າວ​ວ່າ “​ເປັນ​ການ​ຍຶດຄອງທີ່​ຜິດ​ກົດໝາຍ.” ທ່ານ​ນາງ
ບໍ່​ໄດ້​ເວົ້າວ່າ ເວລາ​ໃດຕຳຫລວດຈຶ່ງຈະ​ລົງມືຂັບໄລ່ພວກ
ເຂົາເຈົ້າອອກໄປຈາກສະຖານທີ່ເຫຼົ່ານີ້.

ທ່ານ​ນາງ Lam ຊຶ່ງເປັນບຸກຄົນໝາຍເລກສອງຂອງລັດຖະບານຮົງກົງ ກ່າວວ່າ ທ່ານ
​ນາງເບິ່ງບໍ່​ເຫັນ “ໂອກາດສຳລັບ​ການ​ເຈລະຈາ​ກັນ​ໄດ້​ໃນ​ປັດ​ຈຸ​ບັນ” ກັບ​ບັນດາ​ຜູ້ນຳນັກ
​ສຶກສາປະ​ທ້ວງຊຶ່ງ​ທ່ານ​ນາງກ່າວ​ວ່າ ບໍ່​ໄດ້​ສະ​ແດງ​ອອກໃຫ້ເຫັນເຖິງ ຄວາມຈິງໃຈ​ໃນ
ການເຈລະຈາ​ທີ່​ຜ່ານ​ມາ.

​ໃນ​ວັນ​ຈັນ​ວານ​ນີ້ ສານ​ສູງ​ສຸດ​ຂອງ ຮົງ​ກົງ ​ໄດ້​ຕັດສິນ​ວ່າ ຕຳຫລວດ​ສາມາດ​ຈັບ ພວກ​ປະ
​ທ້ວງ ທີ່​ທ້າ​ທາຍ​ຕໍ່ການ​ຂັບໄລ່ອອກໄປຈາກບ່ອນປະທ້ວງ​ ທີ່​ສ້າງ​ຄວາມ​ຢ້ານ​ກົວ​ວ່າ ອາດ
ຈະເກີດການ​ປະ​ທະ​ກັນຄັ້ງໃໝ່ຂຶ້ນ.

ຄວາມ​ພະຍາຍາມ​ຂອງ​ຕຳຫລວດ ທີ່​ຜ່ານ​ມາ​ ເພື່ອ​ທັບ​ມ້າງ​ພວກ​ປະ​ທ້ວງ ​ໄດ້​ເປັນ​ຜົນ​ສະ ທ້ອນ ກໍ່ໃຫ້ເກີດການ​ເດີນ​ປະ​ທ້ວງ​ໃຫຍ່​ຂື້ນ. ​ໃນ​ຕອນ​ນຶ່ງ​ນັ້ນ ຫລາຍ​ສິບ​ພັນ​ຄົນ​ພາກັນ
​ເຂົ້າ​ຮ່ວມການ​ເຄື່ອນ​ໄຫວດັ່ງກ່າວນີ້.

ພວກ​ປະ​ທ້ວງ ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ ​ແບບ​ປະຊາທິປະໄຕ ຢ່າງ​ເຕັມ​ສ່ວນຢູ່
ທີ່ຮົງກົງ ຊຶ່ງເປັນເຂດເຄິ່ງ​ປົກຄອງ​ຕົນ​ເອງ​ຂອງ​ຈີນ ​ໃນປີ 2017 ເພື່ອເລືອກ​ເອົາ​ຫົວໜ້າ
​ ບໍລິຫານ. ຈີນ ​ໄດ້​ຕັດສິນ​ໃນ​ເດືອນ​ສິງຫາ​ຜ່ານມານີ້ວ່າ ບັນ ດາ​ຜູ້​ສະມັກ​ທຸກ​ຄົນຕ້ອງ​ໄດ້ຮັບການອະນຸມັດ ​ຈາກຄະນະ​ກຳມະການທີ່ເຕັມໄປ​ພວກສະໜັບ​ສະ​ໜູນແລະຈົງ​ຮັກ
​ພັກດີ ຕໍ່​ປັກ​ກິ່ງ.

HONG KONG PROTESTS CNPK
please wait

No media source currently available

0:00 0:02:01 0:00

XS
SM
MD
LG