ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມະຫາວິທະຍາໄລຣົງກົງ ມ້າງຮູບປັ້ນ ລະນຶກເຖິງ ການປາບ​ປາມ ຢູ່ທີ່ຈະຕຸລັດ​ທຽນອັນເໝີນ.


ຮູບປັ້ນ "Pillar of Shame" ທີ່ລະນຶກເຖິງບັນດາຜູ້ເສຍຊີວິດໃນປີ 1989 ໃນການປາບ​ປາມ​ທີ່ຈະ​ຕຸລັດ​ທຽນອັນເໝີນ ໄດ້ຍ້າຍອອກຈາກມະຫາວິທະຍາໄລຮົງກົງ ​ເມື່ອວັນທີ 23 ທັນວາ 2021.
ຮູບປັ້ນ "Pillar of Shame" ທີ່ລະນຶກເຖິງບັນດາຜູ້ເສຍຊີວິດໃນປີ 1989 ໃນການປາບ​ປາມ​ທີ່ຈະ​ຕຸລັດ​ທຽນອັນເໝີນ ໄດ້ຍ້າຍອອກຈາກມະຫາວິທະຍາໄລຮົງກົງ ​ເມື່ອວັນທີ 23 ທັນວາ 2021.

ມະຫາວິທະຍາໄລຮົງກົງ ​ຊຶ່ງ​ເປັນ​ສະ​ຖາ​ບັນການ​ສຶກ​ສາ ທີ່ນຳໜ້າແຫ່ງນຶ່ງ ​ໃນ​ວັນ​ພະ​ຫັດ​
ມື້ນີ້ໄດ້ມ້າງແລະຍ້າຍຮູບປັ້ນ ລະນຶກເຖິງການປາບປາມພວກປະທ້ວງສະໜັບສະໜຸນປະ
ຊາທິປະໄຕໃນຈີນ ເມື່ອປີ 1989 ຢູ່ທີ່ຈະຕຸລັດທຽນອັນເໝີນ.

ພວກນັກສຶກ​ສາແລະຜູ້ຄົນ ໄດ້ເຕົ້າໂຮມກັນຢູ່ມະຫາວິທະຍາໄລຮົງກົງ ໃນຕອນເຊົ້າວັນ
ພະຫັດມື້ນີ້ ເພື່ອຖ້າເບິ່ງການຍ້າຍຮູບປັ້ນທີ່ຢືນຢູ່ໃນວິທະຍາເຂດດັ່ງກ່າວ ມາເປັນເວລາ
ດົນກວ່ານຶ່ງທົດສະວັດແລ້ວນັ້ນ.

ພວກເຈົ້າໜ້າທີ່ມະຫາວິທະຍາໄລກ່າວວ່າ ຮູບປັ້ນໄດ້ນຳໄປໄວ້ຢູ່ໃນບ່ອນເກັບມ້ຽນ​ເຄື່ອງ.

ສະພາຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຮົງ​ກົງກ່າວຢູ່ໃນຖະແຫຼງການ ໃນຕອນເຊົ້າວັນພະຫັດມື້ນີ້
ວ່າ ຕົນໄດ້ຕັດສິນໃຈຍ້າຍຮູບປັ້ນ ລະຫວ່າງກອງປະຊຸມໃນວັນພຸດວານນີ້ “ອີງຕາມຄຳ
ແນະນໍາທາງດ້ານກົດໝາຍພາຍນອກ ແລະການຊັ່ງຊາຄວາມສ່ຽງ ເພື່ອຜົນປະໂຫຍດທີ່
ດີທີ່ສຸດຂອງມະຫາວິທະຍາໄລ.”

​ງານສິນລະປະສະ​ແດງຄວາມ​ເຈັບ​ປວດ​ຂອງມະນຸດ ແມ່ນນຶ່ງໃນ​ສິ່ງວາງ​ສະ​ແດງທີ່ຍັງ
ເຫຼືອບໍ່ເທົ່າໃດອັນ ຢູ່ໃນອະດີດຫົວເມືອງຂຶ້ນຂອງອັງກິດ ເພື່ອລະນຶກເຖິງ ການປາບ
ປາມຢ່າງນອງເລືອດ ທີ່ເປັນເລື້ອງທີ່ຕ້ອງຫ້າມ ຢູ່ໃນຈີນແຜ່ນດິນໃຫຍ່ ບ່ອນທີ່ບໍ່ສາມາດ
ໃຫ້ລະນືກເຖິງໄດ້ຢ່າງເປີດເຜີຍນັ້ນ.

ເປັນທີ່ຮູ້ກັນ​ໃນ​ຊື່ “Pillar of Shame” ​ຊຶ່ງ​ເປັນຮູບປັ້ນ​ທີ່​ເປັນສັນຍາລັກ​ອັນ​ສຳ​ຄັນ ກ່ຽວ
ກັບການໃຫ້ຄຳໝັ້ນສັນຍາໃນການມີສິດເສລີພາບຢ່າງກວ້າງຂວາງໃຫ້ແກ່ຮົງກົງ ໃນປີ
1997 ເວລາມອບຮົງກົງ ຄືນໄປຢູ່ພາຍໃຕ້ການປົກຄອງຂອງຈີນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG