ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

3 ຜູ້ນຳພາ ການປະທ້ວງ ເພື່ອປະຊາທິປະໄຕ ປີ 2014 ຈະໄປຂຶ້ນສານ ພ້ອມກັນກັບ ພວກປະທ້ວງ ອີກ 6 ຄົນ

ນັກເຄື່ອນໄຫວເພື່ອປະຊາທິປະໄຕ ທ. ອາແລັກສ໌ ຊາວ, ກາງ, ກ່າວຕໍ່ບັນດານັກຂ່າວ ຢູ່ນອກສານອຸທອນຂັ້ນສຸດທ້າຍ ໃນຮົງກົງ, ວັນທີ 6 ກຸມພາ 2018.
ນັກເຄື່ອນໄຫວເພື່ອປະຊາທິປະໄຕ ທ. ອາແລັກສ໌ ຊາວ, ກາງ, ກ່າວຕໍ່ບັນດານັກຂ່າວ ຢູ່ນອກສານອຸທອນຂັ້ນສຸດທ້າຍ ໃນຮົງກົງ, ວັນທີ 6 ກຸມພາ 2018.

ພວກຜູ້ສ້າງຕັ້ງທຳອິດ ຂອງຂະບວນການຄັນຮົ່ມ ຫລື “Umbrella Movement” ປີ
2014 ຂອງຮົງກົງ ມີກຳນົດ ຈະໄປຂຶ້ນສານ ໃນວັນຈັນໜ້າ ແລະ ເປັນໄປໄດ້ວ່າ ຈະປະ
ເຊີນກັບ ການຖືກຂັງຄຸກ ໃນຂະນະທີ່ສານຂອງເມືອງ ສືບຕໍ່ດຳເນີນຄະດີ ພວກຜູ້ນຳ
ຂອງການປະທ້ວງຢູ່ ສີ່ປີຫຼັງຈາກ ການເດີນຂະບວນປະທ້ວງຂະໜານໃຫຍ່ ໄດ້ສິ້ນສຸດ
ລົງແລ້ວກໍຕາມ.

ທ່ານ ເບັນນີ້ ຕ້າຍ ທ່ານ ແຈສນ ຄິນ-ແມນ ແລະຄຸນພໍ່ ຈູ ຢຸ້ຍ-ມິງ ທັງສາມຄົນ ພວມປະ
ເຊີນກັບຂໍ້ກ່າວຫາວ່າ ສົມຮູ້ຮ່ວມຄິດ ເພື່ອກໍ່ຄວາມລຳຄານໃຫ້ແກ່ສາທາລະນະ ປຸກລະ
ດົມຍຸແຍ່ ໃຫ້ເກີດຄວາມລຳຄານໃນສາທາລະນະ. ບັດນີ້ ພວກເຂົາເຈົ້າ ປະເຊີນກັບ
ໂທດຈຳຄຸກໄລຍະ 7 ປີ.

ຜູ້ນຳນັກສຶກສາ ຮົງກົງ ທ້າວ ຈອດຊູອາ ວ້ອງ (Joshua Wong) ຢືນຖ່າຍຮູບ, ນຶ່ງມື້ ກ່ອນຄຳພິພາກສາ ຂອງສານອຸທອນ ກ່ຽວກັບຂໍ້ກ່າວຫາ ທີ່ພົວພັນກັບ ຂະບວນການຄັນຮົ່ມ ຫຼື "Umbrella Movement," ເພື່ອປະຊາທິປະໄຕ ຊຶ່ງຍັງຮູ້ຈັກກັນດີ ຄື ການປະທ້ວງ "ເຂົ້າຄອບຄອງ ໃຈກາງເມືອງ ຫຼື Occupy Central" , ໃນຮົງກົງ, ວັນທີ 15 ສິງຫາ 2017.

ທັງສາມຄົນດັ່ງກ່າວ ຜູ້ທຳອິດ ທີ່ໄດ້ສະເໜີ ສິ່ງທີ່ໄດ້ກ່າຍເປັນທີ່ຮູ້ຈັກກັນວ່າ ຂະບວນ
ການຄັນຮົ່ມ ຫລື “Umbrella Movement” ໃນປີ 2013 ພາຍໃຕ້ປ້າຍໂຄສະນາ
ທີ່ເອີ້ນວ່າ “ເຂົ້າຄອບຄອງ ໃນກາງເມືອງ ດ້ວຍຄວາມຮັກ ແລະ ສັນຕິພາບ.”

​ໃນຂະນະທີ່ ພວກປະທ້ວງ ໄດ້ເອົາບົດບາດຂອງພວກເຂົາເຈົ້າ ຈາກ “ເຂົ້າຄອບຄອງ
ວອລ ສຕຣິຕ”
ໃນນະຄອນ ນິວ ຢອກ, ຊຶ່ງພວກປະທ້ວງ ຊາວຮົງກົງ ກໍໄດ້ຮຽກຮ້ອງ
ເອົາສິດທິ ໃນການອອກສຽງທີ່ເປັນສາກົນ ເພື່ອເລືອກເອົາຜູ້ນຳລະດັບສູງຂອງເມືອງນີ້.

ສະມາຊິກສະພາ ທີ່ຫາກໍຖືກເລືອກໃໝ່ ທ້າວ ເນຕັນ ລໍ (Nathan Law (ກາງ), ບັນດາຜູ້ນຳ ກຸ່ມນັກສຶກສາ ທ້າວ ຈອດຊູອາ ວ້ອງ (Joshua Wong (ຂວາ) ແລະ ທ້າວ ອາແລັກສ໌ ຈຊາວ (Alex Chow) ພົບປະກັບບັນດານັກຂ່າວ ຢູ່ນອກສານ ກ່ອນການພິຈາລະນາຄະດີ ໃນຂະນະທີ່ບັນດາໄອຍະການ ຂໍໃຫ້ສາານ ຄຸມຂັງພວກເຂົາເຈົ້າ ໃນທັນທີ ທີ່ກ່ຽວພັນກັບບົດບາດ ຂອງພວກເຂົາ ໃນການບຸກເຂົ້າໄປສຳນັກງານຂອງລັດຖະບານ ເມື່ອປີ 2014.

ທ່ານ ແຈສນ ໄດ້ກ່າວວ່າ ໄດ້ຄາດກັນແລ້ວວ່າ ກຸ່ມນີ້ ຈະຖືກເອົາຜິດສຳລັບບົດບາດ
ການນຳພາຂອງພວກເຂົາເຈົ້າ ແຕ່ພວກເຂົາເຈົ້າ ບໍ່ສາມມາດຄາດການໄດ້ວ່າ ສານ
ຈະລົງໂທດຫຼາຍຊ່ຳໃດ ຕໍ່ພວກເດີນຂະບວນປະທ້ວງ ໃນ 4 ປີ ທີ່ຜ່ານແລ້ວນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG