ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມະຫາເສດຖີ ຄົນໜຶ່ງ ແລະອະດີດເຈົ້າໜ້າທີ່ ຮົງກົງ ຖືກຂັງຄຸກ ຍ້ອນສໍ້ລາດ ບັງຫລວງ


ມະຫາ​ເສດຖີ​ພັນລ້ານຄົນ​ໜຶ່ງ ​ທີ່ເປັນ​ຜູ້​ພັດທະນາ​ດ້ານ​ອະສັງຫາ
ລິມະ​ຊັບຂອງຮົງ​ກົງ ​ໄດ້​ຖືກພົບ​ວ່າ ມີ​ຄວາມ​ຜິດ​ໃນ​ຂໍ້​ຫາ​ສໍ້​ລາດ​
ບັງ​ຫລວງ​ ແລະ​ໄດ້​ຖືກ​ຕັດສິນ ຈຳ​ຄຸກ 5 ປີ.

ສານ​ສູງ​ສຸດ​ຂອງ​ຮົງ​ກົງ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໄດ້​ພິຈາລະນາ​ພົບ
ເຫັນ​ວ່າ ທ່ານ Thomas Kwok ມີ​ຄວາມ​ຜິດ​ໃນ​ຂໍ້​ຫາ ຮ່ວມ​ຫົວ
​ກັນ​ຄິດ​ອຸບາຍ​ເພື່ອ​ກໍ່​ຄວາມ​ຜິດ ຫຼັງຈາກ​ຜູ້ກ່ຽວ ​ໄດ້​ຈ່າຍເງິນສິນ
​ບົນຫຼາຍກວ່າ 1 ລ້ານ 1 ​ແສນດອນ​ລາ ​ໃຫ້​ແກ່​ອະດີດ​ເຈົ້າໜ້າ​ທີ່
​ຮົງ​ກົງ​ຄົນ​ໜຶ່ງ. ຜູ້ກ່ຽວ​ຖືກ​ສານ​ສັ່ງ​ໃຫ້​ຈ່າຍ​ຄ່າ​ປັບໃໝ 64,000
ດອນ​ລາ.

​ເຈົ້າໜ້າ​ທີ່​ຮົງ​ກົງ​ຜູ້​ທີ່​ຮັບ​ເອົາ​ສິນ​ບົນ​ນັ້ນ ​ແມ່ນ ທ່ານ Rafael Hui ຊຶ່ງ​ເປັນ​ອະດີດ​ຜູ້ນຳ​ຄົນ
ທີ 2 ຂອງ​ຮົງ​ກົງ. ຜູ້ກ່ຽວ​ຖືກ​ສານ​ພິຈາລະນາພົບ​ເຫັນ​ວ່າ ມີ​ຄວາມ​ຜິດ ໃນການກະທຳທີ່
ບໍ່ຖືກຕ້ອງ ​ແລະ ​ຮ່ວມ​ຫົວ​ກັນ​ຄິດ​ອຸບາຍເພື່ອ​ກໍ່​ຄວາມ​ຜິດ ​ແລະ​ໄດ້​ຖືກສານ​ຕັດສິນ​ລົງໂທດ
ຈຳ​ຄຸກ 7 ປີ​ເຄິ່ງ.

ລາຄາ​ຂອງ​ອະສັງຫາລິມະ​ຊັບ ​ທີ່ແພງຂຶ້ນ ​ແລະ ຄວາມ​ບໍ່​ສະ​ເໝີ​ພາບ​ທາງ​ດ້ານ​ສັງຄົມ ​ແລະ ການ​ສໍ້​ລາດ​ບັງ​ຫລວງ​ພາຍ​ໃນ​ລັດຖະບານ ເປັນ​ເຫດຜົນຊ່ອຍ​ໃຫ້​ເກີດ​ຄວາມ​ຮູ້​ຊຶກ​ ຄຽດ​ແຄ້ນ​ ໃນ​ບັນດາ​ຊາວ​ຮົງ​ກົງ ​ແລະ ການ​ດຳ​ເນີນ​ຄະດີ​ ສໍ້​ລາດ​ບັງ​ຫລວງດັ່ງ​ກ່າວ​ນັ້ນ ​ໄດ້ ທະວີ​ຄວາມ​ໂກດ​ແຄ້ນດັ່ງກ່າວ​ ​ໃຫ້​ໜັກ​ຂຶ້ນອີກ.

ທ້າວ Kwok ​ໄວ 63 ປີ ຜູ້​ທີ່ໄດ້ສາລະພາບວ່າ​ຕົນ​ບໍ່​ຜິດ ​ແມ່ນ​ເຄີຍ​ເປັນ​ປະທານ ຂອງ​ບໍລິ​ສັດ Sun Hung Kai Properties ຊຶ່ງ​ເປັນ​ບໍລິສັດ​ພັດທະນາ​ອະສັງຫາລິມະ​ຊັບ​ຂອງ​ຮົງ​ກົງ​
ທີ່​ໃຫຍ່​ທີ່​ສຸດ ທີ່ໄດ້​ຊ່ວຍ​ກໍ່ສ້າງ​ອາຄານ​ຕ່າງໆ ​ໃນ​ຮົ່ງກົງ​ທີ່​ສຳຄັນໆ.

XS
SM
MD
LG