ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກ​ານ​ຮັບ​ຟັງ ຄຳ​ໃຫ້​ການ ​ພວກນັກ​ເຄື່ອນ​ໄຫວ ເພື່ອ​ປະ​ຊາ​ທິ​ປະ​ໄຕ​ ຈະ​ເລີ້ມ​ກາງ​ເດືອນ​ເມ​ສາ


ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ ພາ​ກັນ​ຍົກ​ປ​້າຍ ຢູ່ນອກ​ສານ ໃນ​ຮົງ​ກົງ ວັນ​ທີ 9 ເມ​ສາ 2019.
ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ ພາ​ກັນ​ຍົກ​ປ​້າຍ ຢູ່ນອກ​ສານ ໃນ​ຮົງ​ກົງ ວັນ​ທີ 9 ເມ​ສາ 2019.

ການ​ຮັບ​ຟັງ​ຄຳ​ໃຫ້​ການ​ ຂອງບັນ​ດາ​ນັກ​ເຄື່ອນ​ໄຫວເພື່ອ​ປະ​ຊາ​ທິ​ປະ​ໄຕ​ເກົ້າ​ຄົນ ໃນ​ຮົງ
​ກົງ ທີ່​ຖືກ​ພົ​ບ​ເຫັນ​ວ່າ​ມີ​ຄວາມ​ຜິດ ​ໃນ​ການ​ພົວ​ພັນ​ກ່ຽວ​ກັບ​ຂະ​ບວນ​ການ ເຄື່ອນ​ໄຫວ​
ປະ​ທ້ວງ​ຄັນ​ຮົ່ມ ຢູ່​ທີ່​ຮົງ​ກົງໃນ​ປີ 2104 ນັ້ນ​ ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 24 ເມ​ສາ​ຈະ​ມາ​ເຖິງ​ນີ້.

ຜູ້ກໍ່​ຕັ້ງ​ຕົ້​ນ​ຕໍ່​ຂອງ​ການ​ປະ​ທ້ວງ ທ່ານ​ເບັນ​ນີ ໄຕ ທ່ານ​ແຈນ ກິນ​ແມນ ແລະ​ ຈູ ຢຽວ-ມິ
ໄດ້​ຖືກ​ພົບ​ເຫັນ​ວ່າ ມີ​ຄວ​າມ​ຜິດ​ໃນ​ວັນ​ອັງ​ຄານ​ວານ​ນີ້ ຖານ​ສົມ​ຮູ້ຮ່ວມ ​ຄິດກໍ່​ຄວາມ
​ວຸ້ນ​ວາຍ​ແກ່​ສາ​ທາ​ລະ​ນະ​ຊົນ.

ທັງ​ສ​າມ​ຄົນ​ໄດ້​ຖືກ​ດຳ​ເນີນ​ຄະ​ດີ ພ້ອມ​ກັບ​ບັນ​ດາ​ຜູ້​ນຳ​ອີກ​ຫົກ​ຄົນ ຈາກ​ຂະ​ບວນ ​ການ
​ເຄື່ອນ​ໄຫວ​ຄັນ​ຮົ່ມ ຮວມ​ທັງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ​ທີ່ຍັງຢູ່​ໃນ​ຕຳ​ແໜ່ງ ທ່າ​ນາງ​ທັນ
​ຍາ ຈັນ ແລະ​ທ່ານ​ຈິວ ກ​າ-ຈຸນ. ກຸ່ມ​ດັ່ງ​ກ່າວ​ໄດ້​ຖືກ​ເອີ້ນວ່າ “​ຄັນ​ຮົ່ມ​ທັງ​ເກົ້າ” ໂດຍ​
ສື່​ມ​ວນ​ຊົນທ້ອງ​ຖິ່ນ.

ທັງ​ສາມ​ຄົນ ເຖິງ​ຢ່າງ​ໃດ​ກໍ​ດີ ໄດ້​ແຍກ​ອອກ​ຈາກ​ບັນ​ດາ​ຜູ້​ນຳ​ຄົນ​ອື່ນໆຂອງ​ການ​ກ່າວ​
ຫາສົມ​ຮູ້​ຮ່ວມ​ຄິດ ເພາະ​ວ່າ​ເຂົາ​ເຈົ້າ​ໄດ້​ກໍ່​ຕັ້ງຂະ​ບວນການ​ເຄື່ອນ​ໄຫວປະ​ທ້ວງທີ່​ເກີດ
​ຂຶ້ນ​ໃນ​ປີ 2013 ໃນ​ອັນ​ທີ່​ເຂົາ​ເຈົ້າ​ຮ້ອງ​ໃນ​ເວ​ລາ​ນັ້ນ​ວ່າ “​ການຍຶດ​ສູນ​ກາງ​ດ້ວ​ຍ​ຄວາມ​
ຮັກ ແລະ​ສັນ​ຕິ​ພາບ.”

ສະ​ມາ​ຊິກ​ແປດ​ຄົນ​ຂອງ​ກຸ່ມ ຍົກ​ເວັ້ນ​ແຕ່​ທ່ານ​ຈູ ໄດ້ຖືກພົບ​ເຫັນວ່າ ​ມີ​ຄວາມ​ຜິດຖານ
​ຍຸ​ຍົງ​ເພື່ອ​ທຳ​ການ​ກໍ່​ກວນ​ຄວາມ​ວຸ້​ນ​ວາຍ​ຕໍ່​ສາ​ທາ​ລະ​ນະຊົນ.

ທັງ​ຫ້າ​ຄົນ​ຍັງ​ໄດ້​ຖືກ​ພົບ​ເຫັນວ່າ ​ມີ​ຄວາມ​ຜິດຖານ​ຍຸ​ຍົງ​ໃຫ້​ເກີດ​ຄວາມ​ວຸ້ນ​ວາຍ​ໃນ​ທີ່ສາ​
ທາ​ລະ​ນະ​ຊົນ ໂດຍ​ການ​ໃຊ້​ກົດ​ໝາຍ​ໜ້ອຍ​ນຶ່ງ​ເພື່ອ​ຊັກ​ຊວນ​ຄົນ​ອື່ນໆ​ໃຫ້​ເຂົາ​ເຈົ້າ​ພາ​
ກັນ​ປະ​ທ້ວງ. ທີ່​ມາ​ຂອງ​ທັງ​ສາມ​ຄົນ ເຖິງ​ຢ່າງ​ໃດ​ກໍ​ດີ ໄດ້​ຖືກຕັດ​ສິນ ໃຫ້​ພົ້ນ​ໂທດ ກ່ຽວ​
ກັບການ​ກ່າວ​ຫາ​ດັ່ງ​ກ່າວ.

ບັນ​ດາ​ຜູ້​ນຳ​ຍຶດ​ສູນ​ກາງ ຈາ​ຂວາ​ມື ທ່ານ​ເບັນ​ນີ ໄຕ ທ່ານ​ຈູ ຢຽວ-ມິ ແລະທ່ານ​ແຈນ ກິນ​ແມນ ວັນ​ທີ 9 ເມ​ສາ 2019.
ບັນ​ດາ​ຜູ້​ນຳ​ຍຶດ​ສູນ​ກາງ ຈາ​ຂວາ​ມື ທ່ານ​ເບັນ​ນີ ໄຕ ທ່ານ​ຈູ ຢຽວ-ມິ ແລະທ່ານ​ແຈນ ກິນ​ແມນ ວັນ​ທີ 9 ເມ​ສາ 2019.

ຜູ້​ພິ​ພາກ​ສາ​ທ່ານ​ຈອນ​ນີ ຈັນ ກ່າວ​ວ່າ​ໃນ​ກາ​ນ​ຕັດ​ສິນວ່າ ຄຳ​ພິ​ພາກ​ສານີ້​ຈະ​ບໍ່​ເປັນຜົນ
ກະ​ທົບຕໍ່​ຂະ​ບວນການ​ເຄື່ອນ​ໄຫວ​ປະ​ທ້ວງ​ຂອງ​ຮົງ​ກົງ ດັ່ງ​ທີ່​ໄດ້​ໂຕ້​ແຍ້ງໂດຍ​ພວກ​ທະ​
ນາຍ​ທີ່​ຕໍ່​ສູ້​ຄະ​ດີ.

ທ່ານ​ຍັງ​ກ່າວ​ວ່າ “ໃນ​ຂະ​ນະ​ທີ່​ແນວ​ຄິດ​ຂອງ​ການ​ບໍ່​ປະ​ພຶດ​ຂອງ​ພົນ​ລະ​ເຮືອນໄດ້ ຮັບ​
ຮູ້ຢູ່ໃນ​ຮົງ​ກົງ ການ​ບໍ່​ປະ​ພຶດ​ຂອງ​ພົນ​ລະ​ເຮືອນ ​ບໍ່​ແມ່ນ​ການປ້ອງ​ກັນ ຕໍ່​ການ ​ກ່າວ​ຫາ​
ທາງ​ອາ​ຍາ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG