ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຮົງ​ກົງ ຈະ​ຫລຸດຈຳ​ນວນ​ບ່ອນ​ນັ່ງ​​ ສະ​ມາ​ຊິກ​ສະ​ພາ ​ທີ່​ຖືກ​ເລືອກ​ຕັ້ງລົງ ຊຶ່ງ​ເປັນ​ສະ​ພາບການ​​ຖອຍ​ຫລັງ ຄືນ ໃນ​ດ້ານ​ປະ​ຊາ​ທິ​ປະ​ໄຕ


(ພາບ​ໃນ​ແຟ​ມ) ພະ​ນັກ​ງານ​ເລືອກ​ຕັ້ງ​ຖອກ​ຫີບ​ປ່ອນ​ບັດ​ເລືອ​ຕັ້ງອອກ​ເພື່ອ​ນັບ​ບັດຢູ່​ໃນ​ການ​ເລືອກ​ຕັ້ງສະ​ພາ​ຂັ້ນ​ເມືອງຢູ່​ສະ​ຖານ​ທີ່​ປ່ອນ​ບັດໃນ​ຮົງ​ກົງ, ວັນ​ທີ 24 ພະ​ຈິກ, 2019
(ພາບ​ໃນ​ແຟ​ມ) ພະ​ນັກ​ງານ​ເລືອກ​ຕັ້ງ​ຖອກ​ຫີບ​ປ່ອນ​ບັດ​ເລືອ​ຕັ້ງອອກ​ເພື່ອ​ນັບ​ບັດຢູ່​ໃນ​ການ​ເລືອກ​ຕັ້ງສະ​ພາ​ຂັ້ນ​ເມືອງຢູ່​ສະ​ຖານ​ທີ່​ປ່ອນ​ບັດໃນ​ຮົງ​ກົງ, ວັນ​ທີ 24 ພະ​ຈິກ, 2019

ຜູ້​ນໍາ​ຮົງ​ກົງ​ໄດ້​ເປີດ​ເຜີຍ​ແຜນ​ການ​ທີ່​ຈະ​ລົບ​ລ້າງ​ບ່ອນ​ນັ່ງຂອງ​ສະ​ມາ​ຊິກ​ ​ທີ່ຖືກ​ເລືອກ​ຕັ້ງ​ໂດຍ​ກົງ ​ສ່ວນ​ໃຫຍ່​ໃນ​ສະ​ພາ​ເຂດ​ທ້ອງ​ຖິ່ນ ຊຶ່ງເປັນ​ອົງ​ການ​ຜູ້​ຕາງ​ຫນ້າ​ ທາງ​ດ້ານການ​ເມືອງ​ທີ່​ສໍາ​ຄັນ​ສຸດ​ທ້າຍທີ່​ໄດ້​ຮັບ​ເລືອກເອົາ​ໂດຍ​ປະ​ຊາ​ຊົນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ. ການ​ປ່ຽນ​ແປງ​ແຜນການ​ເລືອກ​ຕັ້ງ​ທີ່​ໄດ້​ວາງ​ແຜນ​ໄວ້ ​ແມ່ນ​ເຫັນ​ໄດ້​ຢ່າງ​ກວ້າງ​ຂວາງວ່າ ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ເພີ່ມ​ທະວີ​ການ​ຄວບ​ຄຸມ​ຂອງ​ປັກ​ກິ່ງ ​ຕໍ່​ອະດີດ​ອານາ​ນິຄົມ​ຂອງ​ອັງກິດແຫ່ງນັ້ນ ຊຶ່ງຖືກ​ສັນຍາວ່າ​ ຈະໃຫ້ປົກ​ຄອງ​ຕົນ​ເອງ​ເມື່ອມັນ​ໄດ້ຖືກສົ່ງ​ຄືນໃຫ້​ຈີນ​ໃນ​ປີ 1997. ຫົວ​ໜ້າ​ຜູ້​ບໍ​ລິ​ຫານ, ທ່ານຈອນ ລີ ກ່າວ​ວ່າ ການ​ປ່ຽນ​ແປງ​ໃໝ່​ໂດຍ​ທັງ​ໝົດ ຈະ​ເຮັດ​ໃຫ້ສັດສ່ວນ ຂອງ​ຈຳ​ນວນ​ບ່ອນ​ນັ່ງໃນອົງການຈັດຕັ້ງຂັ້ນເທດ​ສະ​ບານ​ຫລຸດລົງ​ມາ​ເປັນປະມານ 20 ເປີ​ເຊັນ ຈາກປະ​ມານ 90 ເປີ​ເຊັນທີ່​ມີ​ຢູ່ໃນປັດຈຸບັນນີ້. ສອງ​ປີ​ກ່ອນ, ຮົງ​ກົງ​ໄດ້​ແກ້​ໄຂ​ກົດໝາຍ​ ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ຂອງ​ສະພາ​ແລ້ວ, ຊຶ່ງ​ໄດ້ຫຼຸດຜ່ອນ​ຄວາມ​ສາມາດ ໃນ​ການ​ລົງ​ຄະ​ແນນ​ສຽງຂອງ​ປະຊາຊົນ ຢ່າງ​ຫຼວງ​ຫຼາຍ ​ແລະ​ເພີ່ມ​ຈຳນວນ​ສະມາຊິກ​ສະພາ​ ທີ່​ສະໜັບສະໜູນ​ປັກ​ກິ່ງໃຫ້​ທຳ​ການ​ຕັດສິນ​ໃຈ ສໍາ​ລັບ​ນະຄອນດັ່ງ​ກ່າວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ
XS
SM
MD
LG