ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດຮົງກົງ ຍິງລະເບີດນ້ຳຕາ ໃສ່ພວກປະທ້ວງ


ຕຳຫຼວດ​ຮົງ​ກົງ ​ໄດ້​ຍິງລະ​ເບີດນ້ຳ​ຕາ​ຫລາຍ​ລູກ​ ເພື່ອ​ຂັບ​ໄລ່​
ພວກ​ປະ​ທ້ວງໃຫ້​ອອກໄປຈາກ​ຖະໜົນ​ສາຍ​ນຶ່ງ​ ຢູ່​ນອກ​ສຳ
ນັກງານ​ໃຫຍ່​ຂອງ​ລັດຖະບານ ບ່ອນ​ທີ່​ພວກ​ປະ​ທ້ວງ​ຫຼາຍ
​ພັນ​ຄົນ​ໄດ້​ໄປ​ໂຮມ​ຊຸມນຸມ​ກັນ​.

ກາ​ນເຄື່ອນ​ໄຫວ​ຂອງ​ຕຳຫຼວດໃນ​ວັນ​ອາທິດ​ມື້​ນີ້ ມີ​ຂຶ້ນ​ໃນ​
ເວລາ​ບໍ່​ດົນ ຫຼັງ ຈາກ​ທ່ານ Leung Chun-ying ຫົວ​ໜ້າ
​ບໍລິຫານ​ຮົງ​ກົງ ກ່າວ​ວ່າ ລັດ ຖະບານ​ຈະ​ເປີດ​ການ​ໂອ້​ລົມ​
ສົນທະນາ​ກັນ​ຮອບ​ໃໝ່ ​ກ່ຽວ​ກັບ​ການ​ປະຕິ​ຮູບ​ລະບົບການ
​ເລືອກ​ຕັ້ງ​ນັ້ນ ​ແຕ່​ທ່ານ​ບໍ່​ໄດ້ແຈ້ງ​ວັນ​ເວລາ​ໃຫ້​ຊາບ​ກ່ຽວ​ກັບ
ວ່າ ການ​ສົນທະນາ​ກັນ​ຮອບ​ໃໝ່ ຈະ​ມີ​ຂຶ້ນ​ເວລາ​ໃດ​.

ທ່ານ Leung ກ່າວ​ເຊັ່ນ​ນີ້​ ໃນ​ຂະນະ​ທີ່​ຕຳຫຼວດ​ຕັ້ງ​ເຄື່ອງ​ກີດ​ກັນຂຶ້ນ ຕາມ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ ​ອ້ອມ​ບໍລິ​ເວນ​ໂຮງການລັດຖະບານ ​ເພື່ອ​ກີດ​ກັນ​ພວກ​ປະ​ທ້ວງ​ຈຳນວນຫລວງ
ຫລາຍ ​ທີ່​ໄດ້​ເປີດ​ສາກທຳ​ການ​ປະ​ທ້ວງແບບສັນຕິ​ຂອງມະຫາ​ຊົນ​ ​ເພື່ອ​ຮຽກຮ້ອງ​ໃຫ້​ມີ​ການ​ປະຕິ​ຮູບ​ໄປ​ສູ່​ລະບອບ​ປະຊາທິປະ​ໄຕ​ຢ່າງ​ແທ້​ຈິງ ສຳລັບ​ອະດີດ​ອະ​ນາ​ນິຄົມ​ອັງກິດ​ແຫ່ງ​ນີ້.

ພວກ​ຈັດ​ແຈງການ​ປະ​ທ້ວງ​ ​ທີ່​ເອີ້ນ​ວ່າ “Occupy Central with Love and Peace” ກ່າວ​ໃນ​ເຊົ້າ​ວັນ​ອາທິດ​ມື້​ນີ້​ວ່າ ການ​ເຂົ້າ​ຄອບຄອງ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ
​ຢູ່​ນອກ​ສຳນັກງານໃຫຍ່​ຂອງ​ລັດຖະບານ ​ໄດ້​ເລີ້ມ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ແລ້ວ. ການ​ປະ​ທ້ວງ​ຂອງ​ມວນ​ຊົນ​ ​ໄດ້​ວາງ​ແຜນ​ໃສ່ວັນ​ພຸດໃນ​ເບື້ອງ​ຕົ້ນ.

ຄຳ​ປະກາດ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ຕຳຫຼວດປາບ​ຈະລາຈົນ​ຂອງ​ຮົງ​ກົງ​ ຈັບ​ກຸມ​ພວກ​ປະ​ທ້ວງ​ທີ່​ເປັນ​ນັກ​ສຶກສາ​ຫຼາຍ​ສິບ​ຄົນ ທີ່​ພາ​ກັບ​ບຸກ​ເຂົ້າ​ໄປ​ໃນ​ສຳນັກ
ງານ​ໃຫຍ່​ຂອງ​ລັດຖະບານ ໃນແລງ​ວັນ​ເສົາ​ວານ​ນີ້.

ຕຳຫຼວດ​ໄດ້​ປະ​ທະ​ກັນ​ຫຼາຍ​ຄັ້ງ​ຕະຫຼອດ​ຄືນຜ່ານ​ມາ​ນີ້ ກັບ​ພວກ​ປະ​ທ້ວງ​ຫຼາຍ​ຮ້ອຍ​ຄົນ ທີ່​ພາກັນ​ບຸກຜ່ານປະຕູ​ທາງ​ເຂົ້າ ຫຼື​ປີນ​ຮົ້ວ​ສູງເຂົ້າ​ໄປ​ຫາ​ຈັດ​ຕຸ​ລັດ​ ໃນ​ບໍລິ​ເວນໂຮງການ​ລັດ
ຖະບານນັ້ນ.

XS
SM
MD
LG