ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາ ນັກ​ສຶກສາ ຮົງ​ກົງ ​ປະ​ທະ​​ກັບ​ ຕຳຫລວດ ລະຫວ່າງ ທຳການປະທ້ວງ (ສະໄລດ໌/ວີດີໂອ)


Police stop student protesters as they rush to meet Chief Executive Leung Chun-ying at government headquarters in Hong Kong September 23, 2014.
Police stop student protesters as they rush to meet Chief Executive Leung Chun-ying at government headquarters in Hong Kong September 23, 2014.

ບັນດານັກ​ສຶກສາຮົງ​ກົງ ທີ່ເປັນ​ນັກເຄື່ອນ​ໄຫວ ​ໄດ້​ປະ​ເຊີນ​ໜ້າ
​ກັບຫົວໜ້າຜູ້​ບໍລິຫານ​ຮົງ​ກົງ​ແລະ​ໄດ້​ປະ​ທະກັນ​ກັບ​ເຈົ້າໜ້າ​ທີ່​
ຕຳຫລວດໃນ​ລະຫວ່າງ​ມື້​ທີ​ສອງ ຂອງ​ການ​ປະ​ທ້ວງ​ເປັນເວລາ
​ອາທິດ​ນຶ່ງ ​ເພື່ອຮຽກຮ້ອງໃຫ້​ຈີນ ​ອະນຸຍາດ​ໃຫ້​ມີ​ການ​ເລືອກ​ຕັ້ງ
ແບບ​ປະຊາທິປະ​ໄຕໃນ​ປີ 2017 ນີ້.

ນັກ​ສຶກສາ​ຈາກ​ມະຫາວິທະຍາ​ໄລຫຼາຍພັນ​ຄົນ ໄດ້ພາກັນ​ບໍ່​ຍອມ
​ເຂົ້າຫ້ອງຮຽນຕະຫຼອດທັງອາທິດ​ ​ຊຶ່ງ​ເປັນ​ສ່ວນ​ນຶ່ງ​ ຂອງ​ການປຸກ
ລະດົມ ​ເພື່ອໃຫ້​ຂັດ​ຂືນດ້ວຍ​ສັນຕິວິທີ ສຳຫຼັບ​ກົດ​ດັນ​ປັກ​ກິ່ງ. ​ໃນ​
ວັນ​ອັງຄານມື້​ນີ້ ນັກຮຽນປະມານສິບກວ່າຄົນ ​ໄດ້​ຍູ້​ກັນຜ່ານເຄື່ອງ
​ກີດ​ຂວາງ​ຕ່າງໆ​ ແລ້ວຟ້າ​ວແລ່ນ​ເຂົ້າ​ໄປ​ຫາ ຫົວໜ້າຜູ້​ບໍລິຫານ
​ຮົງ​ກົງ ທ່ານ Leung Chun-ying ທີ່​ພວມອອກ​ມາຈາກ​ສຳນັກງານ​ລັດຖະບານ. ​ເຈົ້າໜ້າ​ທີ່ ຕຳຫລວດ ​ໄດ້​ນຳເອົາ​ທ່ານອອກ​ ໄປ​ຈາກ​ບອນ​ນັ້ນໃນທັນທີ​ທັນ​ໃດ ​ແລະ​ໄດ້ຂັບໄລ່
ພວກ​ປະ​ທ້ວງ​ທັງຫຼາຍ.

​ເຫດການ​ດັ່ງ​ກ່າວ​ໄດ້ເນັ້ນໃຫ້ເຫັນເຖິງຄວາມເຄັ່ງຕຶງ ທີ່ເກີດຂຶ້ນ ຍ້ອນການຕັດສິນໃຈ
ຂອງ​ປັກ​ກິ່ງ​ ໃນ​ເດືອນ​ແລ້ວ​ນີ້ ​ທີ່​ບໍ່​ໃຫ້ມີ​ການສະ​ເໜີ​ຊື່ຜູ້​ສະໝັກ​ເລືອກ​ຕັ້ງ​ ທີ່​ຢາກ​ສະໝັກ
ເປັນ​ຜູ້​ບໍລິຫານ​ຮົງ​ກົງ​ຢ່າງ​ເປີດ​ເຜີ​ຍ. ແຕ່​ທາງ​ການ​ຈີນໄດ້​ກ່າວ​ວ່າ ພວກທີ່​ອາດຈະ​ເປັນ​ຜູ້​
ສະໝັກເລືອກ​ຕັ້ງ ນັ້ນ ກ່ອນອື່ນໝົດຕ້ອງ​ຜ່ານ​ການກວດ​ສອບ​ ​ແລະ​ຮັບຮອງ​ເອົາ​ ໂດຍ​
ຄະນະ​ກຳມະ​ການ​ ຊຶ່ງສ່ວນໃຫຍ່ແມ່ນ​ເຕັມ​ໄປ​ດ້ວຍ​ສະມາຊິກຝ່າ​ຍ​ນິຍົມ​ປັກ​ກິ່ງນັ້ນ.

HONG KONG PROTESTS VOSOT
please wait

No media source currently available

0:00 0:02:16 0:00

XS
SM
MD
LG