ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງ ກັບ ລັດຖະບານຮົງກົງ ຈະເຈລະຈາກັນ ໃນທ້າຍອາທິດນີ້


HONG KONG PROTESTS VOSOT
please wait

No media source currently available

0:00 0:01:49 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້

ບັນດາ​ນັກ​ສຶກສາ ແລະ ເຈົ້າໜ້າ​ທີ່ລັດຖະບານ ​ໃນ​ຮົງ​ກົງ ກ່າວ​ວ່າ​
​ເຂົາ​ເຈົ້າ​ໄດ້​ບັນ​ລຸ​ຂໍ້​ຕົກລົງ ​ທີ່​ຈະ​ເລີ້ມທຳ​ການ​ເຈລະຈາ​ຢ່າງ​ເປັນ
​ທາງ​ການ ໃນທ້າຍ​ອາທິດ​ນີ້ ກ່ຽວ​ກັບ​ຂໍ້​ຮຽກຮ້ອງ​ຕ່າງໆ ສຳ​ຫລັບ​
ການ​ປະຕິ​ຮູບ ທາງ​ການ​ເມືອງນັ້ນ.

ຫຼັງຈາກ​ໄດ້​ພົບ​ປະ​ກັບ​ບັນດາ​ຜູ້​ຕາງໜ້າ​ນັກສຶກສາ ​ໃນ​ແລງ​ວັນ​
ອັງຄານວາ​ນນີ້ ຮອງລັດຖະມົນຕີກິດຈະກຳລັດຖະທຳມະນູນ
ຂອງຮົງກົງ ທ່ານ Lau Kong-wah ​ກ່າ​ວວ່າ ການ​ເຈລະຈາກັບ
ທ່ານນາງ Carrie Lam ເລຂາທິການ​ໃຫຍ່ຂອງ​ດິນ​ແດນ ກໍ​ຄື​
ຮົງ​ກົງນັ້ນ ຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ສຸກ ທີ່​ຈະ​ມາ​ເຖິງນີ້.

ທ່ານກ່າວ​ຕໍ່​ວ່າ ການ​ພົບ​ປະກັນ ​ແມ່ນ​ຈະ​ເພັ່ງ​ເລັ່ງ​ໃສ່​ ບັນຫາດ້ານ​ລັດຖະທຳ​ມະນູນ​ຕ່າງໆ
​ຊຶ່ງ​ທ່ານ​ກ່າວ​ຕື່ມ​ອີກວ່າ “ພວກ​ເຮົາ​ໄດ້​ສະ​ເໜີ 2 ຫົວ​ຂໍ້ ສຳ​ຫລັບກອງ​ປະຊຸມ. ໜຶ່ງ​
ແມ່ນພື້ນ​ຖານ​ ຂອງລັດຖະທຳ​ມະນູນ ກໍ​ຄື​ ການ​ພັດທະນາ​ລັດຖະທຳ​ມະນູນ. ສອງ​
ແມ່ນຂໍ້​ບັງຄັບ​ທາງ​ກົດໝາຍ ສຳ​ຫລັບ​ການ​ພັດທະນາ​ ຂອງລັດຖະທຳ​ມະນູນ.”

ຂ່າວ​ກ່ຽວ​ກັບ​ກຳນົດ​ເວລາພົບ​ປະກັນ​ ​ໄດ້​ມີ​ຂຶ້ນ​ ໃນ​ຂະນະ​ທີ່​ໂຮງຮຽນ ​ແລະຮ້ານ​ຄ້າຕ່າງໆ ​ໄດ້​ເປີດ​ຄືນ​ ຢູ່​ໃນອະດີດອານາ​ນິຄົມ​ແຫ່ງນັ້ນຂອງ ອັງກິດ ພ້ອມ​ກັບທີ່​ຈຳນວນນັກ​ສຶກສາ​ປະ​ທ້ວງ​ ຢູ່ສະຖານ​ທີ່ຕ່າງໆ​ ​ໄດ້​ລົດ​ລົງເຫຼືອພຽງ​ບໍ່​ເທົ່າ​ໃດຮ້ອຍ​ຄົນ​ເທົ່າ​ນັ້ນ ຈາກຫຼາຍໝື່ນ​ຄົນ ​ທີ່​ໄດ້​ອອກ​ມາ​ອັ່ງ​ອໍເຕັມ​ຖະໜົນ​ຫົນທາງ​ຕ່າງໆ ​ເປັນ​ເວລາ​ດົນ​ກ່ວາ​ນຶ່ງ​ອາທິດ​.

ທ່ານ Lester Shum ຮອງເລຂາ​ທິການ​ໃຫຍ່ ​ຂອງ​ສະຫະພັນນັກ​ສຶກສາ​ທົ່ວຮົງ​ກົງ ບອກ​
ກັບ​ບັນດາ​ນັກ​ຂ່າວ​ວ່າ ​ເຖິງ​ແມ່ນ​ວ່າ​ຈຳນວນ​ພວກ ອອກ​ມາ​ປະທ້ວງ ​ໄດ້​ເບົາບາງ​ລົງ​ໃນ​ວັນ​ອັງຄານ​ວານ​ນີ້ ​ກໍຕາມ ​ແຕ່ທ່ານ​ເ​ຊື່​ອວ່າ ຄວາມ​ສະໜັບ​ສະ​ໜຸນ​ ຕໍ່​ການ​ເຄື່ອນ​ໄຫວ ຍັງ
​ຄົງ​ແຂງ​ແຮງ​ຢູ່.

Hong Kong Democratic Party Founder Criticizes Beijing
please wait

No media source currently available

0:00 0:02:24 0:00

XS
SM
MD
LG