ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກາະຮົງກົງ ຕໍ່ສູ້ ເພື່ອຮັກສາ ວັນໄວ້ອາໄລ ການສັງຫານໝູ່ ທີ່ Tienanmen ໃຫ້ຢູ່ລອດ


ຮົງກົງ ໄວ້ອາໄລວັນຄົບຮອບການສັງຫານໝູ່ Tiananmen ໂດຍມີປະຊາຊົນຫຼາຍສິບພັນຄົນເຂົ້າຮ່ວມໃນພິທີໄຕ້ທຽນ ໄວ້ອາໄລທີ່ສວນສາທາລະນະ Victoria ໃນເກາະຮົງກົງ, 4 ມິຖຸນາ, 2016.
ຮົງກົງ ໄວ້ອາໄລວັນຄົບຮອບການສັງຫານໝູ່ Tiananmen ໂດຍມີປະຊາຊົນຫຼາຍສິບພັນຄົນເຂົ້າຮ່ວມໃນພິທີໄຕ້ທຽນ ໄວ້ອາໄລທີ່ສວນສາທາລະນະ Victoria ໃນເກາະຮົງກົງ, 4 ມິຖຸນາ, 2016.

27 ປີເປັນເວລາທີ່ຍາວນານໃນການຮັກສາແປວໄຟໃຫ້ມີຊີວິດຢູ່ຄືເກົ່າ ສຳລັບການໄວ້ອາ ໄລລະນຶກ​ເຖິງ, ໂດຍສະເພາະ ການສັງຫານໝູ່ທີ່ເກີດຂຶ້ນ 2,000 ກິໂລແມັດຫ່າງອອກໄປ ນັ້ນ.

ນີ້ແມ່ນສະຖານະການທີ່ກຳລັງປະເຊີນໜ້າກັບ​ໄຕ້​ທຽນ​ໄວ້ອາ​ໄລປະຈຳປີທີ່ ເກາະຮົງກົງ ໃນການລະນຶກເຖິງເຫດການວັນທີ 4 ມິຖຸນາ ປີ1989, ເຊິ່ງເປັນການປາບປາມທັງຢູ່ພາຍ ໃນ ແລະ ອ້ອມຈະຕຸລັດ Tiananmen ໃນນະຄອນຫຼວງ ປັກກິ່ງ, ເມື່ອພວກປະທ້ວງທີ່ ເປັນນັກສຶກສາບໍ່ມີອາວຸດຫຼາຍຮ້ອຍຄົນໄດ້ຖືກຂ້າຕາຍ.

ທຸກໆວັນທີ 4 ມິຖຸນາ, ຜູ້ໄວ້ອາໄລຫຼາຍສິບພັນຄົນ ຈະປ່ຽນສວນສາ ທາລະນະ Victoria ຂອງເກາະຮົງກົງ ໃຫ້ກາຍເປັນທະເລແຫ່ງແສງທຽນ. ການແຫ່ຂະບວນສົ່ງສະການຈະ ກ້ຽວໄປກ້ຽວມາຜ່ານຝູງຊົນ, ມີການສາຍວິດີໂອສະແດງໃຫ້ເຫັນການປາບປາມນອງ ເລືອດໃສ່ຈໍໃຫຍ່ກາງແຈ້ງ ແລະ ບັນດາຜູ້ນຳທາງການເມືອງສົ່ງສຽງຮ້ອງຄຳຂັວນຕ່າງໆ ຜ່ານໂທລະໂຄ່ງ.

ມັນແມ່ນພຽງເມືອງນີ້ເມືອງດຽວເທົ່ານັ້ນ, ເຊິ່ງເປັນອະດີິດຫົວເມືອງຂຶ້ນຂອງ ອັງກິດ ທີ່ມີ ລະດັບການປົກຄອງຕົນເອງສູງ, ທີ່ການຊຸມນຸມສະແດງຄວາມຮູ້ສຶກດັ່ງກ່າວສາມາດເກີດ ຂຶ້ນຢູ່ພາຍໃນ ຈີນ ໄດ້. ໃນ ຈີນ ແຜ່ນດິນໃຫຍ່, ນະຄອນຫຼວງ ປັກກິ່ງ ໄດ້ຫ້າມຈັດທຸກໆ ການໄວ້ອາໄລ ແລະ ຫ້າມສື່ມວນຊົນ ແລະ ທາງອອນລາຍນ໌ກ່າວເຖິງງານດັ່ງກ່າວນັ້ນ.

ປະຊາຊົນຫຼາຍສິບພັນຄົນໄດ້ອອກມາທີ່ສະຖານທີ່ຈັດງານໃນຕອນຄ່ຳຂອງວັນເສົາວານນີ້. ທີ່ທາງເຂົ້າແຫ່ງໜຶ່ງສູ່ສວນສະທາລະນະ Victoria, ຫັນໜ້າສູ່ເຂດຄ້າຂາຍທີ່ມີຄົນໜາ ແໜ້ນ ເຊິ່ງໄດ້ຮັບຄວາມນິຍົມໂດຍບັນດານັກທ່ອງທ່ຽວ ຈີນ, ພວກນັກເຄື່ອນໄຫວໄດ້ຫັນ ປ້າຍໂຄສະນາ ແລະ ກ່າວຜ່ານໂທລະໂຄ່ງໃຫ້ຜູ້ຄົນທີ່ຍ່າງກາຍໄດ້ຍິນ.

ປະຊາຊົນຮົງກົງ ບາງຄົນພ້ອມກັບລູກນ້ອຍທີ່ເຈ່ຍຢູ່ເທິງບ່າ ໄດ້ຢຸດແວ່ເພື່ອເຊັນຄຳຮ້ອງ, ບໍລິຈາກເສດເງິນ ຫຼື ຊື້ເສື້ອທີ່ພິມເລກ “6489” ໃສ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Hong Kong Marks Tiananmen Crackdown, Divisions Over Vigil
please wait

No media source currently available

0:00 0:00:38 0:00

XS
SM
MD
LG