ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮົງ​ກົງ ຍົກ​ລະ​ດັບ ການ​ຕອບ​ໂຕ້ ຕໍ່​​ເຊື້ອ​ໄວ​ຣັ​ສ ໂຣກ​ຕິດ​ຕໍ່ລຶກລັບ ທີ່​ມາ​ຈາກ​ ຈີນແຜ່ນ​ດິນ​ໃຫຍ່


ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ໃຊ້​ເຄື່ອງ​ມື ກວດ​ອຸນ​ຫະ​ພູມ ຂອງ​ພວກ​ຜູ້​ໂດຍ​ສານ ຢູ່​ໃກ້ໆ​ກັບ​ໂຕະ​ກວດ​ຄົນ​ເຂົ້າ​ເມືອງ ຢູ່​ສະ​ໜາມ​ບິນ​ຮົງ​ກົງ, ​ວັນ​ເສົາ ທີ 4 ມັງ​ກອນ 2020.
ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ໃຊ້​ເຄື່ອງ​ມື ກວດ​ອຸນ​ຫະ​ພູມ ຂອງ​ພວກ​ຜູ້​ໂດຍ​ສານ ຢູ່​ໃກ້ໆ​ກັບ​ໂຕະ​ກວດ​ຄົນ​ເຂົ້າ​ເມືອງ ຢູ່​ສະ​ໜາມ​ບິນ​ຮົງ​ກົງ, ​ວັນ​ເສົາ ທີ 4 ມັງ​ກອນ 2020.

ທາງ​ການ​ຂອງ​ຮົງ​ກົງ ໄດ້ໃຊ້ມາດ​ຕະ​ການ “​ຕອບ​ໂຕ້​ລະ​ດັບ​ຮຸ່ນ​ແຮງ” ​ທີ່ຫາ​ກໍສ້າງ​ຂຶ້ນມາໃໝ່ໆ ໃນ​ຂະ​ນະ​ທີ່​ຄວາມ​ຢ້ານ​ກົວ​ກຳ​ລັງ​ແຜ່​ກະ​ຈາຍ​ອອກ​ໄປ​ກ່ຽວ​ກັບໂຣກ​ຕິດ​ຕໍ່ລຶກ​ລັບ ທີ່​ອາດຖືກ​ນຳ​ເຂົ້າ​ມາ​ໂດຍ​ພວກ​ນັກ​ທ່ອງ​ທ່ຽວ​ທີ່​ເດີນ​ທາງ​ໄປຢ້ຽມ​ຢາມ​ເມືອງ​ຂອງຈີນ​ແຜ່ນ​ດິນ​ໃຫຍ່.

ໄດ້​ມີລາຍ​ງານ ແປດ​ກໍ​ລິ​ນີທີ່​ອາດ​ເປັນ​ໄປ​ໄດ້​ ກ່ຽວ​ກັບ​ເຊື້ອໄວ​ຣັ​ສ​ປອດ​ອັກ​ເສບ ​ທີ່​ໄດ້​ຕິດ​ແປດປະ​ຊາ​ຊົນ ຢ່າງ​ໜ້ອຍ 44 ຄົນ ແລ້ວ ຢູ່​ໃນ​ເຂດ​ເມືອງ ວູ​ຫານ ຊຶ່ງຕັ້ງ​ຢູ່​ພາຍ​ໃນ​ຊຽງ​ໄຮ ​ຫ່າງ​ຈາກ​ຮົງ​ກົງທາງ​ກ້ຳ​ເໜືອ ປະ​ມານ 900 ກິ​ໂລ​ແມັດ.

ການ​ແຜ່​ລະ​ບາດ​ນັນ ຊຶ່ງ​ໄດ້​ເກີດ​ຂຶ້ນ​ເມື່ອ​ເດືອນ​ແລ້ວນີ້ ໄດ້​ຮື້​ຟື້ນ​ຄວາມ​ຊົງ​ຈຳ​ຂອງ​ໂຣກ ຊາ​ຣ (SAR) ໃນ​ລະ​ຫວ່າງ ປີ 2002 ຫາ 2003 ອັນ​ເປັນ​ໂຣກ​ລະ​ບາດ​ທີ່​ໄດ້​ເລີ້ມ​ຂຶ້ນ​ໃນ​ພາ​ໃຕ້​ຂອງ​ຈີນ ແລະ​ໄດ້​ເອົາ​ຊີ​ວິດ ປະ​ຊາ​ຊົນຫຼາຍກວ່າ 700 ຄົນ ໃນ​ຈີນແຜ່ນ​ດິນ​ໃຫຍ່ ຮົງ​ກົງ ແລະ​ແຫ່ງ​ອື່ນໆ.

ການຕອບ​ໂຕ້​ລະ​ດັບ​ຮຸ່ນ​ແຮງ ບົ່ງ​ບອກ​ເຖິງ​ຜົນ​ກະ​ທົບ​ປານ​ກາງ ຕໍ່​ປະ​ຊາ​ກອນ​ຂອງ​ຮົງ​ກົງ ຈຳ​ນວນ 7 ລ້ານ 5 ແສນ​ຄົນ. ມັນ​ເປັນລະ​ດັບ​ຮ້າຍ​ແຮງ​ສຸດ ​ຂັ້ນ​ທີ​ສອງ ຂອງ​ລະ​ບົບ​ສາມ​ຊັ້ນ​ທີ່​ເປັນ​ສ່ວນ​ນຶ່ງ​ຂອງ​ແຜນ​ການ​ທີ່​ໄດ້​ລິ​ເລີ້ມ​ຂຶ້ນ ​ໃນ​ວັນ​ເສົາ​ວານນີ້ ຂອງ​ລັດ​ຖະ​ບານ​ຊຸດ​ໃໝ່ ເພື່ອ​ຮັບ​ມື​ກັບ ການ​ພະ​ຍາດ​ຕິດ​ແປດ​ທີ່ບໍ່​ຮູ້​ຈັກ​ສາ​ເຫດນັ້ນ.

ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ຂອງ​ເມືອງ ໄດ້​ກ່າວ​ຕື່ມ​ວ່າ​ ລະ​ບົບ​ການກວດ​ພາບອຸ​ນ​ຫະ​ພູມ​ເພີ້ມ​ຕື່ມ ຢູ່​ສະ​ໜາມ​ບິນ​ຂອງ​ຮົງ​ກົງ​ໃນ​ວັນ​ສຸກ​ຜ່ານ​ມາ ເພື່ອກວດ​ອຸນ​ຫະ​ພູມ​ຮ່າງ​ກາຍ​ຂອງ​ພວກ​ຜູ້​ໂດຍ​ສານ ທີ່​ເດີນ​ທາງ​ເຂົ້າ​ມາ. ພະ​ນັກ​ງານ​ຕື່ມ​ອີກຫຼາຍ​ຄົນ ໄດ້​ຖືກ​ສົ່ງ​ໄປ​ປະ​ຈຳ​ໜ່ວຍກວດ​ອຸນ​ຫະ​ພູມ ຢູ່​ທີ່​ສະ​ຖາ​ນີ​ລົດ​ໄຟ​ຄວາມ​ໄວ​ສູງໃນ​ເມືອງ​ກາວ​ລຸນ​ຕາ​ເວັນ​ຕົກ ທີ່​ເຊື່ອມ​ຕໍ່​ຮົງ​ກົງ​ກັບ​ຈີນ​ແຜ່ນ​ດິນ​ໃຫຍ່.

Hong Kong authorities activated a newly created "serious response" level as fears spread about a mysterious infectious disease that may have been brought back by visitors to a mainland Chinese city.

Eight possible cases have been reported of a viral pneumonia that has also infected at least 44 people in Wuhan, an inland city west of Shanghai, about 900 kilometers (570 miles) north of Hong Kong.

The outbreak, which emerged last month, has revived memories of the 2002-2003 SARS epidemic that started in southern China and killed more than 700 people in the mainland, Hong Kong and elsewhere.

The serious response level indicates a moderate impact on Hong Kong's population of 7.5 million people. It is the second highest in a three-tier system that is part of a new government plan launched Saturday to respond to infectious diseases of unknown cause.

The city's health department added an additional thermal imaging system at Hong Kong's airport on Friday to check the body temperature of arriving passengers. More staff have been assigned for temperature checks at the West Kowloon high-speed rail station that connects Hong Kong to the mainland.

XS
SM
MD
LG