ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງສຸດຮົງກົງ ຄັດຄ້ານຕໍ່ການໃຫ້ປະກັນຕົວ ເສດຖີສື່ມວນຊົນ ພ້ອມທັງເປັນນັກເຄື່ອນໄຫວເພື່ອປະຊາທິປະໄຕ


ທ່ານຈິມມີ ລາຍ ເສດຖີສື່ມວນຊົນຂອງຮົງກົງພ້ອມທັງເປັນນັກເຄື່ອນໄຫວເພື່ອປະຊາທິປະໄຕ (ຢູ່ກາງດ້ານຂວາ) ກຳລັງອອກມາຈາກສານອຸທອນຂັ້ນສຸດທ້າຍ ໃນຮົງກົງ ເມື່ອວັນທີ 31 ທັນວາ 2020,
ທ່ານຈິມມີ ລາຍ ເສດຖີສື່ມວນຊົນຂອງຮົງກົງພ້ອມທັງເປັນນັກເຄື່ອນໄຫວເພື່ອປະຊາທິປະໄຕ (ຢູ່ກາງດ້ານຂວາ) ກຳລັງອອກມາຈາກສານອຸທອນຂັ້ນສຸດທ້າຍ ໃນຮົງກົງ ເມື່ອວັນທີ 31 ທັນວາ 2020,

ທ່ານຈິມມີ ລາຍ ເສດຖີສື່ມວນຊົນຂອງຮົງກົງພ້ອມທັງເປັນນັກເຄື່ອນໄຫວເພື່ອປະຊາທິປະໄຕ ກຳລັງມຸ້ງໜ້າກັບຄືນສູ່ການກັກຂັງ ຫຼັງຈາກທີ່ສານສູງສຸດຂອງຮົງກົງ ໄດ້ຄັດຄ້ານຕໍ່ການປະກັນຕົວຂອງທ່ານ ໃນວັນພະຫັດວານນີ້.

ທ່ານລາຍ ອາຍຸ 73 ປີ ໄດ້ຖືກຈັບກຸມໃນວັນທີ 3 ທັນວາ ແລະໄດ້ຖືກຄຸມຂັງເປັນເວລາ 3 ອາທິດ ກ່ອນທີ່ຈະວາງເງິນປະກັນຕົວ 1 ລ້ານ 2 ແສນໂດລາ ພຽງແຕ່ໃນອາທິດແລ້ວນີ້. ສານສູງສຸດໄດ້ຫ້າມບໍ່ໃຫ້ທ່ານໃຊ້ທວິດເຕີ້ ໃຫ້ການສຳພາດໃດໆ ຫຼືສົມຮູ້ຮ່ວມຄິດກັບກຳລັງຕ່າງຊາດ ໃນຄຳຕັດສິນຂອງສານນັ້ນ.

ແຕ່ບັນດາຜູ້ພິພາກສາປະຈຳສານອຸທອນຂັ້ນສຸດທ້າຍຂອງຮົງກົງ ໄດ້ຕົກລົງເຫັນດີ ນຳຂໍ້ໂຕ້ແຍ້ງຂອງບັນດາໄອຍະການ ທີ່ວ່າ ຄຳຕັດສິນຂອງສານຊັ້ນຕົ້ນ ທີ່ອະນຸຍາດໃຫ້ທ່ານລາຍ ວາງເງິນປະກັນຕົວນັ້ນ ແມ່ນພິດພາດ.

ໜັງສືພິມ ປະຊາຊົນລາຍວັນຂອງພັກຄອມມິວນິສຈີນ ໄດ້ຕຳໜິການໃຫ້ປະກັນຕົວຂອງທ່ານລາຍ ໃນບົດບັນນາທິການ ທີ່ໄດ້ພິມເຜີຍແຜ່ເມື່ອວັນອາທິດຜ່ານມາ ໂດຍອ້າງວ່າ ຄຳຕັດສິນດັ່ງກ່າວ ໄດ້ທຳລາຍ “ການປົກຄອງດ້ວຍຕົວບົດກົດໝາຍ” ຂອງຮົງກົງ.

ເຈົ້າຂອງບໍລິສັດສື່ມວນຊົນ ເນັກສ໌ ດິຈິດໂຕລ (Next Digital) ໃນເບື້ອງຕົ້ນໄດ້ຖືກຂໍ້ຫາສໍ້ໂກງ ໂດຍບັນດາໄອຍະການ ກ່າວຫາທ່ານວ່າລະເມີດເງື່ອນໄຂຕ່າງໆຂອງການເຊົ່າພື້ນທີ່ຫ້ອງການຂອງບໍລິສັດ. ທ່ານລາຍ ນັບແຕ່ນັ້ນມາ ກໍໄດ້ຖືກຂໍ້ຫາພາຍໃຕ້ກົດໝາຍຄວາມໝັ້ນຄົງແຫ່ງຊາດສຳລັບ “ການສົມຮູ້ຮ່ວມຄິດກັບຕ່າງຊາດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG