ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮົງກົງ ຍົກເລີກວີຊາ ສຳລັບນັກວິທະຍາສາດຊາວຈີນ ຜູ້ທີ່ໄດ້ດັດແປງພັນທຸກຳຂອງທາລົກ ທີ່ກາຍເປັນເລື້ອງນອງນັນ


ແຟ້ມພາບ - ທ່ານຮີ ຈຽນກຸຍ ນັກຄົ້ນຄວ້າຊາວຈີນ ກ່າວຖະແຫລງ ໃນລະຫວ່າງກອງປະຊຸມ ການດັດແປງພັນທຸກຳມະນຸດ ຢູ່ໃນຮົງກົງ, ວັນທີ 28 ພະຈິກ 2018.
ແຟ້ມພາບ - ທ່ານຮີ ຈຽນກຸຍ ນັກຄົ້ນຄວ້າຊາວຈີນ ກ່າວຖະແຫລງ ໃນລະຫວ່າງກອງປະຊຸມ ການດັດແປງພັນທຸກຳມະນຸດ ຢູ່ໃນຮົງກົງ, ວັນທີ 28 ພະຈິກ 2018.

ນັກຊີວະຟີຊິກຊາວຈີນ ທີ່ກາຍເປັນເລື້ອງນອງນັນ ຜູ້ທີ່ໄດ້ຖືກຄຸມຂັງ ຫຼັງຈາກທີ່ສາມາດສ້າງທາລົກດ້ວຍການດັດແປງພັນທຸກຳ ຄັ້ງທຳອິດຂອງໂລກ ເຊິ່ງວີຊາເຮັດວຽກໃນຮົງກົງຂອງທ່ານ ຖືກຍົກເລີກຫຼັງຈາກເຈົ້າໜ້າທີ່ກວດຄົນເຂົ້າເມືອງສົງໄສວ່າ ທ່ານໄດ້ຕົວະຢູ່ໃນແບບຟອມສະໝັກສຳລັບໂຄງການຄວາມສາມາດພິເສດ.

ທ່ານ ຮີ ຈຽນກຸຍ (He Jiankui) ຜູ້ທີ່ໄດ້ກະຕຸ້ນໃຫ້ເກີດການໂຕ້ແຍ້ງກັນ ໃນດ້ານວິທະຍາ​ສາດ ແລະຈັນຍາບັນ ລະຫວ່າງປະເທດ ໃນປີ 2018 ເມື່ອທ່ານ ໄດ້ເປີດເຜີຍວ່າ ທ່ານໄດ້ສ້າງທາລົກ “ດ້ວຍການດັດແປງພັນທຸກຳ” ທີ່ຕ້ານທານ​ເຊື້ອ HIV ຄັ້ງທຳອິດຂອງໂລກ ເຊິ່ງທ່ານ ໄດ້ກ່າວໃນເວລານັ້ນ ຢູ່ທີ່ກອງປະຊຸມນານາຊາດ ໃນຮົງກົງ ທີ່ວ່າ ທ່ານໄດ້ດັດແປງຕົວອ່ອນທາລົກ 2 ຕົວ ກ່ອນທີ່ພວກມັນໄດ້ຖືກນຳໄປໃສ່ຢູ່ໃນຄັນຂອງມານດາ.

ນັກວິທະຍາສາດທ່ານນີ້ ໄດ້ກ່າວວ່າ ທ່ານໄດ້ໃຊ້ເທັກໂນໂລຈີ ທີ່ຮູ້ຈັກກັນຄື CRISPR-Cas9 ເພື່ອດັດປ່ຽນພັນທຸກຳຕົວອ່ອນທາລົກຂອງຄູ່ແຝດເພດຍິງ ກ່ອນການກຳເນີດ. ທ່ານໄດ້ກ່າວວ່າ ທ່ານໄດ້ແນເປົ້າໝາຍໃສ່ພັນທຸກຳ ທີ່ຮູ້ຈັກກັນ​ໃນ​ຊື່ CCR5 ແລະ ດັດແປງມັນໃນທາງທີ່ທ່ານເຊື່ອວ່າ ຈະປ້ອງກັນພວກທາລົກຍິງນັ້ນ ຈາກການຕິດແປດ​ເຊື້ອ HIV ເຊິ່ງເປັນໄວຣັສທີເຮັດໃຫ້ເກີດໂຣກເອດສ໌ (AIDS). ໃນເວລາຕໍ່ມາ ປາກົດວ່າ ມີທາລົກ ທີ່ໄດ້ຮັບການດັດແປງພັນທຸກຳຜູ້ທີສາມ ທີ່ໄດ້ກຳເນີດອອກມາ.

ອະດີດອາຈານສອນຢູ່ທີ່ມະຫາວິທະຍາໄລພາກໃຕ້ ດ້ານວິທະຍາສາດແລະເທັກໂນໂລຈີ ຜູ້ທີ່ນັບຕັ້ງແຕ່ນັ້ນມາ ໄດ້ຖືກປົດອອກ ເຊິ່ງຕໍ່ຈາກນັ້ນ ໄດ້ຖືກກ່າວຫາວ່າ ໄດ້ປອມແປງເອກະສານ ທີ່ໄດ້ຮັບການອະນຸມັດຈາກຄະນະດ້ານຈັນຍາບັນ. ທ່ານໄດ້ຖືກລົງໂທດໂດຍສານຂອງຈີນ ໃຫ້ຂັງຄຸກໄລຍະສາມປີ ໃນທ້າຍປີ 2019 ໃນຂໍ້ຫາ ດຳເນີນການດັດແປງພັນທຸກຳຕົວອ່ອນທາລົກມະນຸດທີ່ມີຈຸດປະສົງໃນດ້ານການສືບພັນ ທີ່ຜິດກົດໝາຍ. ທ່ານໄດ້ຖືກປ່ອຍຕົວ ໃນເດືອນເມສາ ປີ 2022.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG