ພວກນັກສຶກສາປະທ້ວງໃນຮົງກົງ ກຽມຈະທຳການຈະທຳການ
ເຈລະຈາກັບທາງລັດຖະບານ ໃນຂະນະທີ່ການປະທ້ວງເພື່ອ
ປະຊາທິປະໄຕ ໃນເຂດປົກຄອງຕົວເອງເຄິ່ງນຶ່ງ ຂອງຈີນແຫ່ງນັ້ນ
ສືບຕໍ່ຫລຸດນ້ອຍລົງ ໃນວັນອັງຄານມື້ນີ້.
ມີພວກປະທ້ວງພຽງແຕ່ບໍ່ເທົ່າໃດຮ້ອຍຄົນເທົ່ານັ້ນ ທີ່ຍັງພາກັນ
ຕັ້ງຄ້າຍ ຢູ່ຂ້າງນອກຕຶກສຳນັກງານລັດຖະບານ ແລະຕາມຖະ
ໜົນສາຍຫຼັກອື່ນໆ ຫຼຸດລົງມາຈາກຫຼາຍໝື່ນຄົນ ທີ່ໄດ້ເຂົ້າຮ່ວມ
ໃນການປະທ້ວງ ນັບຕັ້ງແຕ່ທ້າຍເດືອນກັນຍາແລ້ວນີ້.
ພວກຜູ້ນຳນັກສຶກສາ ໄດ້ຕົກລົງກັບເຈົ້າໜ້າທີ່ລັດຖະບານ
ໃນແລງວັນຈັນ ຮັບເອົາໂຄງຮ່າງເວລາ ສຳຫລັບທຳການ
ສົນທະນາກ່ຽວກັບຄຳຮຽກຮ້ອງຂອງເຂົາເຈົ້າ ເພື່ອປະຕິຮູບ
ທາງການເມືອງນັ້ນ ແຕ່ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ
ການເຈລະຈາກັນຢ່າງເປັນທາງການຈະມີຂຶ້ນເມື່ອໃດ.
ຮອງລັດຖະມົນຕີກິດຈະກຳລັດຖະທຳມະນູນ ຂອງຮົງກົງ ທ່ານ Lau Kong-wah ກ່າວວ່າ ໄດ້ມີຄວາມກ້າວໜ້າແດ່ແລ້ວ ແລະວ່າທັງສອງຝ່າຍ ໄດ້ເຫັນພ້ອມກັນກ່ຽວກັບລັກສະນະ
ຂອງການເຈລະຈາຄັ້ງໜ້າ.
ທ່ານ Lau ກ່າວວ່າ: “ການພົບປະແລະເຈລະຈາກັນ ຈະມີຂຶ້ນໃນແບບເປີດກ້ວາງ ຊຶ່ງໝາຍຄວາມວ່າ ສາທາລະນະຊົນ ແລະສື່ ສາມາດເຂົ້າໄປຮ່ວມໃນກອງປະຊຸມ
ໄດ້. ພວກເຮົາຫວັງວ່າ ຈະສາມາດເຈລະຈາກັນແບບຕົງໄປຕົງມາ ດ້ວຍຄວາມ
ເຄົາລົບຊຶ່ງກັນແລະກັນ ໃນກອງປະຊຸມນີ້.”