ປະຊາຊົນຮ່ອງກົງຫຼາຍພັນຄົນ ໄດ້ພາກັນເດີນຂະບວນໃນວັນປີ
ໃໝ່ ເພື່ອຮຽກຮ້ອງໃຫ້ຈີນປ່ອຍໃຫ້ເຂົາເຈົ້າເລືອກຕັ້ງພວກຜູ້ນຳ
ຂອງເຂົາເຈົ້າເອງ.
ຕຳຫຼວດກະປະມານວ່າ ມີປະຊາຊົນຈຳນວນຫຼາຍກວ່າ 6 ພັນ
ຄົນໄດ້ພາກັນເດີນຂະບວນໃນວັນພຸດວານນີ້ ເລີ້ມຈາກສວນສາ
ທາລະນະ Victoria Park ແຕ່ພວກຈັດແຈງການເດີນຂະບວນ
ດັ່ງກ່າວ ເວົ້າວ່າ ມີປະຊາຊົນໄປປະກອບສ່ວນນຳ ຫຼາຍກວ່າ 1
ໝື່ນຄົນ. ຮ່ອງກົງ ທີ່ເປັນເມືອງເຄິ່ງປົກຄອງຕົນເອງຂອງຈີນ ກຳ
ນົດຈະມີການເລືອກຕັ້ງຂຶ້ນ ໃນປີ 2017 ແຕ່ຜູ້ຄົນຫຼາຍຄົນພາກັນ
ຢ້ານວ່າ ກຸງປັກກິງຈະບໍ່ເຮັດຕາມຄຳໝັ້ນສັນຍາຂອງຕົນທີ່ຈະອະ
ນຸຍາດໃຫ້ມີການປ່ອນບັດເລືອກຕັ້ງຢ່າງເສລີນັ້ນ.
ທ່ານ Peter Tsui ຊຶ່ງເປັນຜູ້ນຶ່ງໃນບັນດາຜູ້ເດີນຂະບວນນັ້ນ ສະແດງຄວາມເຫຼືອອົກເຫຼືອ
ໃຈອອກມາ ກ່ຽວກັບການແຊກແຊງຂອງຈີນແຜ່ນດິນໃຫຍ່ ໃນອະດີດ ອະນານິຄົມຂອງອັງ
ກິດຊຶ່ງໄດ້ກັບຄືນໄປຢູ່ ພາຍໃຕ້ການປົກຄອງຂອງຈີນ ໃນປີ 1997 ຊຶ່ງທ່ານ Peter Tsui ກ່າວວ່າ:
“ຂ້າພະເຈົ້າທຳການປະທ້ວງ ກໍເພາະວ່າ ຫົວໜ້າບໍລິຫານທຸກໆຄົນທີ່ເຮົາມີມາ ບໍ່
ດີ ເພາະວ່າ ພວກເຂົາເຈົ້າຖືກແຕ່ງຕັ້ງໂດຍກຸງປັກກິງ ຖ້າວ່າ ພວກເຮົາໄດ້ເລືອກເອົາຫົວໜ້າບໍລິຫານຂອງເຮົາເອງ ມັນຈະດີກວ່າ.”
ປັດຈຸບັນນີ້ ຫົວໜ້າບໍລິຫານຮ່ອງກົງ ແມ່ນຖືກຄັດເລືອກໃຫ້ປົກຄອງເປັນເວລາຫ້າປີ ໂດຍ ຄະນະກຳມະການທີ່ມີສະມາຊິກ 1200 ທ່ານທີ່ຄອບງຳໂດຍພວກຖືກແຕ່ງຕັ້ງທີ່ນິຍົມຈີນ.
ທ່ານ leung Chun-ying ຫົວໜ້າບໍລິຫານຮອງກົງຄົນປັດຈຸບັນ ທີ່ລັດຖະບານຂອງທ່ານ
ໄດ້ປະເຊີນກັບຂ່າວນອງນັນການສໍ້ລາດບັງຫຼວງຕ່າງໆມາ ກຳນົດຈະໝົດສະໄໝປົກຄອງຂອງທ່ານໃນປີ 2017.
ພວກປະທ້ວງບາງຄົນພາກັນຢ້ານວ່າ ກຸງປັກກິງຈະໃຊ້ອິດທິພົນປ່ຽນແປງກົດລະບຽບການ
ເລືອກຕັ້ງເພື່ອກີດກັນບໍ່ໃຫ້ພວກສະໝັກຫົວນິຍົມລະບອບປະຊາທິປະໄຕເຂົ້າແຂ່ງຂັນ ຂຶ້ນ
ດຳລົງຕຳແໜ່ງແທນທ່ານນັ້ນ.

ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ