ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຮົງ​ກົງ ລາຍ​ງານ ​ການ​ພົບ​ເຫັນ ກໍ​ລະ​ນີ ໄຂ້​ຫວັດ​ໝູ ອາ​ຟ​ຣິ​ກາ


ໝູ ຢູ່​ຟາມ​ລ້ຽງ​ໝູ​ແຫ່ງ​ນຶ່ງ ໃນ​ເຂດ​ຊານ​ເມືອງ ນະ​ຄອນ​ຄຸນ​ມິງ ເມືອງ​ເອກ​ແຂວງ​ຢຸນ​ນານ. (ວັນ​ທີ 30 ພະ​ຈິກ 2011)
ໝູ ຢູ່​ຟາມ​ລ້ຽງ​ໝູ​ແຫ່ງ​ນຶ່ງ ໃນ​ເຂດ​ຊານ​ເມືອງ ນະ​ຄອນ​ຄຸນ​ມິງ ເມືອງ​ເອກ​ແຂວງ​ຢຸນ​ນານ. (ວັນ​ທີ 30 ພະ​ຈິກ 2011)

ມີ​ການກວດ​ພົບ ໄວ​ຣັ​ສ​ໄຂ້​ຫວັດ​ໝູ​ອາ​ຟ​ຣິ​ກາ ຢູ່​ໃນ​ໝູ​ໂຕ​ນຶ່ງ ທີ່​ໂຮງ​ຂ້າ​ສັດ​ ໃນ​ຮົງ​ກົງ. ຍ້ອນ​ເຫດ​ຜົນ​ດັ່ງ​ກ່າວນີ້ ຫົວ​ໜ້າ​ພະ​ແນກ​ອາ​ຫານ​ແລະ​ສາ​ທາ​ລະ​ນະ​ສຸກ​ຂອງ​ຮົງ​ກົງກ່າວ​ວ່າ ໝູ​ທັງ​ໝົດ 6,000 ໂຕ ຢູ່​ບ່ອນ​ລ້ຽງ​ໝູ​ຂອງ​ໂຮງ​ຂ້າ​ສັດ​ ຈະ​ຖືກ​ຂ້າ​ຖິ້ມ.

ທ່ານ​ນາງ​ໂຊ​ເຟຍ ຈັນ ກ່າວ​ໃນ​ຕອນ​ແລງວັນ​ສຸກວານນີ້​ວ່າ “ເພື່ອ​ຈະ​ຄວບ​ຄຸມ​ຄວາມ​ສ່ຽງ​ໃນ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັ​ສໄຂ້​ຫ​ວັດ​ໝູ​ອາ​ຟ​ຣິ​ກາ ຫຼື ASF ໃຫ້​ຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ ອອກ​ໄປ​ຈາກ​ບໍ​ລິ​ເວນໂຮງ​ຂ້າ​ສັດ​ນັ້ນ ໝູ​ທັງ​ໝົດ​ທີ່ຢູ່​ໃນ ບ່ອນ​ລ້ຽງ​ໝູຂອງ​ໂຮງ​ຂ້າ​ສັດ Sheung Shui ຈະ​ຕ້ອງ​ຖືກ​ຂ້າ​ຖິ້ມເພື່ອ​ຈະ​ສາມາດ​ທຳ​ຄວາມ​ສະ​ອາດ​ແລະ​ຂ້າ​ເຊື້ອ​ຢູ່ສະ​ຖານ​ທີ່​ດັ່ງ​ກ່າວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ທ່ານ​ນາງ​ຈັນ ກ່າວ​ວ່າ ໝູ​ທີ່​ຕິດ​ເຊື້ອ​ໄວ​ຣັ​ສ ASF ແມ່ນ​ນຳ​ມາ​ຈາກ​ບ່ອນ​ລ້ຽງ​ໝູຢູ່​ແຂວງກວາງ​ຕຸ້ງ ຈີນ​ແຜ່ນ​ດິນ​ໃຫຍ່ ບ່ອນ​ທີ່​ເຊື້ອ​ໄວ​ຣັ​ສ​ດັ່ງ​ກ່າວ​ໄດ້​ແຜ່​ລະ​ບາດຢ່າງ​ຮ້າຍ​ແຮງ​ໃນ​ພວກ​ໝູ​ທີ່ນັ້ນ.

ເຊື້ອ​ໄວ​ຣັ​ສ ASF ບໍ່ “​ໄດ້​ເປັນ​ໄພ​ຂົ່ມ​ຂູ່ ​ຕໍ່​ສຸ​ຂະ​ພາບ​ຂອງມວນ​ມະ​ນຸດ ແລະ​ກໍ​ບໍ່​ສາມາດ​ທີ່​ຈະ​ລະ​ບາດ​ແຕ່​ໝູ​ມາ​ໃສ່​ມະ​ນຸດ​ໄດ້” ອີງ​ຕາມ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ກະ​ເສດຂອງ​ສະ​ຫະ​ລັດ. ນອກນັ້ນ​ແລ້ວ ກະ​ຊວງ​ດັ່ງ​ກ່າວ ​ຍັ​ງ​ເວົ້າ​ວ່າ ເຊື້ອ​ໄວ​ຣັ​ສ ASF ບໍ່ “ໄດ້​ເປັນ​ບັນ​ຫາ​ເລື້ອງ​ຄວາມ​ປອດ​ໄພ​ຂອງ​ອາ​ຫານ.”

ແຕ່​ແນວ​ໃດ​ກໍ​ຕາມ ອີງ​ຕາມ ກະ​ຊວງ​ກະ​ເສດ​ຂອງ​ສະ​ຫະ​ລັດ​ແລ້ວ ເຊື້ອ​ໄວ​ຣັ​ສ​ດັ່ງ​ກ່າວ “ສາມ​າດ​ຕິດ​ຕໍ່​ໄດ້​ຢ່າງວ່ອງ​ໄວ ​ແລະ​ຮ້າຍ​ແຮງ ທີ່​ມີ​ຜົນ​ກະ​ທົບ​ຕໍ່​ທັງ​ໝູ​ບ້ານ​ແລະ​ໝູ​ປ່າ ທຸກໆ​ກຸ່ມ​ອາ​ຍຸ.”

ການ​ລະ​ບາດ​ຂອງ​ເຊື້ອ​ໄວຣັ​ສ ASF ຢູ່​ຈີນ ພາ​ໃຫ້​ອົງ​ການ​ຈັດ​ງານ​ວາງ​ສະ​ແດງ ​ການສົ່ງ​ອອກ​ຊີ້ນ​ໝູ​ຂອງໂລກ ທີ່​ກຳ​ນົດ​ຈະ​ມີ​ຂຶ້ນ​ຢູ່​ລັດ​ໄອ​ໂອ​ວາ​ໃນເດືອນ​ມິ​ຖຸ​ນາ ນັ້ນຍົກ​ເລີກແຜນ​ການ​ນີ້. ອົງ​ການ​ດັ່ງ​ກ່າວ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ການ​ວາງ​ສະ​ແດງ​ໄດ້​ຖືກ​ຍົກ​ເລີກ “ຍ້ອນ​ມີ​ຄວາມ​ລະ​ມັດ​ລະ​ວັງ ໃນ​ຂະ​ນະ​ທີ່​ເຊື້ອໄວ​ຣັ​ສໄຂ້​ຫວັດ​ໝູ ຫຼື ASF ​ຍັງ​ສືບ​ຕໍ່​ແຜ່​ລະ​ບາດ​ຢູ່​ໃນ​ຈີນ ແລະ​ແຫ່ງ​ອື່ນໆ​ຂອງເອ​ເຊຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG