ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຮົງກົງ ຫລຸດການບໍລິການ ຂົນສົ່ງທາງລົດໄຟ ແລະລົດເມ ໄປຍັງ ສະໜາມບິນຫຼັກ ຂອງຕົນ


ພວກເຈົ້າໜ້າທີ່ຕຳຫຼວດ ໃນສະຖານີ ລົດໄຟ ຊາ ຕິນ (Sha Tin) ໃນຮົງກົງ, ວັນທີ 22 ກັນຍາ 2019.
ພວກເຈົ້າໜ້າທີ່ຕຳຫຼວດ ໃນສະຖານີ ລົດໄຟ ຊາ ຕິນ (Sha Tin) ໃນຮົງກົງ, ວັນທີ 22 ກັນຍາ 2019.

ຮົງກົງ ໄດ້ຕັດການຂົນສົ່ງທາງລົດໄຟ ແລະລົດເມ ໄປຍັງສະໜາມບິນຂອງຕົນ ລົງ.

ການເຄື່ອນໄຫວດັ່ງກ່າວໃນວັນອາທິດມື້ນີ້ ແມ່ນຈົງໃຈເພື່ອທີ່ຈະຫລີກເວັ້ນ ການປະທ້ວງ
ຕໍ່ຕ້ານລັດຖະບານ ຢູ່ທີ່ສູນການບິນທີ່ມີຖ້ຽວບິນຫຼາຍທີ່ສຸດແຫ່ງນຶ່ງໃນໂລກ.

“ມີການຮຽກຮ້ອງທາງອອກໄລ ໃຫ້ໃຊ້ບັດຂຶ້ນເຮືອບິນປອມ ປີ້ຍົນປອມ ຫຼື ຂໍ້ມູນການຈັບ
ຈອງຖ້ຽວບິນປອມ ເພື່ອທີ່ຈະເຂົ້າ ໄປໃນຕຶກອາຄານຜູ້ໂດຍສານຕ່າງໆ...ຊຶ່ງທາງການ
ຂອງສະໜາມບິນ ເຕືອນວ່າ ພຶດຕິກຳດັ່ງກ່າວນັ້ນ ອາດຖືວ່າ ເປັນການປອມແປງ ຫຼື
ການໃຊ້ເອກະສານປອມ” ອີງຕາມເຈົ້າໜ້າທີ່ ທີ່ໄດ້ກ່າວໃນຖະແຫລງການສະບັບນຶ່ງ
ເພື່ອຕັກເຕືອນພວກປະທ້ວງ ໃຫ້ຢູ່ຫ່າງໆ.

ໃນວັນເສົາວານນີ້ ຕຳຫຼວດ ໄດ້ຍິງແກັສນ້ຳຕາ ໃສ່ພວກປະທ້ວງ ຜູ້ທີ່ໄດ້ກໍ່ຈະລາຈົນ
ຢູ່ທີ່ສະຖານີລົດລາງແຫ່ງນຶ່ງ.

ຮ່າງກົດໝາຍສະບັບນຶ່ງທີ່ໄດ້ຖືກນຳສະເໜີ ທີ່ວ່າ ຈະອະນຸຍາດໃຫ້ສົ່ງຜູ້ຕ້ອງສົງໄສ
ຊາວຮົງກົງໃນຄະດີອາຍາ ບ່າງສ່ວນ ໄປໃຫ້ຈີນແຜ່ນດິນໃຫຍ່ ເພື່ອດຳເນີນຄະດີ ນັ້ນ
ໄດ້ກໍ່ໃຫ້ເກີດມີການປະທ້ວງຕໍ່ຕ້ານລັດຖະບານມາເປັນເວລາຍາວນານ.

ຮ່າງກົດໝາຍສົ່ງຄົນຮ້າຍຂ້າມແດນ ໄດ້ຖືກຖອນອອກໄປແລ້ວ ແຕ່ການປະທ້ວງ ກໍຍັງ
ມີຢູ່ຕໍ່ເນື່ອງ.

ນັບຕັ້ງແຕ່ນັ້ນມາ ພວກຕໍ່ຕ້ານລັດຖະບານ ໄດ້ຂະຫຍາຍການຮຽກຮ້ອງຂອງພວກເຂົາ
ເຈົ້າ ໃຫ້ມີການເລືອກຕັ້ງ ບັນດາຜູ້ນຳຂອງພວກເຂົາເຈົ້າໂດຍກົງ ແລະໃຫ້ພວກຕຳຫຼວດ
ຕ້ອງຮັບຜິດຊອບ.

ປະຊາຊົນ ຫຼາຍກວ່າ 1,300 ຄົນ ໄດ້ຖືກຈັບກຸມ ຕັ້ງແຕ່ການປະທ້ວງໄດ້ເລີ້ມ ຂຶ້ນ ໃນ
ຕົ້ນເດືອນມິຖຸນາ ເປັນຕົ້ນມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG