ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການ​ໄຕ່​ສວນ​ຄະ​ດີ ດ້ານຄວາມ​ໝັ້ນ​ຄົງ​ ແຫ່ງ​ຊາດຂອງ​ເຈົ້າ​ຂອງໜັງ​ສື​ພິມ ໃນ​ຮົງ​ກົງ ​ຖືກ​ເລື່ອນ​ໄປ​ອີກ


(ພາບ​ໃນ​ແຟມ) ທ່ານ Jimmy Lai ຜູ້​ມີ​ອິດ​ທິ​ພົນ​ໃນ​ວົງ​ການ​ຊື່ມວນ​ຊົນ ແລະ​ຜູ້​ສ້າງ​ຕັ້ງ​ໜັງ​ສື​ພິມ Apple Daily ກຳ​ລັງອອກ​ມາ​ຈາກສານ​ອຸ​ທອນ​ຂັ້ນ​ສຸດ​ທ້າຍ ໄປ​ຢືນ​ຢູ່​ໃກ້​ກັບ​ລົດ​ຕູ້​ຂອງ​ຄຸກ​ໃນ​ຮົງ​ກົງ, ວັນ​ທີ 9 ກຸມ​ພາ, 2021.
(ພາບ​ໃນ​ແຟມ) ທ່ານ Jimmy Lai ຜູ້​ມີ​ອິດ​ທິ​ພົນ​ໃນ​ວົງ​ການ​ຊື່ມວນ​ຊົນ ແລະ​ຜູ້​ສ້າງ​ຕັ້ງ​ໜັງ​ສື​ພິມ Apple Daily ກຳ​ລັງອອກ​ມາ​ຈາກສານ​ອຸ​ທອນ​ຂັ້ນ​ສຸດ​ທ້າຍ ໄປ​ຢືນ​ຢູ່​ໃກ້​ກັບ​ລົດ​ຕູ້​ຂອງ​ຄຸກ​ໃນ​ຮົງ​ກົງ, ວັນ​ທີ 9 ກຸມ​ພາ, 2021.

ສານ​ຮົງ​ກົງ​ໃນ​ວັນ​ອັງຄານວານ​ນີ້ ​ໄດ້​ເລື່ອນ​ເວລາ​ການ​ໄຕ່​ສວນ​ຄະດີດ້ານຄວາມໝັ້ນ​ຄົງ​ແຫ່ງ​ຊາດ ​ຕໍ່​ທ່ານຈີມ​ມີ ລາຍ (Jimmy Lai) ທີ່​ເປັນບຸກ​ຄົນ​ສຳ​ຄັນໃນວົງ​ການ​ສື່​ມວນ​ຊົນ​ຮົງ​ກົງ ​ອີກ​ເທື່ອ​ນຶ່ງ ​ເພາະວ່າ​ປັກ​ກິ່ງ ຍັງ​ບໍ່​ທັນ​ຕັດສິນໃຈ​ວ່າ ​ທະນາຍຄວາມ​ຕ່າງປະ​ເທດ ສາມາດ​ເປັນ​ຕົວ​ແທນໃຫ້​ທ່ານ​ໄດ້​ ຫລື​ບໍ່.

ທ່ານ​ລາຍ ທີ່ມີອາຍຸໄດ້ 75 ປີ ໃນວັນພະຫັດຜ່ານມາ ຈະຕ້ອງລໍຖ້າ ອີກ 9 ເດືອນ ເພື່ອ​ຈະ​ມີການໄຕ່​ສວນ​ຄະ​ດີ ທີ່ຈະເລີ່ມຕົ້ນຂຶ້ນ ຫຼັງຈາກ ຜູ້ພິພາກສາສານສູງ, ທ່ານ​ແອ​ສ​ເຕີ ໂທ (Esther Toh) ໄດ້ກໍານົດ ວັນໄຕ່​ສວນຄະ​ດີໃຫມ່, ໂດຍມີຂັ້ນ​ຕອນການດໍາເນີນຄະດີວ່າ​ຈະ​ມີ​ຂຶ້ນ ໃນເດືອນກັນຍາຜ່ານ.

ທ່າລາຍ ຖືກ​ກັກ​ຂັງ​ມາ​ແຕ່​ເດືອນ​ທັນວາ​ປີ 2020 ໃນສອງ​ກະ​ທົງຂອງ​ຂໍ້​ຫາ​ສົມ​ຮູ້​ຮ່ວມ​ຄິດ ​ຮ່ວມ​ມື​ກັບ​ຕ່າງປະ​ເທດ ​ແລະ ອີກ​ກະ​ທົງ 1 ວ່າສົມ​ຮູ້​ຮ່ວມ​ຄິດ​ກັບ​ກຳລັງທະ​ຫານ​ຕ່າງປະ​ເທດ.

ທ່ານລາຍ ຜູ້​ທີ່​ບໍ່ໄດ້ຍອມ​ຮັບ​ວ່າ ​ມີ​ຄວາມ​ຜິດ​ໃນ​ເດືອນ​ສິງ​ຫາຜ່ານ​ມາ ຈະ​ປະ​ເຊີນ​ກັບ​ການ​ຕິດ​ຄຸກ​ຕະຫຼອດ​ຊີ​ວິດ ຖ້າ​ຫາກ​ຖືກ​ຕັດ​ສິນວ່າ​ທ່ານຜິດ.

ການໄຕ່​ສວນ​ຄະ​ດີ ໃນເບື້ອງຕົ້ນໄດ້ກໍານົດວ່າ ຈະເລີີ້ມ​ຂຶ້ນ​ໃນວັນ​ທີ 1 ທັນວາ ໄດ້ຊັກຊ້າໄປໃນຕົ້ນເດືອນນີ້. ​ເມື່ອໃດ​ມັນ​ຫາກຖືກ​ດຳ​ເນີນ​ໄປ, ມັນ​ກໍຈະ​ໄດ້​ຮັບ​ການດູ​ແລ​ຄວບ​ຄຸມ​ໂດຍ​ຜູ້​ພິ​ພາກ​ສາຄວາມໝັ້ນ​ຄົງ​ແຫ່ງ​ຊາດ​ສາມ​ຄົນ​ ໂດຍທີ່​ບໍ່​ມີ​ຄະ​ນະ​ຕຸ​ລາ​ການ.

ທ່ານຈອນ ລີ (John Lee) ຫົວຫນ້າບໍລິຫານປົກ​ຄອງຮົງກົງໄດ້ຮ້ອງ ຂໍໃຫ້ປັກກິ່ງ ຕີຄວາມໝາຍຫ້າມທີ່ປຶກສາຕ່າງປະເທດໃນຄະດີດ້ານຄວາມໝັ້ນຄົງແຫ່ງຊາດ ໂດຍທີ່ທະນາຍຄວາມອັງກິດ, ທ່ານທີມ ໂອ​ເວນ (Tim Owen) ທີ່ມີ​ກຳ​ນົດຈະ​ເປັນຜູ້ຕາງໜ້າໃຫ້ທ່ານລາຍນັ້ນ ຖືກຫ້າມບໍ່​ໃຫ້​ໄດ້​ຮັບວີຊາ.

ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ຫລື NPCSC ຈະ​ຕັດສິນ​ວ່າ​ທ່ານລາຍ ສາມາດເອົາທ່ານໂອ​ເວນ, ອະ​ດີດທະ​ນາຍ​ຄວາມ​ດ້ານ​ສິດທິ​ມະນຸດ​ເປັນ​ຜູ້​ຕາງ​ໜ້າ​ໃຫ້​ຫລືບໍ່. ກ່ອນ​ໜ້າ​ນີ້ ສານ​ສູງ​ສຸດ​ຂອງ​ຮົງ​ກົງ​ໄດ້​ອະນຸມັດ​ຄໍາ​ຮ້ອງ​ ໃຫ້​ຮັບ​ເອົາທ່ານ​ໂອ​ເວນ ສຳ​ລັບ​ຄະດີ​ດັ່ງກ່າວ, ​ແລະ​ສານ​ອຸທອນ​ຂັ້ນ​ສຸດ​ທ້າຍ​ ກໍໄດ້​ຕັດສິນ​ຄັດ​ຄ້ານ​ຕໍ່​ຄວາມ​ພະຍາຍາມ​ສາມ​ຄັ້ງ​ຂອງ​ກະຊວງ​ຍຸຕິ​ທຳ​ທີ່​ຈະ​ສະກັດ​ກັ້ນ ທ່ານ​ໂອ​ເວນບໍ່​ໃຫ້ເປັນ​ຕົວ​ແທນ​ສູ້​ຄະ​ດີຂອງ​ທ່ານລາຍ.

ທ່ານລາຍ ເປັນ​ເຈົ້າ​ຂອງບໍ​ລິ​ສັດ​ເນັກ​ສ ​ດິ​ຈິຕອ​ລ (Next Digital) ຊຶ່ງ​ເປັນບໍ​ລິ​ສັດ​ສື່​ມວນ​ຊົນໃຫຍ່​ທີ່​ສຸດ ທີ່ຖືກ​ຈົດ​ຊື່ໃນ​ຮົງ​ກົງ ທີ່​ໃຊ້ພິມ​ເຜີຍ​ແຜ່ຫນັງ​ສື​ພິມ​ Apple Daily ຊຶ່ງ​ດຽວນີ້ຖືກ​ປິດ​ກິດ​ຈະ​ການ​ໄປ​ແລ້ວ. ໜັງສືພິມ​ທີ່​ສົ່ງ​ເສີມປະຊາທິປະ​ໄຕ​ນັ້ນ ຖືກ​ບັງຄັບ​ໃຫ້​ປິດລົງ​ໃນ​ປີ​ກາຍ​ນີ້ ​ເມື່ອ​ທ່ານລາຍ​ ພ້ອມ​ກັບ​ຜູ້​ບໍລິຫານ​ລະດັບ​ສູງ, ບັນນາທິການ ​ແລະ​ນັກ​ຂ່າວ​ຖືກ​ຈັບ​ກຸມ​ ໃນ​ຂໍ້​ກ່າວ​ຫາ​ວ່າ​ລະ​ເມີດ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ຫລື NSL ຂອງ​ຮົງ​ກົງ.

Some information is from Reuters.

ຫົກຄົນໃນອະດີດຜູ້ບໍລິຫານເຫຼົ່ານັ້ນ ໄດ້ສາລະພາບຜິດຕໍ່ຂໍ້ຫາສົມຮູ້ຮ່ວມຄິດພາຍໃຕ້ກົດ​ໝາຍ NSL ໃນທ້າຍເດືອນພະຈິກ​ຜ່ານ​ມາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG