ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Gui Minhai ຜູ້ຈັດພິມ ຊາວຮົງກົງ ທີ່ຖືກ​ປ່ອຍ​ ແຕ່ຍັງຫາຍສາບສູນຢູ່


ພວກປະທ້ວງພາກັນເອົາພາບໂປສສະເຕີ້ ຂອງພວກ
ນັກຂາຍປື້ມທັງຫຼາຍ ຊຶ່ງນຶ່ງໃນນັ້ນແມ່ນ ທ່ານ Gui Minhai, ດ້ານຊ້າຍ, ທ່າມກາງການປະທ້ວງ ໃນສູນກາງລັດຖະບານ
ປະຊາຊົນ ໃນ Hong Kong, 3 ມັງກອນ 2016.
ພວກປະທ້ວງພາກັນເອົາພາບໂປສສະເຕີ້ ຂອງພວກ ນັກຂາຍປື້ມທັງຫຼາຍ ຊຶ່ງນຶ່ງໃນນັ້ນແມ່ນ ທ່ານ Gui Minhai, ດ້ານຊ້າຍ, ທ່າມກາງການປະທ້ວງ ໃນສູນກາງລັດຖະບານ ປະຊາຊົນ ໃນ Hong Kong, 3 ມັງກອນ 2016.

ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຂອງ​ນາໆ​ຊາດ​ກ່ຽວ​ກັບ​ຄວາມ​ປອດ​ໄພ ຂອງທ່ານ Gui Minhai
ແລະເວລານີ້ຜູ້ກ່ຽວຢູ່ໃສ​ ຊຶ່ງທ່ານເປັນຜູ້ຈັດ​ພິມ​ຊາວ​ຮົງກົງ ທີ່​ໄດ້​ຖືກ​ຈັບ​ກຸມໂດຍ​ເຈົ້າ​ໜ້າ
​ທີ່​ຈີນ​ໃນ​ປະ​ເທດ​ໄທ ​ເມື່ອ​ສອງ​ປີ​ກ່ອນ ແມ່ນໄດ້​ມີ​ເພີ່ມ​ຂຶ້ນ ຫຼັງ​ຈາກ​ທີ່ທາງ​ຈີນ ​ໄດ້​ອ້າງ​ວ່າ
ຕົນ​ໄດ້​ປ່ອຍ​ຜູ້ກຽວ ​ເມື່ອ​ວັນ​ອັງຄານ​ຜ່ານ​ມາ​ນີ້.

ຫຼາຍກວ່າ​ນຶ່ງ​ສັບປະດາ​ຜ່ານ​ມາແລ້ວ ​ແລະ ທ່ານ Gui ຍັງ​ບໍ່​ທັນ​ໄດ້​ຕິດ​ຕໍ່ ​ໄປ​ຍັງ​ສະມາ
ຊິກຄອບຄົວ ຫຼື​ແມ່ນ​ແຕ່ ​ເພື່ອນ​ຝູງຂອງ​ທ່ານ​ເລີຍ ​ເຖິງ​ແມ່ນ​ວ່າ​ທາງ​ປັກ​ກິ່ງ ​ໄດ້​ອ້າງ​ວ່າ
“ທ່ານຖືກ​ປ່ອຍ​ໃຫ້ເປັນ​ອິດສະຫຼະ​ໃນ​ການ​ເດີນທາງ” ​ແລ້ວ​ນັ້ນກໍ​ຕາມ ອີງ​ຕາມນາງ
Angela Gui ​ຜູ້​ເປັນລູກ​ສາວ​ຂອງທ່ານ​.

​ໃນ​ວັນ​ພຸດ​ວານ​ນີ້ ນາງ ​ໄດ້​ບອກ​ກັບ​ລາຍການ​ວິທະຍຸ​ໃນ​ຮົງ​ກົງ​ວ່າ ຖ້າ​ຫາກ​ພໍ່​ຂອງ​ລາວ​
ໄດ້ຖືກ​ປ່ອຍ​ເປັນ​ອິດສະຫຼະ ​ໃນ​ການ​ເດີນທາງພາຍ​ໃນ​ຈີນ ຫຼື​ຕ່າງປະ​ເທດ​ ຫຼື ບໍ່​ຕິດ​ຕໍ່​ກັບ
​ຜູ້​ໃດ​ແລ້ວ​ນັ້ນ ທ່ານ​ຍັງ​ບໍ່​ທັນ​ໄດ້ຖືກ​ປ່ອຍ ຫຼື​ບໍ່ທັນເປັນ​ອິດສະຫຼະ​ເທື່ອ.

ຜູ້ຄວມຄຸມ ໄດ້ນຳພາວົງມະໂຫລີ ໃນຂະນະທີ່ບັນດາຜູ້ນຳຢືນເຄົາລົບ ເພງຊາດ ໃນກອງປະຊຸມສະພາ ຄັ້ງທີ 19 ທີ່ສະພາປະຊາຊົນ ໃນປັກກິ່ງ, 24 ຕຸລາ 2017.
ຜູ້ຄວມຄຸມ ໄດ້ນຳພາວົງມະໂຫລີ ໃນຂະນະທີ່ບັນດາຜູ້ນຳຢືນເຄົາລົບ ເພງຊາດ ໃນກອງປະຊຸມສະພາ ຄັ້ງທີ 19 ທີ່ສະພາປະຊາຊົນ ໃນປັກກິ່ງ, 24 ຕຸລາ 2017.

​“ຄວາມ​ຈິງ​ນັ້ນ ​ແມ່ນ​ວ່າພວກ​ເຮົາ​ບໍ່​ຮູ້ວ່າ​ເພິ່ນ​ຢູ່​ໃສ ​ແລະ​ຄວາມ​ຈິງ​ທີ່​ວ່າ ພວກ​ເຮົາ
ບໍ່​ໄດ້​ຮັບ​ຂ່າວ​ໃດໆ​ຈາກ​ທ່ານ​ເລີຍ​ນັ້ນ, ຕາມ​ຄວາມ​ຈິງ​ແລ້ວ​ນັ້ນ​ແມ່ນ​ວ່າ ທ່ານ​ໄດ້​ຖືກ​
ຫາຍ​ຕົວ​ໄປ​ອີກ ​ແລະ​ນີ້​ແມ່ນ​ສິ່ງ​ທີ່​ຂ້ອຍ​ຄິດ​ວ່າ ມັນ​ຮ້າຍ​ແຮງ​ທີ່​ສຸດ,”
ນັ້ນແມ່ນຄຳເວົ້າ
ນາງ Angela Gui ​ໄດ້​ບອກ​ກັບສະຖານີວິທະຍຸ​ RTHK ໃນ​ຮົງ​ກົງ​.

ການ​ກ່າວ​ອ້າງກ່ຽວກັບ​ການ​ປ່ອຍ​ຕົວ​ຂອງ​ທ່ານ Gui ​ແມ່ນ​ມີ​ຂຶ້ນ​ພ້ອມ​ດຽວ​ກັນກັບ​ກອງ
​ປະຊຸມ​ໃຫຍ່​ພັກ​ຄອມ​ມູນິດ ທີ່ມີຂຶ້ນສອງ​ຄັ້ງ​ຕໍ່​ທົດ​ສະ​ວັດ. ​ໃນ​ຂະນະ​ທີ່​ມີ​ການ​ພົບ​ປະກັນ
​ຂອງ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ ​ແລະ​ການ​ສັບ​ປ່ຽນ​ໜ້າ​ທີ່ ຂອງ​ການ​ເປັນ​ຜູ້ນຳ ຈີນໄດ້​ດຳເນີນ
ເປັນການໃຫຍ່ເພື່ອຄວບ​ຄຸມ​ການ​ສະແດງຄວາມເຫັນທາງ​ອິນ​ເຕິ​ແນ໊ຕ. ບັນດາ​ເຈົ້າ​ໜ້າ
​ທີ່​ ຍັງ​ໄດ້​ຈັບ​ກຸ​ມພວກ​ທີ່ບໍ່​ເຫັນ​ດ້ວຍແລະພວກ​ນັກ​ເຄື່ອນ​ໄຫວຫຼາຍສິບຄົນພ້ອມ​ທັງຕິດ
ຕາມເບິ່ງພວກເຂົາເຈົ້າຢ່າງເຄັ່ງຄັດ ຫຼື​ບໍ່ກໍ​ສົ່ງພວກ​ເຂົາ​ເຈົ້າອອກ​ໄປ​ຈາກ​ນະຄອນ​ຫຼວງ​
“ເພື່ອ​ໄປພັກຜ່ອນ​.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG