ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການປະທ້ວງ ໃນຮົງກົງ ໄດ້ກາຍເປັນ ຄວາມຮຸນແຮງ ເມື່ອຈີນ ປ່ອຍໂຕ ພະນັກງານ ກົງສຸນຂອງອັງກິດ


ຕຳຫຼວດ ແລະພວກປະທ້ວງ ປະທະກັນ ໃນຮົງກົງ, ວັນທີ 24 ສິງຫາ 2019.
ຕຳຫຼວດ ແລະພວກປະທ້ວງ ປະທະກັນ ໃນຮົງກົງ, ວັນທີ 24 ສິງຫາ 2019.

ການປະທ້ວງໃນຮົງກົງ ໄດ້ປ່ຽນເປັນຄວາມຮຸນແຮງ ເມື່ອວັນເສົາວານນີ້ ເທື່ອທຳອິດ
ໃນເກືອບສອງອາທິດຜ່ານມາ ໃນຂະນະທີ່ພວກເດີນຂະບວນປະທ້ວງຫຼາຍຮ້ອຍຄົນ
ທີ່ໃສ່ຊຸດດຳ ແລະມີອາວຸດເປັນໄມ້ຕີເບສບອລ ແລະທ່ອນໄມ້ໄພ່ ພາກັນແກວ່ງແກັສ
ລະເບີດ ແລະກ້ອນຫີນໃສ່ພວກຕຳຫຼວດ.

ຕຳຫຼວດຮົງກົງ ກໍໄດ້ໃຊ້ໄມ້ຄອນ ແລະຍິງລູກແກັສນ້ຳຕາເຂົ້າໃສ່ພວກປະທ້ວງຫຼາຍ
ລູກ ເພື່ອຂັບໄລ່ພວກເຂົາໃຫ້ກະແຈກກະຈາຍອອກໄປ ຜູ້ທີ່ໄດ້ນຳໃຊ້ໄມ້ໄພ່ທີ່ຕັ້ງຂຶ້ນ
ເປັນຮ່າງສຳລັບກໍ່ສ້າງ ຢູ່ດ້ານນອກກົມຕຳຫຼວດ ແລະຢູ່ຮ້ານຊັບພະສິນຄ້າຢູ່ໃກ້ຄຽງ
ມາເປັນສິ່ງກີດຂວາງກັນຫົນທາງ.

ໃນຂະນະດຽວກັນ ຈີນ ກໍໄດ້ປ່ອຍໂຕ ທ້າວໄຊມອນ ເຊັງ ພະນັກງານຂອງກົງສຸນອັງກິດ
ຊຶ່ງການຄວບຄຸມໂຕຜູ້ກ່ຽວ ໄດ້ເພີ້ມຄວາມເຄັ່ງຕຶງຂຶ້ນຕື່ມ. ລາວໄດ້ຖືກກັກໂຕໄວ້ເປັນ
ເວລາ 15 ວັນ ຢູ່ໃນເມືອງເຊິນເຈິ້ນຂອງຈີນ ບໍ່ໄກຈາກຊາຍຮົງກົງ ໃນຂໍ້ຫາລະເມີດກົດ
ລະບຽບ ການຄຸ້ມຄອງດ້ານຄວາມປອດໄພຕໍ່ສາທາລະນະ ອີງຕາມເຈົ້າໜ້າທີ່ຕຳຫຼວດ
ຢູ່ສະຖານທີ່ດັ່ງກ່າວ.

ບັນດາເຈົ້າໜ້າທີ່ ກ່າວວ່າ ສິດທິດ້ານກົດໝາຍຂອງທ້າວເຊັງ ໄດ້ຖືກຄ້ຳປັນກັນ ໂດຍ
ອ້າງວ່າ ລາວໄດ້ສາລະພາບຜິດຕໍ່ຂໍ້ກ່າວຫາຕາມ ທີ່ຜູ້ກ່ຽວຖືກຄວບຄຸມໂຕນັ້ນ.

ອັນນີ້ເປັນມາດຕະຖານຂອງການໂຕ້ແຍ້ງຈາກຕຳຫຼວດຈີນ ເຖິງແມ່ນວ່າ ຄວາມຈິງ
ແລ້ວ ທ້າວເຊັງ ບໍ່ໄດ້ມີໂອກາດປ້ອງກັນຕົນເອງໃນສານເລີຍ. ຄອບຄົວຂອງທ້າວເຊັງ
ໄດ້ກ່າວໃນເຟສບຸກວ່າ ດຽວນີ້ລາວໄດ້ກັບຄືນໄປຮົງກົງແລ້ວ.

ພວກປະທ້ວງໄດ້ຮຽກຮ້ອງເປັນເວລາຫຼາຍມື້ຜ່ານມາ ໃຫ້ປ່ອຍໂຕທ້າວເຊັງ ແລະອັງກິດ
ໄດ້ກ່າວວ່າ ຕົນຍິນດີນຳຂ່າວຄາວດັ່ງກ່າວນັ້ນ.

ສະຖານີລົດໄຟໃຕ້ດິນ MTR 4 ແຫ່ງ ໄດ້ຖືກປິດໄວ້ ໃນເມືອງກຸນ ຕົງ ຊຶ່ງເປັນພື້ນທີ່
ທີ່ຈີນປົກຄອງ ບ່ອນທີ່ມີຄົນອາໄສຢູ່ຢ່າງໜາແໜ້ນ ເຖິງຢ່າງນັ້ນກໍຕາມ ພວກປະທ້ວງ
ຫຼາຍພັນຄົນ ກໍໄດ້ພາກັນອອກມາເຕັມຖະໜົນ ຫຼາຍຄົນຖືໄມ້ຄັນຮົ່ມເພື່ອປົກປ້ອງ
ຈາກແສງຕາເວັນ. ຄຳເວົ້າທີ່ວ່າ “ໃຫ້ປະຊາທິປະໃຕຂ້ອຍ ຫຼື ໃຫ້ຄວາມຕາຍຂ້ອຍ”
ໄດ້ຖືກສີດສະເປໃສ່ຝາກຳແພງ.

ໃນຂະນະທີ ການໂຮມຊຸມນຸມ ໄດ້ເຂົ້າສູ່ເດືອນທີສາມແລ້ວ ພວກປະທ້ວງ​ຍັງ​ໄດ້​ພາ​ກັນ
​ຕັດ “ກົກ​ເສົາ​ໄຟ​ຟ້າສະ​ຫຼ​າດ” ເພາະ​ຢ້ານ​ກົວ​ວ່າ ​ຖືກ​ໃຊ້​ໃນ​ການ​ສິ້ງ​ຊອມ​ເບິ່ງ​ ໂດຍ
ທາງການ​ຈີນ.

ລັດຖະບານຮົງກົງ ຢືນຢັນວ່າ ເຖິງ​ຢ່າງ​ໃດ​ກໍ​ດີ​ກົກ​ເສົາ​ໄຟ​ຟ້າດັ່ງ​ກ່າວ ພຽງ​ແຕ່​ເກັບ​ກຳ
ເອົາ​ຂໍ້​ມູນ ກ່ຽວ​ກັບການ​ສັນ​ຈອນ ​ດິນ​ຟ້າອາ​ກາດ ແລະ​ຄຸນ​ນະ​ພາບ​ອາ​ກາດ​ເທົ່າ​ນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG