ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຮົງກົງ ສະຫຼອງ ວັນຊາດ ໃນຂະນະທີ່ ພວກປະທ້ວງ ບໍ່ຟັງຄຳສັ່ງ ໃຫ້ແຍກຍ້າຍ


Hong Kong Protests Draw New Supporters on National Holiday
please wait

No media source currently available

0:00 0:01:46 0:00

ພວກ​ປະ​ທ້ວງ​ເພື່ອ​ປະຊາທິປະ​ໄຕ ​ໃນ​ຮົງ​ກົງ ​ໄດ້​ທຳການລົບ
ກວນຕໍ່ຫົວໜ້າ​ບໍ ລິຫານເຂດດັ່ງກ່າວ ​ໃນ​ວັນ​ພຸດ​ມື້​ນີ້ ​ໃນ​ລະ
ຫວ່າງພິທີ ທີ່ເປັນຂີດ​ໝາຍວັນ​ຄົບ ຮອບ 65 ປີ​ ຂອງ​ການ​ສ້າງ​
ຕັ້ງ​ພັກ​ຄອມ​ມິ​ວນິສຈີນ.

ຢູ່​ໃນ​ພິທີຊັກ​ທຸງຊາດ ທີ່​ຈະ​ຕຸ​ລັດ Bauhinia ພວກ​ນັກ​ເຄື່ອນ
​ໄຫວ​ຈຳ​ນວນ​ນຶ່ງ ​ໄດ້ພາກັນຮ້ອງຂຶ້ນ​ໃນ​ລະຫວ່າງການເສບ
ເພງ​ຊາດ​ຈີນ. ​ຈຳນວນ​ນຶ່ງພາກັນ​ປິ່ນ ຫລັງໃສ່ພິທີຊັກ​ທຸງຊາດ.
ອີກ​ຈຳນວນ​ນຶ່ງຮ້ອງໃສ່ຫົວໜ້າ​ບໍລິຫານທ່ານ Leung
Chung-ying ໃຫ້ລາ​ອອກ​ຈາກ​ຕຳແໜ່ງ.

ພິທີ​ດັ່ງ​ກ່າວ ຊຶ່ງເປັນ​ຂີດໝາຍວັນຊາດ​ຈີນນັ້ນ ມີ​ຂື້ນ​ໃນ​ຂະນະ​ທີ່​ພວກປະທ້ວງ ຫລາຍ​ສິບ​
ພັນ​ຄົນ ຍັງສືບຕໍ່ຢຶດເອົາ​ສາມຈຸດ​ສຳຄັນຂອງ​ຮົງກົງ ທີ່ເປັນເຂດເຄິ່ງ​ປົກຄອງ​ຕົນ​ເອງ ​ໃນ​
ຄວາມພະຍາຍາມເພື່ອຊຸກຍູ້​ໃຫ້ປັກ​ກິ່ງ ທຳການ​ປະຕິ​ຮູບ ​ໃຫ້ມີປະຊາທິປະ​ໄຕ.

ບໍ່​ມີ​ລາຍ​ງານກ່ຽວກັບ​ຄວາມ​ຮຸນ​ແຮງໃດໆ​ນັບ​ຕັ້ງ​ແຕ່​ວັນ​ອາທິດມາ ​ເວລາ​ຕຳຫຼວດ​ໄດ້​ໃຊ້​
ແກັສນໍ້າຕາ ​ຍິງເຂົ້າ​ໃສ່​ພວກ​ປະ​ທ້ວງ ​ແລະ​ສີດ​ສະ​ເປໝາກເຜັດໃນ​ຄວາມ​ພະຍາຍາມທີ່ບໍ່
ປະສົບຜົນສຳເລັດເພື່ອ​ຂັບ​ໄລ່​ຝູງ​ຊົນໃຫ້ແຕກພ່າຍໜີໄປນັ້ນ.

ພວກ​ປະ​ທ້ວງ ພາກັນ​ຮຽກຮ້ອງ​ໃຫ້ປັກ​ກິ່ງ ຍົກເລີກ​ແຜນການ​ເລືອກ​ຕັ້ງ​ປີ 2017 ທີ່​ຈະ​ອະ
ນຸຍາດ​ໃຫ້​ປະຊາຊົນໄປປ່ອນ​ບັດ ​ແຕ່​ຈະແຕ່ງຕັ້ງຄະນະກຳມະການເພື່ອ ຄັດເລືອກເອົາຜູ້​ສະໝັກ​.

ຢູ່​ໃນ​ຄຳ​ປາໄສນັ້ນ ຫົວໜ້າ​ບໍລິຫານຮົງກົງ ທ່ານ Leung ກ່າວ​ວ່າ ​ແຜນການຂອງປັກ​ກິ່ງ ຈະ​ດີ​ກວ່າວິທີ​ການໃນປັດ​ຈຸບັນນີ້ ​ທີ່​ໃຫ້ຄະນະ​ກຳມະການ​ເລືອກ​ຕັ້ງ ​ເລືອກ​ເອົາ​ຜູ້ນຳສູງ
​ສຸດ​ຂອງ​ຮົງກົງ.

ທ່ານ Leung ກ່າວ​ວ່າ “​ແນ່ນອນ​ມັນດີກວ່າ ທີ່​ມີ​ການປ່ອນບັດກ່ອນ​ທີ່​ບໍ່​ມີ. ແນ່ ນອນມັນ
ດີກວ່າ ​ທີ່​ມີ​ຫົວໜ້າ​ບໍລິຫານ​ຖືກເລືອກ​ເອົາ​ຈາກຜູ້​ມີ​ສິດ​ປ່ອນ​ບັດຫ້າ​ລ້ານ ​ຄົນກ​ວ່າ 1,200
ຄົນ​. ​ແລະ​ແນ່ນອນ​ມັນດີກວ່າ ທີ່ທ່ານໄປໃຊ້ສິດໃຊ້ສຽງ ຢູ່​ໜ່ວຍ​ປ່ອນ​ບັດ ​ແທນ​ທີ່​ຈະ​ຢູ່​
ເຮືອນ​ແລະ​ເບິ່ງ​ໂທລະພາບສະມາຊິກຄະນະກຳມະ ການ​ເລືອກ​ຕັ້ງ 1,200 ພາກັນປ່ອນ
​ບັດ.”​

XS
SM
MD
LG