ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພວກປະທ້ວງ 200 ກວ່າຄົນ ຖືກຈັບທີ່ຮົງກົງ


ຊາວຮົງກົງໂຮມຊຸມນຸມປະທ້ວງຕໍ່ຕ້ານລັດຖະບານ (1 ກໍລະກົດ 2011)
ຊາວຮົງກົງໂຮມຊຸມນຸມປະທ້ວງຕໍ່ຕ້ານລັດຖະບານ (1 ກໍລະກົດ 2011)

ຕຳຫຼວດຮົງກົງກ່າວວ່າ ຕົນໄດ້ຈັບ 200 ກວ່າຄົນ ໃນລະຫວ່າງການເດີນຂະບວນຕໍ່ຕ້ານລັດ
ຖະບານໃນມື້ວັນສຸກວານນີ້.

ລາຍງານຂ່າວຂອງໂທລະພາບແຈ້ງວ່າ ຕຳຫຼວດໄດ້ໃຊ້ເຄື່ອງສີດນໍ້າໝາກເຜັດຂັບໄລ່ພວກປະ
ທ້ວງທີ່ເຮັດໃຫ້ການຈະລາຈອນຢຸດຊະງັກລົງນັ້ນ. ເຈົ້າໜ້າທີ່ກ່າວໃນວັນເສົາມື້ນີ້ວ່າຕົນໄດ້ຈັບ
228 ຄົນໃນຂໍ້ຫາໂຮມຊຸມນຸມແບບຜິດກົດໝາຍແລະຂັດຂວາງການໄປມາໃນທີ່ສາທາລະນະ.

ການເດີນຂະບວນໃນມື້ວັນສຸກວານນີ້ເນື່ອງໃນໂອກາດຄົບຮອບ 14 ປີທີ່ອັງກິດໄດ້ໂອນດິນ
ແດນຮົງກົງ ໃຫ້ໄປຢູ່ພາຍໃຕ້ການຄຸ້ມຄອງຂອງຈີນນັ້ນ ແມ່ນຈັດໃຫ້ມີຂຶ້ນເພື່ອກົດດັນລັດຖະ
ບານຮົງກົງເລື່ອນເວລາໃນການຖອນຮ່າງກົດໝາຍທີ່ເປັນບັນຫາຖົກຖຽງໂຕ້ແຍ້ງ ຊຶ່ງຈະຍົກ ເລີກການເລືອກຕັ້ງສ້ອມຂອງສະພານິຕິບັດຢັດນັ້ນ.

XS
SM
MD
LG