ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, 08 ຕຸລາ 2026

ຕຳຫຼວດຮົງກົງ ຈັບພວກປະທ້ວງ 18 ຄົນ ຫລັງການປະທະກັນ

U.S. President Barack Obama lays a wreath at the Tomb of the Unknown Soldier during the Memorial Day observance at Arlington National Cemetery, May 30, 2016.
U.S. President Barack Obama lays a wreath at the Tomb of the Unknown Soldier during the Memorial Day observance at Arlington National Cemetery, May 30, 2016.

ການ​ປະ​ທະ​ກັນໃນ​ຮົງ​ກົງ ລະຫວ່າງ​ພວກ​ປະ​ທ້ວງ​ນິຍົມ​ປະຊາ
ທິປະ​ໄຕ ​ແລະ​ຕຳຫຼວດ ​ໄດ້​ອັດ​ພວກ​ຫ້ອງການ​ຕ່າງໆ​ຂອງ​ລັດ
ແລະ​ສະພາ​ລົງ.

ພວກ​ປະ​ທ້ວງ​ຫົວ​ນິຍົມ​ປະຊາທິປະ​ໄຕ​ຮົງ​ກົງ​ຫຼາຍ​ຮ້ອຍ​ຄົນ ​
ໄດ້​ປະ​ທະ​ກັບ​ຕຳຫຼວດ ​ໃນ​ຂະນະ​ທີ່​ພະຍາຍາມ​ຂະຫຍາຍ
​ການ​ປະ​ທ້ວງ​ຂອງ​ພວກ​ເຂົາ​ເຈົ້າ​ອອກ​ໄປ​ ຢູ່ນອກ​ສຳນັກງານ
​ໃຫຍ່​ຂອງ​ລັດຖະບານ.

ພວກ​ປະ​ທ້ວງ​ໄດ້​ບຸກຜ່າ​ແນວປ້ອງ​ກັນ​ຂອງ​ຕຳຫຼວດເຂົ້າ​ໄປ
ໃນ​ເຊົ້າມືດ​ວັນ​ຈັນ​ມື້​ນີ້ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ເຂົ້າ​ຄອບ
​ຄອງຖະໜົນ​ໃຫຍ່​ສາຍ​ນຶ່ງ​ໃນ​ຄຸ້ມ Admiralty. ພວກ​ຕຳຫຼວດ​ປາບຈະລາຈົນ​ຫຼາຍ​ຮ້ອຍ
​ຄົນ​ທີ່​ມີ​ເຄື່ອງ spray ໝາກ​ເຜັດ​ແລະ​ໄມ້ຄ້ອນ ​ໄດ້​ຊຸກຍູ້​ພວກ​ປະ​ທ້ວງ​ກັບ​ຄືນ​ໄປ ຊຶ່ງ​ໄດ້
​ເຮັດ​ໃຫ້​ພວກ​ປະ​ທ້ວງ​ຫຼາຍ​ຄົນ​ ໄດ້​ຮັບ​ບາດ​ເຈັບ ​ແລະ​ຖືກ​ຈັບ​ກຸມ​ຢ່າງ​ໜ້ອຍ 18 ຄົນ.

​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ກ່າວ​ວ່າ ເຂົາ​ເຈົ້າ“ບໍ່​ມີ​ທາງ​ເລືອກ​ອື່ນ​ໃດ” ນອກຈາກ​ໃຊ້​ເຄື່ອງ​ສີດ
spray ໝາກ​ເຜັດ ​ແລະ​ໄມ້ຄ້ອນ​ ໃນ​ຄວາມ​ພະຍາຍາມ​ເພື່ອ​ເຮັດ​ໃຫ້ການ​ປະ​ທະ​ກັນ
​ລົດ​ລົງ.
ທ່ານ Lai Tung-wok ຫົວໜ້າ​ຮັກສາ​ຄວາມ​ປອດ​ໄພ​ຮົງ​ກົງ​ກ່າວ​ວ່າ :“ຂ້າພະ​ເຈົ້າ
​ຄຶດ​ວ່າ ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ຄືນ​ຜ່ານ​ມາ​ນີ້ ສະ​ແດງ​ໃຫ້​ເຫັນ​ຢ່າງເຕັມ​ສ່ວນວ່າ
ການ​ປະ​ທ້ວງ​ໄດ້​ເລີ​ຍ​ເຖີດ ກາຍອັນ​ທີ່​ພວກ​ເຂົາ​ເຈົ້າໄດ້ ​ປະກາດ​ໄປນັ້ນ. ຫຼັງ​
ຈາກ​ໄດ້​ອອກ​ຄຳ​ເຕືອນຊ້ຳ​ແລ້ວ​ຊ້ຳ​ອີກ ຕຳຫຼວດ​ຈຳເປັນ​ຕ້ອງ​ທຳ​ການ​ເຄື່ອນ​
ໄຫວ​ຢ່າງ​ເດັດຂາດ ​ເຂົາ​ເຈົ້າ​ບໍ່​ມີ​ທາງ​ເລືອກເພາະວ່າ ມັນ​ແມ່ນ​ໜ້າທີ່​ຂອງ​ເຂົາ​
ເຈົ້າ​ ທີ່​ຈະ​ຕ້ອງ​ຮື້​ຟື້ນ​ກົດໝາຍ​ແລະຄວາມ​ເປັນລະບຽບ ກັບ​ຄືນ​ມາ.”

ນັບ​ວ່າ​ເປັນ​ຄັ້ງ​ຫຼ້າ​ສຸດ​ໃນ​ການ​ປະ​ທະ​ຕິດ​ຕໍ່​ກັນ​ມາ​ຫຼາຍ​ຄັ້ງ ລະຫວ່າງ​ຕຳຫຼວດ ​ແລະ​ພວກ
ປະ​ທ້ວງ​ໃນຮອບ​ໜຶ່ງ​ສັບປະດາ​ຜ່ານ​ມາ. ​ໃນ​ວັນ​ສຸກແລ້ວນີ້ ຕຳຫລວດ​ໄດ້​ທຳ​ການ​ຕໍ່ສູ້​ກັນ
ກັບ​ພວກ​ນັກ​ສຶກສາ​ປະ​ທ້ວງ ​ໃນ​ຂະນະ​ທີ່​ກຳລັງ​ທຳ​ການ​ສະ​ສາງ​ເຄື່ອງ​ກີດ​ກັນ​ອອກໄປຈາກ
ຖະໜົນ​ໃຫຍ່ ​ໃນ​ຄຸ້ມ Mong Kok. ພວກ​ປະ​ທ້ວງ​ຫຼາຍ​ຄົນ ​ໄດ້​ຖືກ​ຈັບ​ກຸມ ຮວມທັງພວກຜູ້
ນຳນັກ​ສຶກສາ ​ທ່ານ Lester Shum ​ແລະ​ທ່ານ Joshua Wong.

ພວກປະທ້ວງປະທະ ກັບຕຳຫຼວດ ຢູ່ຮົງກົງ

A riot policeman prevents pro-democracy protesters from getting near during clashes outside the government headquarters in Hong Kong, December 1, 2014.
1/5 A riot policeman prevents pro-democracy protesters from getting near during clashes outside the government headquarters in Hong Kong, December 1, 2014.
ເບິ່ງຕື່ມອີກ Show less
A pro-democracy protester lifts barricade reinforcements up onto an escalator near the government headquarters in Hong Kong's Admiralty district, December 1,2014.
2/5 A pro-democracy protester lifts barricade reinforcements up onto an escalator near the government headquarters in Hong Kong's Admiralty district, December 1,2014.
ເບິ່ງຕື່ມອີກ Show less
Police officers beat up protesters as they try to disperse them outside government headquarters in Hong Kong Monday, Dec. 1, 2014.
3/5 Police officers beat up protesters as they try to disperse them outside government headquarters in Hong Kong Monday, Dec. 1, 2014.
ເບິ່ງຕື່ມອີກ Show less
A pro-democracy protester blocks a riot policeman during a clash outside the government headquarters in Hong Kong, December 1, 2014.
4/5 A pro-democracy protester blocks a riot policeman during a clash outside the government headquarters in Hong Kong, December 1, 2014.
ເບິ່ງຕື່ມອີກ Show less
Police officers clash with protesters outside government headquarters in Hong Kong, Nov. 30, 2014.
5/5 Police officers clash with protesters outside government headquarters in Hong Kong, Nov. 30, 2014.
ເບິ່ງຕື່ມອີກ Show less
Previous slide
Next slide

ການ​ປະ​ທ້ວງ​ໄດ້ມີ​ມາ​ຢ່າງ​ບໍ່​ລົດ​ລະ ຕັ້ງ​ແຕ່​ທ້າຍ​ເດືອນ​ກັນຍາແລ້ວ​ນີ້ ​ແຕ່ກໍ​ໄດ້​ລົດ​ນ້ອຍ​ລົງ. ການ​ຢັ່ງ​ຫາງ​ສຽງ​ປະຊາຊົນຫຼາຍ​ຄັ້ງໃນ​ຫວ່າງ ​ໄວໆ​ມາ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ການ​ປະ​ທ້ວງ​ກຳລັງ​ເລີ້ມສູນ​ເສຍ​ຄວາມ​ສະໜັບສະໜຸນ​ຈາກ​ປະຊາຊົນ.

ພວກ​ປະ​ທ້ວງ ​ໄດ້​ທຳ​ການ​ຮຽກຮ້ອງ​ ​ໃຫ້​ຈັດ​ການ​ເລືອກ​ຕັ້ງແບບ​ປະຊາ ທິປະ​ໄຕ​ຢ່າງ​ເຕັມ
ສ່ວນ​ຂຶ້ນ​ໃນ​ປີ 2017. ພວກ​ເຂົາ​ເຈົ້າ​ໄດ້​ພາກັນ​ລົງ​ສູ່ ​ຖະໜົນ​ຫົນທາງເດີນ​ຂະ​ບວນ ຫຼັງ​
ຈາກ ​ຈີນ​ໄດ້ຕັດສິນໃນ​ເດືອນ​ສິງຫາວ່າ ພວກ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ ​ເປັນ​ຫົວໜ້າ​ບໍລິຫານ
ຮົງ​ກົງທຸກໆ​ຄົນ ຈະ​ຕ້ອງ​ໄດ້​ຮັບ​ການເຫັນ​ດີ​ເຫັນ​ພ້ອມນຳ​ເສຍ​ກ່ອນ​ ຈາກ​ຄະນະກຳມະການ
ທີ່​ເຕັມ​ໄປ​ດ້ວຍ​ພວກ​ຫົວ​ຈົງ​ຮັກ​ພັກດີ ​ຕໍ່​ປັກ​ກິ່ງ​ນັ້ນ.

HONG KONG PROTESTS VO
please wait

No media source currently available

0:00 0:00:47 0:00

​
XS
SM
MD
LG