ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ພວກປະທ້ວງຮົງກົງ ສົ່ງສຽງລົບກວນ ຄຳປາໄສຂອງເຈົ້າໜ້າທີ່ຈີນ (ສະໄລດ໌/ວີດີໂອ)


ຕຳຫຼວດຮົງ​ກົງ​ໃຊ້​ເຄື່ອງ​ສີດ​ໝາກພິກ​ໄທ ​ເພື່ອ​ຂັບ​ໄລ່​ພວກ​ປະ​
ທ້ວງນິຍົມ​ປະຊາທິປະ​ໄຕ ທີ່​ພາກັນສົ່ງ​ສຽງ​ຂັດຂວາງ​ເຈົ້າ​ໜ້າ
​ທີ່​ຂັ້ນ​ອາວຸ​ໂສ ຂອງ​ຈີນ​ທ່ານ​ນຶ່ງ​ ໃນ​ຂະນະ​ທີ່​ຜູ້ກ່ຽວພະຍາຍາມ
​ໃຫ້​ຄຳ​ຊີ້​ແຈງ​ກ່ຽວ​ກັບການ​ຕັດສິນ​ໃຈ​ຂອງ​ປັກ​ກິ່ງ ທີ່​ຈະ​ທຳ​ການ​
ຄວບ​ຄຸມ​ຢ່າງເຄັ່ງ​ຄັດການສະ​ເໜີ​ແຕ່ງ​ຕັ້ງ​ ​ຜູ້​ສະໝັກ​ເລືອກ​ຕັ້ງ​
ເປັນ​ຫົວໜ້າ​ບໍລິຫານ​ຮົງ​ກົງ​ນັ້ນ.

​ໃນ​ຂະນະ​ທີ່​ທ່ານ Li Fei ຮອງ​ຫົວໜ້າ​ຄະນະ​ກຳມະການ​ຖາ
ວອນ​ປະຈຳ​ສະພາ​ແຫ່ງ​ຊາດ​ຈີນ ​ເລີ້ມກ່າວ​ຄຳ​ປາ​ໄສ​ຕໍ່​ບັນດາ​
ສະມາຊິກ​ສະພານິຕິບັນຍັດ​ຮົງ​ກົງ ​ພວກ​ສະມາ​ຊິກ​ສະພາ​ນິຕິ
ບັນຍັດ​ແລະ​ນັກ​ເຄື່ອນ​ໄຫວ​ຫົວ​ນິຍົມ​ປະຊາທິປະ​ໄຕ ກໍ​ໄດ້​ສົ່ງ
ສຽງຮ້ອງ​ຂັດ​ທ່ານ.

ສະມາຊິກ​ສະພາ Leung Kwok-Hung ກ່າວ​ວ່າ “ອຳນາດ​ປົກຄອງ​ປັກ​ກິ່ງ​ພະຍາ
ຍາມ​ທຳລາຍ​ລ້າງ​ອັນ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາແກ່ປະຊາຊົນ​ໃນ​ຮົງ​
ກົງ ຄື​ປະ​ເທດ​ນຶ່ງ​ສອງ​ລະບົບ​ນັ້ນ ຂ້າພະ​ເຈົ້າ​ຄຶດ​ວ່າ ການ​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ໄປ
ໝາຍ​ຄວາມ​ວ່າ ບໍ່​ຄວນ​ຈະ​ມີ​ການກວດ​ກາ​ຕໍ່ຜູ້​ສະໝັກ​ເລືອກ​ຕັ້ງ ​ບໍ່​ວ່າໃນ​ການ​
ເລືອກ​ຕັ້ງ​ໃດໆ​ກໍ​ຕາມ.”

ທ່ານ Li Fei ກ່າວ​ຄຳ​ປາ​ໄສ​ຂອງ​ທ່ານ​ຕໍ່​ໄປ ຫຼັງ​ຈາກ​ຕຳຫຼວດ​ໄດ້​ບັງຄັບໃຫ້ພວກ
​ປະ​ທ້ວງອອກ​ຈາກ​ສະຖານ​ທີ່​ໄປ ຊຶ່ງ​ທ່ານ​ກ່າວ​ວ່າ

“ພວກ​ເຮົາທັງ​ໝົດ​ຮູ້ຈັກ​ວ່າ ການ​ຄອບ​ຄອງໃນ​ກາງ​ເມືອງເປັນ​ສິ່ງ​ຜິດ​ກົດໝາຍ.
ໂຕ​ຢ່າງ​ໃນ​ປະຫວັດສາດ​ຈຳນວນ​ນັບ​ບໍ່​ຖ້ວນ ​ແລະ​ປະສົບ​ການຊີວິດ​ໂຕ​ຈິງຕ່າງໆ
ຈາກປະຫວັດສາດ​ຂອງ​ຈີນ ​ແລະຕ່າງປະ​ເທດ​ບອກ​ໃຫ້ເຮົາ​ຮູ້​ວ່າ ຖ້າພວກ​ເຮົາ​
ກົ້ມ​ຫົວ​ຕໍ່​ຂະ​ບວນການ​ຫົວ​ຮຸນ​ແຮງ​ແລະ​ຜິດ​ກົດໝາຍ ​ທີ່​ບຸກຄົນໃດ​ບຸກຄົນ​ນຶ່ງ​
ກໍ່​ຂຶ້ນ​ແລ້ວ ມັນ​ກໍ​ມີແຕ່​ຈະ​ນຳພາ​ໃຫ້​ມີ​ຂະ​ບວນການ​ທີ່​ຜິດ​ກົດໝາຍ​ຫຼາຍ​ຂຶ້ນໃນ​
ອັດຕາ​ຂະໜານ​ໃຫຍ່​ຂຶ້ນ. ສະ​ນັ້ນ ​ເວລາ​ຄະນະ​ກຳມະການ​ຖາວອນ​ຂອງ​ສະພາ
ປະຊາຊົນ​ແຫ່ງ​ຊາດ​ທຳ​ການ​ຕັດສິນ​ໃຈ​ກ່ຽວ​ກັບ​ເລື້ອງນີ້ ກໍ​ແມ່ນ​ໄດ້​ມີ​ການ​ພິຈາ
ລະນາ​ສະຖານະ​ການ​ຢ່າງຮອບດ້ານ​ແລ້ວ ​ແລະ​ດ້ວຍ​ວັດຖຸ​ປະສົງ​ເພື່ອ​ປົກ​ປ້ອງ​
ຕົວ​ບົດ​ກົດ​ໝາຍ ​ແລະ​ຮັກສາ​ໄວ້​ແຫ່ງ​ສະຖຽນ​ລະ​ພາບ​ອັນ​ຍາວ​ນານ​ຂອງ​ຮົງ​ກົງ
ຈຶ່ງ​ໄດ້​ວາງ​ນະ​ໂຍບາຍ​ຂອງ​ຕົນ​ ອອກມາ​ຢ່າງ​ເດັດ​ດ່ຽວ​.”

ຄະນະ​ກຳມະການ​ຖາວອນ​ທີ່​ມີ​ອຳນາດ​ຫຼາຍ​ຂອງ​ຈີນ ​ໄດ້​ຕັດສິນ​ໃຈ​ໃນ​ວັນ​ອາທິດ​ວານ​ນີ້
​ວ່າ ພວກ​ຜູ້​ສະໝັກ​ເລືອກ​ຕັ້ງ​ເປັນ​ຫົວໜ້າ​ບໍລິຫານ​ຂອງຮົງ​ກົງ​ຄົນ​ຕໍ່​ໄປ ຈະ​ຕ້ອງ​ໄດ້​ຮັບ​
ສຽງ​ສະໜັບສະໜຸນ​ຂ້າງ​ຫຼາຍ ຈາກ​ຄະນະ​ກຳມະການ​ສະ​ເໜີ​ແຕ່ງ​ຕັ້ງ “ທີ່​ຕາງໜ້າ​ປະຊາ
ຊົນ​ຢ່າງ​ກວ້າງຂວາງ ທີ່​ພວກ​ຄັດຄ້ານ​ກ່າວ​ວ່າ ພວກ​ສະມາຊິກ​ເຫຼົ່າ​ນີ້ຈະ​ເຕັມ​ໄປ​ດ້ວຍ
​ພວກ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ປັກ​ກິ່ງ​ ​ເທົ່ານັ້ນ.

ການ​ຕັດສິນ​ໃຈ​ດັ່ງກ່າວ ​ເບິ່ງ​ຄື​ວ່າ ຈະ​ສົ່ງ​ຜົນ​ໃຫ້ ​ບໍ່​ມີ​ຜູ້​ສະໝັກຈາກ​ຝ່າຍ​ຄ້ານ​ຈັກ​ຄົນ
​ສະໝັກ​ເຂົ້າ​ແຂ່ງຂັນ​ ໃນ​ການ​ເລືອກ​ຕັ້ງ​ເອົາ​ຜູ້​ປົກຄອງ​ຮົງ​ກົງ​ ໃນ​ປີ 2017 ນັ້ນ.

chinahongkongpolitics1september14
please wait

No media source currently available

0:00 0:01:38 0:00

XS
SM
MD
LG