ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ພວກຜູ້​ປະ​ທ້ວງ ຮົງ​ກົງ ມີ​ຄວາມ​ໝົດ​ຫວັງ ຍິ່ງ​ຂຶ້ນ ໃນ​ຂະ​ນະ​ທີ່​ ການ​ປິດ​ລ້ອມ​ ດຳ​ເນີນ​ຕໍ່​ໄປ


ພະ​ນັກ​ງານ​ແພດ ຍ່າງ​ກັບ​ຜູ້​ປະ​ທ້ວງ​ທີ່​ໄດ້​ຮັບ​ບາດ​ເຈັບ ຢູ່​ມະ​ຫາ​ວິ​ທະ​ຍ​ໄລ ຊັບ​ພະວິ​ຊາ ຮົງ​ກົງ. 19 ພະ​ຈິກ, 2019.
ພະ​ນັກ​ງານ​ແພດ ຍ່າງ​ກັບ​ຜູ້​ປະ​ທ້ວງ​ທີ່​ໄດ້​ຮັບ​ບາດ​ເຈັບ ຢູ່​ມະ​ຫາ​ວິ​ທະ​ຍ​ໄລ ຊັບ​ພະວິ​ຊາ ຮົງ​ກົງ. 19 ພະ​ຈິກ, 2019.

ຜູ້​ປະ​ທ້ວງ​ທີ່​ເປັນ​ນັກ​ສຶກ​ສາ​ຈຳ​ນວນຫຼາຍ​ໄດ້​ພະ​ຍາ​ຍາມ​ສ່ຽງຫຼົບ​ໜີ​ຜ່ານ​ຕຳຫຼວດ​ທີ່​ຢືນ​ຮຽງ​ກັນ​ເປັນ​ແຖວ, ໃນ​ຂະ​ນະ​ທີ່​ຄົນ​ອື່ນບໍ່​ເຖິງ 200 ຄົນ​ຍັງ​ຄົງ​ຖືກ​ກີດ​ກັ້ນ ​ຢູ່​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ ຮົງ​ກົງ, ເຊິ່ງຖືກ​ປິດ​ລ້ອມ​ໂດຍ​ຕຳຫຼວດ​ປາບ​ປາມ​ຈະ​ລາ​ຈົນ​ນັບ​ຕັ້ງ​ແຕ່​ວັນ​ອາ​ທິດ​ວານນີ້.

ນັກ​ຂ່າວ​ວີ​ໂອ​ເອ​ພະ​ແນກ​ພາ​ສາ ຈີນ ກວາງ​ຕຸ້ງ ຫຼື ແຄນ​ໂຕ​ນີ​ສ໌, ນາງ ໄອ​ຣິ​ສ ທັອງ, ຜູ້​ທີ່​ໄດ້​ຢູ່​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ຊັບ​ພະ​ວິ​ຊາ ຮົງ​ກົງ ກັບ​ພວກ​ນັກ​ສຶກ​ສາ ໄດ້​ອະ​ທິ​ບາຍ​ກ່ຽວ​ກັບ​ສະ​ພາບ​ທີ່​ໝົດ​ຫວັງ, ໂດຍນັກ​ສຶກ​ສາ​ໄວ​ລຸ້ນ​ຢ່າງ​ໜ້ອຍ​ສອງ​ຄົນ​ໄດ້​ຂົ່ມ​ຂູ່​ທີ່​ຈະ​ຂ້າຍ​ຕົວ​ຕາຍ.

ນາງ ທັອງ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ເດັກ​ຊາຍ​ຄົນ​ນຶ່ງ ຂົ່ມ​ຂູ່​ທີ່​ຈະ​ໃຊ້​ມີດ​ປາດ​ຄໍ​ຂອງ​ລາວ. ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຫັນ​ເລືອດ​ຈາກ​ຄໍ​ຂອງ​ລາວ, ແຕ່​ລາວ​ມີ​ແຕ່​ເວົ້າ​ກ່ຽວ​ກັບ​ວິ​ທີ​ທີ່​ລາວ​ຢາກ​ຂ້າ​ຕົນ​ເອງ. ແຕ່ຄົນອື່ນໆ​ເວົ້າ​ວ່າ​ມັນ​ບໍ່​ຈຳ​ເປັນ​ສຳ​ລັບ​ລາວ​ທີ່​ຈະ​ເຮັດ​ແນວ​ນັ້ນ ແລະ ໄດ້​ບອກ​ລາວ​ໃຫ້​ວາງ​ມີດ​ລົງ.”

​ນາງ​ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ໝົດ​ຫວັງ, ມັນ​ຂ້ອນ​ຂ້າງ​ໂສກເສົ້າ.”

ນັບ​ຕັ້ງ​ແຕ່​ວັນ​ອາ​ທິດ​ວານນີ້, ຕຳຫຼວດ​ໄດ້​ສັ່ງ​ໃຫ້​ຜູ້​ປະ​ທ້ວງວາງ​ອາ​ວຸດ​ທີ່​ເຮັດ​ຂຶ້ນ​ມາ​ເອງ​ຂອງ​ເຂົາ​ເຈົ້າ ແລະ ອອກ​ມາ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ​ຜ່ານ​ທາງ​ອອກ​ຊ່ອງ​ດຽວ, ບ່ອນ​ທີ່​ເຂົາ​ເຈົ້າ​ເບິ່ງ​ຄື​ວ່າ​ຈະ​ປະ​ເຊີນ​ກັບ​ຂໍ້​ກ່າວ​ຫາ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ກໍ່​ຈະ​ລາ​ຈົນ. ຮອດ​ຕອນ​ເຊົ້າ​ຂອງວັນ​ອັງ​ຄານ​ມື້ນີ້, ຫຼາຍ​ຮ້ອຍ​ຄົນ​ໄດ້​ຕົກ​ລົງ​ທີ່​ຈະ​ອອກ​ໄປ​ຈາກ​ໂຮງ​ຮຽນ ລຸນຫຼັງ​ການ​ເຈ​ລະ​ຈາ​ໂດຍ​ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ທ້ອງ​ຖິ່ນ ກັບ ຜູ້​ນຳ​ຂອງ​ຊຸມ​ຊົນ.

ນັກ​ສຶກ​ສາ​ຄົນ​ອື່ນໆ​ຫຼາຍ​ຄົນ​ໄດ້​ພະ​ຍາ​ຍາມ​ທີ່​ຈະຫຼົບ​ໜີ​ເປັນ​ອິດ​ສະຫຼະ, ບາງ​ຄົນ​ໄດ້​ຕະ​ລູດ​ລົງ​ດ້ວຍ​ເຊືອກ​ໄປ​ຫາ​ລົດ​ຈັກ​ທີ່​ລໍ​ຖ້າ​ຢູ່, ເຊິ່ງ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຂັບ​ກາຍ​ເຂດ​ຮັກ​ສາ​ຄວາມ​ປອດ​ໄພ ທີ່​ໄດ້​ປິດ​ລ້ອມ​ມະ​ຫາ​ວິ​ທະ​ຍາ​ໄລ​ນັ້ນ. ຕຳຫຼວດ​ໄດ້​ຍິງ​ແກັ​ສ​ນ້ຳ​ຕາ ແລະ ລູກ​ປືນ​ຢາງ​ໃສ່​ຜູ້​ທີ່​ພະ​ຍາ​ຍາມ​ຫຼົບ​ໜີ.

ໃນ​ອາ​ທິດ​ທີ່​ຜ່ານ​ມາ, ນັກ​ສຶກ​ສາຫຼາຍ​ຮ້ອຍ​ຄົນ​ໄດ້​ປິດ​ລ້ອມ​ຕົນ​ເອງ​ຢູ່​ໃນ​ມະ​ຫາ​ວິ​ທະ​ຍ​າ​ໄລ, ເກັບ​ເອົາ​ອາ​ວຸດ​ທີ່​ເຮັດ​ຂຶ້ນ​ມາ​ເອງ​ລວມ​ມີ ດິນ​ຈີ່, ລູກ​ທະ​ນູ, ແລະ ລະ​ເບີດ​ນ້ຳ​ມັນ​ເຊື້ອ​ໄຟ. ຕອນນີ້, ມີ​ຜູ້​ປະ​ທ້ວງ​ພຽງນຶ່ງ​ຮ້ອຍກວ່າ​ຄົນ​ທີ່​ຍັງ​ເຫຼືອ​ຢູ່, ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ​ນາງ ທັອງ. ລາວ​ໄດ້​ຄາດ​ວ່າ “ບໍ່​ເຖິງ​ເຄິ່ງ​ນຶ່ງ​ໃນ​ນັ້ນ​ທີ່​ສາ​ມາດ​ອອກ​ໄປ​ຫາ​ຕຳຫຼວດ.”

ຜູ້​ບໍ​ລິ​ຫານ​ໃຫຍ່​ຂອງ ຮົງ​ກົງ ທ່ານ​ນາງ ແຄ​ຣີ ແລມ ໃນ​ວັນ​ອັງ​ຄານມື້ນີ້​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ນາງ ກ່ຽວ​ກັບ ການ​ປະ​ເຊີນ​ໜ້າ​ກັນ, ໂດຍ​ເວົ້າ​ວ່າ ເພິ່ນ “ເປັນ​ຫ່ວງ​ຢ່າງ​ຍິ່ງ” ແລະ ຫວັງ​ວ່າ​ສະ​ຖາ​ນະ​ການ​ຈະ​ສາ​ມາດການ​ແກ້​ໄຂໄດ້​ຢ່າງ​ສັນ​ຕິ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG