ບັນດາຜູ້ນຳນິຍົມປະຊາທິປະໄຕຮົງກົງ ໄດ້ປະຕິເສດຢ່າງແຂງ
ແຮງຕໍ່ ຄຳກ່າວອ້າງຂອງຫົວໜ້າບໍລິຫານຮົງກົງ ທີ່ວ່າ ການໂຮມ
ຊຸມນຸມປະທ້ວງມາເປັນເວລາຫຼາຍສັບປະດາຂອງມວນຊົນ ກຳ
ລັງໄດ້ຮັບການສະໜັບສະໜຸນຈາກ “ພວກກຳລັງຕ່າງປະເທດ.”
ທ່ານ Alex Chow ເລຂາທິການໃຫຍ່ຂອງສະຫະພັນນັກສຶກສາ
ປະຕິເສດຕໍ່ການກ່າວຫາຕ່າງໆຂອງທ່ານ Leung Chun-ying
ໃນວັນຈັນມື້ນີ້ ໂດຍກ່າວວ່າ ຫົວໜ້າຂອງຮົງກົງ “ເສກສັນປັ້ນ
ແຕ່ງເລື້ອງນີ້ຂຶ້ນມາ.”
ທ່ານ Alex Chow ໄດ້ທ້າທາຍ ທ່ານ Leung “ໃຫ້ສະແດງຫຼັກຖານອອກມາ.”
ໃນລະຫວ່າງການໃຫ້ສຳພາດຕໍ່ໂທລະພາບ ໃນແລງວັນອາທິດວານນີ້ທ່ານ Leung
ກ່າວວ່າ ການປະທ້ວງມາເປັນເວລາຫຼາຍສັບປະດາ“ບໍ່ໄດ້ແມ່ນການເຄື່ອນໄຫວຂອງປະຊາຊົນພາຍໃນຮົງກົງທັງໝົດ.” ທ່ານກ່າວຫາ “ພວກກຳລັງຕ່າງປະເທດ” ວ່າ
ມີການພົວພັນໃນການປະທ້ວງເຫຼົ່ານັ້ນ. ແຕ່ທ່ານປະຕິເສດບໍ່ຍອມບອກຊື່ປະເທດ ຫຼື
ພວກກຸ່ມຕ່າງປະເທດ ທີ່ທ່ານເຊື່ອວ່າ ຢູ່ເບື້ອງຫຼັງຂອງການປະທ້ວງ.
ຄວາມເຫັນຂອງທ່ານ ແມ່ນສະໜັບສະໜຸນບົດວິຈານຂອງສື່ທາງການຂອງຈີນ ຫວ່າງ
ໄວໆມານີ້ ຊຶ່ງໄດ້ກ່າວຫາສະຫະລັດ ແລະບັນດາປະເທດຕາເວັນຕົກອື່ນໆ ວ່າເປັນຜູ້
ຈັດແຈງການປະທ້ວງຂຶ້ນມາ.
ໃນຕອນເຊົ້າວັນອາທິດວານນີ້ ຕຳຫຼວດຮົງກົງໄດ້ປະທະກັບພວກປະທ້ວງ ເຮັດໃຫ້ສະຖານະການທີ່ບໍ່ໄປບໍ່ມານັ້ນ ຍິ່ງຊຸດໂຊມລົງໄປອີກ ລະຫວ່າງລັດຖະບານແລະ
ຂະບວນການນິຍົມປະຊາທິປະໄຕ.
ພວກຕຳຫຼວດຫຼາຍສິບຄົນ ທີ່ຖືໂລ້ປ້ອງກັນແລະໃສ່ໝວກເຫຼັກ ໄດ້ບຸກເຂົ້າໄປໃນຝູງປະຊາຊົນ ທີ່ພາກັນຢືນຢູ່ໃກ້ສິ່ງກີດຂວາງທີ່ພວກເຂົາເຈົ້າຕັ້ງຂຶ້ນ ຢູ່ໃນເຂດ Mong Kok ເພື່ອບໍ່ໃຫ້ຕຳຫລວດເຂົ້າໄປຂັບໄລ່ ພວກເຂົາເຈົ້າອອກໄປນັ້ນ.