ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະທ້ວງ ທີ່ຮົງກົງ ພິຈາລະນາ ຈະໄປສະເໜີ ເຫດຜົນ ທີ່ກອງປະຊຸມ ຢູ່ປັກກິ່ງ


ຜູ້ຄົນພວມຖ່າຍຮູບ ຢູ່ຂ້າງຫຼັງ ຮູບປະທານປະເທດຈີນ ທ່ານສີ ຈິ້ນຜິງ ທີ່ບ່ອນປະທ້ວງ ຄຸ້ມ Mongkok (31 ຕຸລາ 2015)
ຜູ້ຄົນພວມຖ່າຍຮູບ ຢູ່ຂ້າງຫຼັງ ຮູບປະທານປະເທດຈີນ ທ່ານສີ ຈິ້ນຜິງ ທີ່ບ່ອນປະທ້ວງ ຄຸ້ມ Mongkok (31 ຕຸລາ 2015)

ພວກຜູ້ນຳນັກສຶກສາທີ່ພວມປະທ້ວງຢູ່ຮົງກົງ ກຳລັງພິຈາລະນາ
ທີ່ຈະໄປຮ່ວມກອງປະຊຸມພວກຜູ້ນຳຂົງເຂດທີ່ນະຄອນຫຼວງປັກ
ກິ່ງໃນເດືອນໜ້າ ເພື່ອໃຫ້ການອະທິບາຍກ່ຽວກັບການປະທ້ວງ
ແບບປະຊາທິປະໄຕ ຢູ່ຮົງກົງ ຊຶ່ງເປັນເຂດເຄິ່ງປົກຄອງຕົນເອງ
ຂອງຈີນນັ້ນ.

ທ່ານ Alex Chow ຈາກສະຫະພັນນັກສຶກສາ ກ່າວໃນລະຫວ່າງ
ການໂຮມຊຸມນຸມໃນຕອນແລງວັນພະຫັດວານນີ້ວ່າພວກຈັດການ
ໂຮມຊຸມນຸມປະທ້ວງພວມຫາລືກັນ ເພື່ອຫາທາງໄປຮ່ວມກອງປະ
ຊຸມເອເພັກ ຊຶ່ງຈະເລີ້ມຂຶ້ນທີ່ນະຄອນຫຼວງປັກກິ່ງ ໃນວັນທີ 5 ພະ
ຈິກ.

ກອງປະຊຸມຊຶ່ງຈະດຳເນີນໄປຈົນຮອດວັນທີ 12 ພະຈິກດັ່ງກ່າວນີ້ ແມ່ນຈະເຂົ້າຮ່ວມໂດຍ ພວກຜູ້ນຳຂອງໂລກ ຮວມທັງ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະປະ ທານປະເທດຈີນ ທ່ານສີ ຈິ້ນຜິງ.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າພວກຜູ້ນຳນັກສຶກສາປະທ້ວງຈະໄດ້ຮັບອະນຸຍາດໃຫ້ເດີນ ທາງເຂົ້າໄປຈີນແຜ່ນດິນໃຫຍ່ຫລືບໍ່ ແຕ່ທ່ານ Chow ເວົ້າວ່າ ຖ້າພວກເຂົາເຈົ້າຫາກບໍ່ໄດ້ ຮັບອະນຸຍາດ ມັນຈະເປັນຂໍ້ພິສູດ ທີ່ສະແດງໃຫ້ເຫັນວ່າ ປັກກິ່ງ ບໍ່ໄດ້ເອົາຫົວຊາກ່ຽວກັບ ຄວາມຄິດຄວາມເຫັນຂອງຊາວຮົງກົງເລີຍ

ໃນຮອບເດືອນແລ້ວນີ້ ພວກປະທ້ວງໄດ້ພາກັນຕັ້ງຄ້າຍ ຢູ່ຕາມຖະໜົນຫົນທາງ ແລະຈັດ ຮມຊຸມນຸມຂະໜາດໃຫຍ່ເປັນລຳດັບມາ ເພື່ອປະທ້ວງຕໍ່ການຕັດສິນໃຈຂອງປັກກິ່ງ ທີ່ຈະ ຄັດເລືອກເອົາຜູ້ສະໝັກໃນການເລືອກຕັ້ງເຂົ້າແຂ່ງຂັນເອົາຕຳແໜ່ງ ຫົວໜ້າບໍລິຫານຮົງ ກົງ ໃນປີ 2017.

ປັກກິ່ງ ພ້ອມກັບລັດຖະບານຮົງກົງ ທີ່ເປັນມິດ ກັບຈີນແຜ່ນດິນໃຫຍ່ນັ້ນ ໄດ້ປະກາດວ່າ ການປະທ້ວງເຫຼົ່ານີ້ ແມ່ນຜິດກົດໝາຍ ແລະປະຕິເສດ ທີ່ຈະປະຕິບັດຕາມຄຳຮຽກຮ້ອງ ຂອງພວກປະທ້ວງ.

HONG KONG VO
please wait
Embed

No media source currently available

0:00 0:00:38 0:00

XS
SM
MD
LG