ເຈົ້າໜ້າທີ່ຕຳຫລວດ ຮົງກົງ ໄດ້ປະທະກັບພວກປະທ້ວງ ຜູ້ທີ່
ພະຍາຍາມບຸກເຂົ້າໄປ ໃນບໍລິເວນຕຶກອາຄານສະພາ ເມື່ອ
ຕອນເຊົ້າຂອງວັນພຸດມື້ນີ້.
ພວກປະທ້ວງໃຊ້ເຄື່ອງກີດຂວາງ ທີ່ເປັນໂລຫະຕ່າງໆ ທັບມ້າງ
ປ່ອງຢ້ຽມຫຼາຍບານ ທີ່ຕຶກສະພານິຕິບັນຍັດ. ບໍ່ເປັນທີ່ຈະແຈ້ງວ່າ
ມີຈັກຄົນ ສາມາດເຂົ້າໄປໃນສະຖານທີ່ ດັ່ງກ່າວໄດ້.
ເຈົ້າໜ້າທີ່ຕຳຫລວດປາບຈາລາຈົນ ປະມານ 100 ຄົນ ໄດ້ເຂົ້າໄປ
ຮັບມືກັບສະຖານະການ ໂດຍໃຊ້ສະເປໝາກເພັດ ແລະໄມ້ຄ້ອນ
ເປັນອາວຸດ. ຢ່າງນ້ອຍມີພວກປະທ້ວງ 4 ຄົນ ຖືກຈັບກຸມ ແລະ
ຕຳຫລວດ 3 ຄົນ ໄດ້ຮັບບາດເຈັບ ໃນການປະທະກັນຄັ້ງນີ້.
ລຸນຫຼັງຕໍ່ມາ ໃນວັນພຸດມື້ນີ້ ສະຖານະການໃນບໍລິເວນດັ່ງກ່າວ ກໍງຽບສະຫງົບລົງ ແຕ່
ລັດຖະບານ ກ່າວຢູ່ໃນຖະແຫລງການສະບັບນຶ່ງວ່າ ກິດຈະກຳຕ່າງໆບາງສ່ວນ ໃນອາຄານ ຂອງສະພານັ້ນ ໄດ້ຖືກຍົກເລີກ.
ເຫດການດັ່ງກ່າວ ແມ່ນປ່ຽນໄປຈາກການເຄື່ອນໄຫວ ຊຶ່ງຕາມປົກກະຕິແລ້ວ ໃຊ້ວິທີການ
ແບບສັນຕິ ຂອງພວກນັກເຄື່ອນໄຫວ ທີ່ສ່ວນໃຫຍ່ເປັນນັກສຶກສາ ທີ່ເຂົ້າຍຶດເອົາບໍລິເວນ
ຫຼາຍໆແຫ່ງ ມາເປັນເວລາເກືອບ 2 ເດືອນແລ້ວນັ້ນ.
ສະມາຊິກສະພານິຕິບັນຍັດ ທີ່ນິຍົມປະຊາທິປະໄຕ ຫຼາຍທ່ານ ແລະ ບັນດາຜູ້ນຳປະທ້ວງ
ລວມມີ ຜູ້ນຳພັກກິດສັງຄົມ ທ່ານ Alan Leong ທີ່ຊຸກຍູ້ໃຫ້ພວກປະທ້ວງ ຢຶດໝັ້ນ ໃນ
ຫຼັກການບໍ່ໃຊ້ຄວາມຮຸນແຮງນັ້ນ.
ທ່ານ Leong ກ່າວວ່າ “ພວກເຂົາເຈົ້າແມ່ນຂັດຕໍ່ຫຼັກການຢ່າງສິ້ນເຊີງ ໃນການຕໍ່ສູ້
ເພື່ອໃຫ້ມີສິດທິໃນການອອກສຽງແບບສາກົນ ອັນແທ້ຈິງ ທ່າມກາງຈິດວິນຍານ
ຂອງສັນຕິພາບ ແລະ ປາດສະຈາກຄວາມຮຸນແຮງ. ອັນນີ້ ແມ່ນມີຜົນລົບ ສຳຫລັບ ຂະບນການເຄື່ອນໄຫວໃຫຍ່ ທີ່ໃຫ້ການສະໜັບສະໜຸນ. ພວກເຮົາເສຍໃຈທີ່ສຸດ. ພວກເຮົາຮຽກຮ້ອງໃຫ້ຊາວຮົງກົງທັງໝົດ ທີ່ຕໍ່ສູ້ເພື່ອໃຫ້ ສິດທິໃນການອອກສຽງ ແບບສາກົນ ອັນແທ້ຈິງນັ້ນ ບໍ່ໃຫ້ລືມ ເຈດຕະນາອັນດັ້ງເດີມ ຂອງພວກເຮົາ.”
ໃນວັນອັງຄານວານນີ້ ພວກປະທ້ວງ ບໍ່ໄດ້ດຳເນີນການຫຍັງລົງໄປ ໃນຂະນະທີ່ເຈົ້າໜ້າທີ່
ມ້ຽນມັດບາງສ່ວນຂອງບໍລິເວນ ທີ່ພວກປະທ້ວງໄດ້ເຂົ້າຍຶດຄອງ ມາຕັ້ງແຕ່ທ້າຍເດືອນ
ກັນຍານັ້ນ.